ມອບ-ຮັບເງິນ ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ

ມອບ-ຮັບເງິນ ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ
ໃນວັນທີ 5 ມັງກອນ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນ ເພື່ອຊຸກຍູ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າລັດຖະບານ ກ່າວຮັບໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າອະນຸກໍາມະການງົບປະມານ ແລະ ບໍລິຫານ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານຮອງລັດຖະມົນຕີກະຊວງການເງິນ, ຜູ້ຕາງໜ້າຫ້ອງວ່າການສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພາກສ່ວນທີ່ນຳເອົາເງິນມາມອບໃນຄັ້ງນີ້ປະກອບມີຄື: ກຸ່ມບໍລິສັດລາວໂທລະຄົມ ຈຳນວນ 1.2 ຕື້ກີບ ຊຶ່ງມອບໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດລາວ ໂທລະຄົມ ແລະ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ຈຳນວນ 1 ຕື້ກີບ ຊຶ່ງກ່າວມອບໂດຍ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ ຈຳກັດ.

ມອບ-ຮບເງນ ຊກຍກອງປະຊມໃຫຍຜແທນທວປະເທດ ຄງທ XII ຂອງພກປະຊາຊນ ປະຕວດລາວ - image 1
 

ໂອກາດນີ້, ທ່ານ ຮອງນາຍົກຖະມົນຕີ ຫົວໜ້າອະນຸກໍາມະການງົບປະມານ ແລະ ບໍລິຫານ ຕາງໜ້າໃຫ້ລັດຖະບານ ແລະ ອະນຸກໍາມະການງົບປະມານ ແລະ ບໍລິຫານໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນທີ່ໄດ້ນຳເອົາເງິນມາມອບໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີຄວາມໂລ່ງລ່ຽນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ຢືນຢັນວ່າ ຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້ໄປນຳໃຊ້ໃຫ້ສອດຄ່ອງກັບຈຸດປະສົງ-ເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ

ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ

ໃນນາມຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຂ້າພະເຈົ້າ ຂໍສະເໜີຮ່າງໂຄງການການເມືອງຂອງພັກ (ສະບັບຫຍໍ້) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຊຶ່ງມີລາຍລະອຽດ ດັ່ງນີ້:
ສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວ​ຕໍ່​ກ​ອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ຂອງ​ພັກ

ສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວ​ຕໍ່​ກ​ອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ຂອງ​ພັກ

- ນະມັດສະການ ພະເຖລາ, ນຸເຖລະ - ຄະນະປະທານກອງປະຊຸມໃຫຍ່ ທີ່ນັບຖື, - ບັນດາສະຫາຍຜູ້ແທນ, ແຂກທີ່ມີກຽດ ທີ່ນັບຖື ແລະ ຮັກແພງ.
ທຫລ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ທຫລ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ທະນາຄານແຫ່ງສປປ ລາວ (ທຫລ) ມອບເງິນຈໍານວນ 675 ລ້ານກີບ ແລະ ຫຼຽນກາລະນຶກ ໃຫ້ລັດຖະບານລາວເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນຄະນະປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປລ,
ກອງປະຊຸມຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນຕອນເຊົ້າວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI,
ເຈົ້າໜ້າທີ່ມີຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຈົ້າໜ້າທີ່ມີຄວາມພ້ອມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ. ຫຼາຍພາກສ່ວນໄດ້ເອົາໃຈໃສ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ. ໃນນີ້, ກໍາລັງປ້ອງກັນຄວາມສະຫງົບ (ປກສ) ກໍເປັນອີກໜຶ່ງກໍາລັງປະກອບສ່ວນເຂົ້າໃນການປ້ອງກັນກອງປະຊຸມໃຫຍ່ດັ່ງກ່າວ ໂດຍສະເພາະກໍາລັງຕໍາຫຼວດຈະລາຈອນ ກໍຄືກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດໄດ້ວາງກໍາລັງເຂົ້າປະຈໍາແຕ່ລະຈຸດຂອງຫໍປະຊຸມແຫ່ງຊາດ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ຈອດລົດພາຍໃນຫໍປະຊຸມ ແລະ ເປີດທາງໃຫ້ບັນດາຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ພັກປະຊາຊົນປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

ພັກປະຊາຊົນປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຊຶ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ. ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີບົດຄວາມ: “ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ”ໂດຍມີເນື້ອໃນສໍາຄັນດັ່ງຕໍ່ໄປນີ້:
ສອງພາກສ່ວນມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ສອງພາກສ່ວນມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນເຊົ້າວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ, ສອງພາກສ່ວນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າອະນຸກຳມະການງົບປະມານ ແລະ ບໍລິຫານ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຊຶ່ງຕາງໜ້າຄະນະຜູ້ແທນທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ນໍາໂດຍ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ທີ່ໜ້າຫໍສະພາແຫ່ງຊາດ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 5 ມັງກອນນີ້ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະເປີດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026.
ຖະແຫຼງຂ່າວ ການດໍາເນີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ

ຖະແຫຼງຂ່າວ ການດໍາເນີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍ​າມະ​ການ​ກົມ​ການ​ເມືອງສູນກາງພັກ ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້​ຖະ​ແຫຼງ​ຂ່າວ ໃນ​ວັນ​ທີ 4 ມັງ​ກອນ 2026 ທີ່ ນ​ະຄອນຫຼວງວຽງ​ຈັນ ໃຫ້​ຮູ້ວ່າ: ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນວ່າ ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ຈະໄດ້ເປີດຂຶ້ນຢ່າງເປັນທາງການ ໃນ​ວັນ​ທີ 6 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026, ໃຊ້ເວລາ 3 ວັນເຕັມ ທີ່​ນະ ຄອນຫຼວງ​ວຽງ​ຈັນ.
ເພີ່ມເຕີມ