ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II
ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮບທນການສກສາໃຫນກຮຽນດອຍໂອກາດ ຈານວນ 109 ຄນໃນ 3 ແຂວງເປາໝາຍ ໂດຍການສະໜບສະໜນຂອງວງນກຮອງຊາຍ ເຊເວນທນ ສ ເກາຫ ພາຍໃຕໂຄງການ Bridge Laos Project ໄລຍະທ II - image 1
 

ໂຄງການ Bridge ແມ່ນການຮ່ວມມືດ້ານກາານສຶກສາ ລະຫວ່າງຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ ແລະ ຄະນະກຳມາທິການແຫ່ງຊາດເກົາຫຼີເພື່ອອຸຍແນສໂກຊຶ່ງມີຈຸດປະສົງເພື່ອສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4 (SDG4) ໂດຍສຸມໃສ່ການສ້າງໂອກາດໃຫ້ເດັກ ແລະ ຊາວໜຸ່ມຜູ້ດ້ອຍໂອກາດ ທີ່ຢູ່ນອກໂຮງຮຽນມີໂອກາດໄດ້ຮັບການສຶກສາ ພ້ອມທັງວິຊາຊີບຂັ້ນພື້ນຖານ. ສປປ ລາວ ໄດ້ເຂົ້າຮ່ວມໂຄງການໃນໄລຍະທີ I ໃນຊ່ວງປີ 2020-2024 ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໄລຍະທີ II ແຕ່ ປີ 2025-2029. ໃນປີ 2026 ນີ້, ໂຄງການໄດ້ຮັບການສະໜັບສະໜູນດ້ານງົບປະມານເພີ່ມຕື່ມ ຈາກວົງນັກຮ້ອງຊາຍເຊເວັນທີນ ຜ່ານໂຄງການ "Going Together" ພາຍໃຕ້ໂຄງການທຶນຊ່ວຍເຫຼືອຊາວໜຸ່ມໂລກ (Global Youth Grant Scheme) ເພື່ອສະໜັບສະໜູນການສຶກສາໃຫ້ນັກຮຽນທີ່ດ້ອຍໂອກາດໃນ ສປປ ລາວ ໂດຍຜ່ານຄະນະກຳມະການແຫ່ງຊາດເກົາຫຼີ ເພື່ອອຸຍແນສໂກ ພາຍໃຕ້ໂຄງການ Bridge Laos Project.

ມອບ-ຮບທນການສກສາໃຫນກຮຽນດອຍໂອກາດ ຈານວນ 109 ຄນໃນ 3 ແຂວງເປາໝາຍ ໂດຍການສະໜບສະໜນຂອງວງນກຮອງຊາຍ ເຊເວນທນ ສ ເກາຫ ພາຍໃຕໂຄງການ Bridge Laos Project ໄລຍະທ II - image 2
 

ນັກຮຽນຜູ້ໄດ້ຮັບທຶນ ຈະໄດ້ຮັບການສະໜັບສະໜູນດ້ານອຸປະກອນແລະງົບປະມານ ສຳລັບສະໜັບສະໜູນການເຂົ້າຮຽນໃນຊັ້ນມັດທະຍົມສຶກສາຕອນຕົ້ນປີທີ 1 ໃນສົກຮຽນ 2026-2027 ເພື່ອປະກອບສ່ວນຫຼຸດຜ່ອນການໃຊ້ຈ່າຍຂອງຄອບຄົວ ປະຈຳປີ ເຊັ່ນ: ຊຸດເຄື່ອງແບບນັກຮຽນ ແລະ ຊຸດກິລາ; ປຶ້ມແບບຮຽນມັດທະຍົມຕອນຕົ້ນຄົບຊຸດ; ອຸປະກອນການຮຽນ; ເບ້ຍລ້ຽງໃນໄລຍະສົກຮຽນ 2026-2027 ແລະ ຄ່າບໍາລຸງຮັກສາໂຮງຮຽນ. ພ້ອມທັງມີໃບຍ້ອງຍໍ ແລະ ນະໂຍບາຍຕໍ່ນັກຮຽນຜູ້ທີ່ມີຜົນການຮຽນດີເດັ່ນ. ນັກຮຽນຜູ້ໄດ້ຮັບທຶນແມ່ນຢູ່ໃນ 30 ບ້ານເປົ້າໝາຍ ຂອງ 6 ເມືອງ ໃນ 3 ແຂວງ: ແຂວງອຸດົມໄຊ 36 ຄົນ (ຍິງ 18 ຄົນ), ແຂວງສະຫວັນນະເຂດ 36 ຄົນ (ຍິງ 22 ຄົນ) ແລະ ແຂວງຄຳມ່ວນ 37 ຄົນ (ຍິງ 14 ຄົນ).

ມອບ-ຮບທນການສກສາໃຫນກຮຽນດອຍໂອກາດ ຈານວນ 109 ຄນໃນ 3 ແຂວງເປາໝາຍ ໂດຍການສະໜບສະໜນຂອງວງນກຮອງຊາຍ ເຊເວນທນ ສ ເກາຫ ພາຍໃຕໂຄງການ Bridge Laos Project ໄລຍະທ II - image 3
 

ພິທີມອບ-ຮັບທຶນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ ເມືອງໄຊ ແລະ ເມືອງງາ, ແຂວງອຸດົມໄຊ; ວັນທີ 20-21 ສິງຫາ 2026 ທີ່ ເມືອງເຊໂປນ ແລະ ເມືອງນອງ, ແຂວງສະຫວັນນະເຂດ; ແລະ ວັນທີ 25-26 ສິງຫາ 2026 ທີ່ ເມືອງຍົມມະລາດ ແລະ ເມືອງມະຫາໄຊ, ແຂວງຄໍາມ່ວນ. ພິທີດັ່ງກ່າວ ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານ, ພໍ່ແມ່-ຜູ້ປົກຄອງ, ຕາງໜ້າອົງການປົກຄອງຕາແສງ-ບ້ານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ມອບ-ຮບທນການສກສາໃຫນກຮຽນດອຍໂອກາດ ຈານວນ 109 ຄນໃນ 3 ແຂວງເປາໝາຍ ໂດຍການສະໜບສະໜນຂອງວງນກຮອງຊາຍ ເຊເວນທນ ສ ເກາຫ ພາຍໃຕໂຄງການ Bridge Laos Project ໄລຍະທ II - image 4
 

ການມອບ-ຮັບທຶນໃນຄັ້ງນີ້ ໄດ້ສ້າງຄວາມປິຕິຍິນດີ ແລະ ນຳມາຊຶ່ງຄວາມຫວັງໃໝ່ໃຫ້ແກ່ນັກຮຽນ ແລະ ຄອບຄົວ. ພ້ອມນີ້, ທຸກພາກສ່ວນຍັງມີຄວາມເຊື່ອໝັ້ນວ່າ ໂອກາດທາງການສຶກສາທີ່ໄດ້ຮັບໃນຄັ້ງນີ້ ຈະເປັນພະລັງ ແລະ ແຮງບັນດານໃຈໃຫ້ນັກຮຽນມີຄວາມຕັ້ງໃຈ, ພາກພຽນ ແລະ ບຸກບືນຮ່ຳຮຽນ ເພື່ອສ້າງອະນາຄົດທີ່ດີກວ່າ.

ມອບ-ຮບທນການສກສາໃຫນກຮຽນດອຍໂອກາດ ຈານວນ 109 ຄນໃນ 3 ແຂວງເປາໝາຍ ໂດຍການສະໜບສະໜນຂອງວງນກຮອງຊາຍ ເຊເວນທນ ສ ເກາຫ ພາຍໃຕໂຄງການ Bridge Laos Project ໄລຍະທ II - image 5
 

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ