ໄລຍະ 9 ເດືອນຜ່ານມາ, ຢູ່ແຂວງອັດຕະປື ມີອຸບັດເຫດຕາມທາງຖະໜົນເກີດຂຶ້ນ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຈາກອຸບັດເຫດດັ່ງກ່າວ ມີພາຫະນະເປ່ເພ 522 ຄັນ ໃນນີ້, ເປ່ເພເລັກນ້ອຍ 313 ຄັນ, ເປ່ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 2,4 ຕື້ກວ່າກີບ.
ວັນທີ 1 ຕຸລາ 2026ນີ້ ພະແນກການເງິນແຂວງຄໍາມ່ວນ. ໄດ້ຈັດພິທີ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສສປ ລາວຄົບຮອບ 35 ປີ(15 ສິງຫາ 1991 -15 ສິງຫາ 2026),ວັນຢຶດອໍານາດ ຄົບຮອບ 81 ປີ (23 ສິງຫາ 1945 -23 ສິງຫາ 2026) ແລະ ວັນສ້າງຕັ້ງຊື່ມວນຊົນ ຄົບຮອບ 76 ປີ(13 ສິງຫາ 1950 -13 ສິງຫາ 2026), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ. ປາຖະກະຖາ ໂດຍທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຄໍາມ່ວນ. ມີຄະນະພັກ,ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກການເງີນເຂົ້າຮ່ວມຮັບຟັງ.
ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ວັນທີ 29 ກັນຍາຜ່ານມາ, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຄະນະບໍລິຫານງານຊາວໜຸ່ມສຳນັກງານ, ອົງການ, ກົມກອງເມືອງໝື່ນ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ເດີ່ນທາງໜ້າຫ້ອງວ່າການປົກຄອງເມືອງ ໃນວັນທີ 1 ຕຸລານີ້, ນໍາພາໂດຍທ່ານ ນາງ ວົງເພັດ ເພັດລາສີ ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາຊາວໜຸ່ມໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍອ້ອມຂ້າງສໍານັກງານເຂົ້າຮ່ວມ.
ວັນທີ 1 ຕຸລານີ້, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖຶກເຊີນ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ສຸກທະວີ ອິນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄໍາເຫັນ