![]() |
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ຜ້າເສື່ອນອນ 103 ຜືນ, ສາດ 103 ຜືນ, ມຸ້ງ 103 ດາງ, ໝອນ 103 ໜ່ວຍ ແລະ ຜ້າປູ 103 ຜືນ, ອຸປະກອນເຄື່ອງຮັບໃຊ້ຄົວເຮືອນ, ອາຫານແຫ້ງ ແລະ ອຸປະກອນການຮຽນ ລວມມູນຄ່າທັງໝົດ 157,500,000 ກີບ, ມອບໃຫ້ນ້ອງນັກຮຽນທີ່ນອນຫໍພັກພາຍຢູ່ໂຮງຮຽນ ມສ ປາກເປັດ ໂດຍມີຈຳນວນນັກຮຽນທີ່ນອນຫໍພັກທັງໝົດ 103 ນ້ອງ ຍິງ 53 ນ້ອງ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ໄດ້ຮັບການສະໜັບໜູນຈາກ ຄອບຄົວການນຳຂັ້ນແຂວງ, ຄອບຄົວການນຳເມືອງ ແກ່ນທ້າວ, ເມືອງຊຽງຮ່ອນ ແລະ ນັກທຸລະກິດພາຍໃນແຂວງໄຊຍະບູລີ. ໃຫ້ກຽດຮັບໂດຍຄະນະອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
![]() |
ໃນໂອກາດນີ້, ຄະນະອຳນວຍການໂຮງຮຽນ ແລະ ນ້ອງນັກຮຽນໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງ ຕໍ່ກັບບັນດາຄອບຄົວການນຳແຂວງໄຊຍະບູລີ, ຄອບຄົວການນໍາ 2 ເມືອງ ແລະ ນັກທຸລະກິດ ຜູ້ປະກອບການ ທີ່ໃຫ້ການສະໜັບສະໜູນເຄື່ອງຊ່ວຍເຫຼືອໃນຄັ້ງນີ້. ໃນໂອກາດດຽວກັນນີ້, ທາງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ນຳເອົາແນວພັນພືດ ພ້ອມດ້ວຍ ເຄື່ອງມືຮັບໃຊ້ສວນຄົວມາມອບໃຫ້ຄູອາຈານ ແລະ ນັກຮຽນນອນຫໍພັກຕື່ມອິກ.
(ຂ່າວ: ຄ ອ ມ ເມືອງຊຽງຮ່ອນ)


ຄໍາເຫັນ