ມອບ-ຮັບສຳນັກງານອົງການປົກຄອງ ເມືອງຊໍາເໜືອ ແຂວງຫົວພັນ

ມອບ-ຮັບສຳນັກງານອົງການປົກຄອງ ເມືອງຊໍາເໜືອ ແຂວງຫົວພັນ
ແຫຼ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ຈັດພິທີມອບ-ຮັບສຳນັກງານອົງການປົກຄອງເມືອງຊໍາເໜືອ ໃນວັນທີ 12 ເມສາຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ໂດ້ຈ້ອງຮຶງ ປະທານສະພາປະຊາຊົນແຂວງ ແທັງຮວາ ພ້ອມດ້ວຍຄະນະທັງສອງແຂວງ ແລະ ການນໍາເມືອງຊໍາເໜືອເຂົ້າຮ່ວມ.
ໂຄງການກໍ່ສ້າງສຳນັກງານອົງການປົກຄອງ ເມືອງຊໍາເໜືອແຂວງຫົວພັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 12 ເມສາ 2022 ເຖິງວັນທີ 22 ກໍລະກົດ 2023 ໄດ້ກໍ່ສ້າງສໍາເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 67,2 ຕື້ກວ່າດົງ ໂດຍແມ່ນຫ້ອງວ່າການແຂວງຫົວພັນ ເປັນເຈົ້າຂອງໂຄງການ ແລພ ບໍລິສັດ ຮຶງຟາດ ກໍ່ສ້າງເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກແຂວງ ແທັງຮວາ ສສ ຫວຽດນາມ.
ຫ້ອງການດັ່ງກ່າວ, ມີຂະໜາດ 26,5 X 64,85 ແມັດ, ມີເນື້ອທີ່ນໍາໃຊ້ 3,153 ຕາແມັດ, ເປັນອາຄານ 3 ຊັ້ນ, ເປັນຮູບຊົງລາວ, ເປັນເອກະລັກຂອງຊາດລາວ, ໂຄງສ້າງດ້ວຍເບຕົງເສີມເຫຼັກ ແບບຖາວອນ, ແຕ່ລະຫ້ອງປະກອບດ້ວຍເຟີນີເຈີ, ໄຟຟ້າ, ເຄື່ອງຮັບໃຊ້ຫ້ອງການຄົບຊຸດ. ພ້ອມນີ້ຍັງໄດ້ກໍ່ສ້າງເຮືອນຍາມ 1 ຫຼັງ, ກໍ່ສ້າງເຮືອນຈອດລົດຈັກ 1 ຫຼັງ, ກໍ່ສ້າງອ່າງເກັບນໍ້າປະປາ, ກໍ່ສ້າງກຳແພງອ້ອມຕຶກອາຄານ, ເດີນເທເບຕົງເສີມເຫຼັກ ແລະ ຮ່ອງລະບາຍນໍ້າອ້ອມອາຄານ. ນອກຈາກນີ້, ຍັງໄດ້ກໍ່ສ້າງກັນເຈື່ອນ, ປັບພື້ນທີ່ ແລະ ຕົບແຕ່ງສວນດອກໄມ້ຕື່ມອີກ.
(ຂ່າວ-ພາບ: ນິດຖະໜອມ)

ຄໍາເຫັນ

ຂ່າວການຮ່ວມມື

ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ໃນລະຫວ່າງວັນທີ 14-15 ກໍລະກົດນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ນໍາໂດຍສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມທະຫານເຂດຕາເວັນອອກ ກອງທັບສະຫະພັນຣັດເຊຍ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດລະຫວ່າງສອງກອງທັບລາວ-ຣັດເຊຍ ບົນພື້ນຖານຄວາມສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ລາວ-ອີຢູ ພົບປະດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ

ລາວ-ອີຢູ ພົບປະດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ

ໃນວັນທີ 11 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບທ່ານນາງ ກາຈາການລາ (KajaKallas) ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ອີຢູ) ດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 58 ແລະບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ ປະເທດມາເລເຊຍ.
ລາວ - ອົສຕຣາລີ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ - ອົສຕຣາລີ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 11 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ເພັນນີວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົສຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການສອງຝ່າຍ

ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານໄອຍະການສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ; ຄະນະຜູ້ແທນຂັ້ນສູງແຫ່ງຣາຊະອານາຈັກກໍາປູເຈຍ ຊຶ່ງນໍາໂດຍທ່ານນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 14-18 ກໍລະກົດ 2025.
ສຳເລັດການອົບຮົມ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ

ສຳເລັດການອົບຮົມ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ

ໃນວັນທີ 14 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໄດ້ຈັດພິທີປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີບັນດາຄະນະນຳຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຫົວໜ້າ-ຮອງກົມ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຂອງລາວ, ພ້ອມດ້ວຍນັກສໍາມະນາກອນຈາກ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ປາກິດສະຖານພົບປະຮ່ວມມືສອງຝ່າຍ

ລມຕ ກະຊວງການຕ່າງປະເທດ ລາວ ແລະ ປາກິດສະຖານພົບປະຮ່ວມມືສອງຝ່າຍ

ໃນວັນທີ 10 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມຮຳມັດ ອີຊັກ ດາຣ (Muhammad Ishaq Dar) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ໃນວັນທີ 14 ກໍລະກົດ ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງທ່ານນາງ ເມແກນ ໂຈນສ (Megen Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອົສຕຣາລີ ປະຈຳສປປ ລາວ ແລະ ທ່ານ ໂທມັດ ລາມມາ (Thomas Lammar) ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກປະຈຳ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ສສກ ຄົນໃໝ່.
ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ - ລາວ

ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ - ລາວ

ເມື່ອບໍ່ດົນມານີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານເປີດງານການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ - ສປປ ລາວ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍມີແຂກຖືກເຊີນເຂົ້າຮ່ວມຮັບຊົມ.
ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໃນວັນທີ 11 ກໍລະກົດ ຜ່ານມາ ທີ່ໜັງສືພິມປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບການມາຢ້ຽມຢາມແລະພົບປະຂອງຄະນະສື່ມວນຊົນສູນສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ຊຶ່ງນໍາໂດຍທ່ານ ອ້ວງ ຫານຟີ້ງ(Wang Hanping) ຮອງສູນສື່ສານຫົວໜ້າສູນການສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ການພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ພ້ອມດ້ວຍຄະນະ. ການມາຢ້ຽມຢາມຄັ້ງນີ້ໂດຍປະຕິບັດຕາມໜັງສືເຊີນຂອງໜັງສືພິມປະຊາຊົນສຽງຂອງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ເພື່ອພົບປະກັບໜັງສືພິມປະຊາຊົນ ແລະ ເຄື່ອນໄຫວເກັບກໍາຂ່າວ, ສ້າງສາລະຄະດີຈີນ-ອາຊຽນຮ່ວມກັນຂ້າມພູທະເລ ໃນລະຫວ່າງວັນທີ 9-12 ກໍລະກົດ 2025.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ເພີ່ມເຕີມ