ມອບລາງວັນແຂ່ງຂັນວິດີໂອສັ້ນ ເລື່ອງລາວຂອງຂ້ອຍກັບທາງລົດໄຟ ລາວ-ຈີນ

ມອບລາງວັນແຂ່ງຂັນວິດີໂອສັ້ນ ເລື່ອງລາວຂອງຂ້ອຍກັບທາງລົດໄຟ ລາວ-ຈີນ
ສະຖານທູດ ສປ ຈີນ  ປະຈໍາ ສປປ ລາວ ຮ່ວມກັບ ບໍລິສັດລົດໄຟ ລາວ-ຈີນ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ສໍານັກຂ່າວຊິນຮວາ ສາຂານະຄອນຫຼວງວຽງຈັນ ແລະ ສະຖານີວິທະຍຸສາກົນແຫ່ງຊາດຈີນ CRI ປະຈໍາ ສປປ ລາວ  ໄດ້ຈັດພິທີມອບລາງວັນໃຫ້ຜູ້ຊະນະເລີດການແຂ່ງຂັນວິດີໂອສັ້ນພາຍໃຕ້ຫົວຂໍ້ ເລື່ອງລາວຂອງຂ້ອຍກັບທາງລົດໄຟ ລາວ-ຈີນ ຂຶ້ນໃນວັນທີ 16 ຕຸລາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ທ່ານ ຫວາງ ຊ່າງ(Wang Chang) ອຸປະທູດສະຖານເອກອັກຄະລັດຖະທູດ ສປ  ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຜູ້ໄດ້ຮັບລາງວັນ ເຂົ້າຮ່ວມ. 
ເພື່ອປະກອບສ່ວນສະເຫຼີມສະຫຼອງ ຂໍ້ລິເລີ່ມຂອງທ່ານ ສີຈິ້ນຜີງ ກ່ຽວກັບ ໜຶ່ງແລວ ໜຶ່ງເສັ້ນທາງ. ປັດຈຸບັນແມ່ນຄົບຮອບ 10 ປີ. ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ກາຍເປັນຜະລິດຕະພັນສາທາລະນະລະດັບສາກົນ ທີ່ໄດ້ຮັບຄວາມນິຍົມ ແລະ ເປັນເວທີຮ່ວມມືສາກົນຂະໜາດໃຫຍ່ທີ່ສຸດ ສອງຊາດລາວ-ຈີນ  ໄດ້ບັນລຸຸໃນການຮ່ວມກັນສ້າງ ຂໍ້ລິເລີ່ມດັ່ງກ່າວ ທີ່ມີຄຸນນະພາບສູງ ແລະ ໄດ້ຮັບການແຕກດອກອອກຜົນຢ່າງສະຫງ່າງາມ, ພັດທະນາສົ່ງເສີມ ໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນ  ຫຼາຍໂຄງການ ໂດຍສະເພາະກໍຄືໂຄງການເສັ້ນທາງລົດໄຟ ລາວ-ຈີນ  ຊຶ່ງມັນໄດ້ກາຍເປັນໂຄງການທີ່ສໍາຄັນ ເປັນຕົວແທນໃຫ້ແກ່ມິດຕະພາບລະຫວ່າງສອງຊາດ ລາວ-ຈີນ ແລະ ສັນຍາລັກໃຫ້ກັບຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ. 
ໃນການແຂ່ງຂັນຄັ້ງນີ້ ໄດ້ຄັດເລືອກເອົາຜົນງານທີ່ດີເດັ່ນ 21 ຜົນງານ.  ລາງວັນຊະນະເລີດ(ທີ1) ມີ 1 ລາງວັນ ໄດ້ແກ່ ທ້າວ ບຸນສຸກ ຄັງໄຊ ໄດ້ຮັບເງິນ 12.500.000 ກີບ ພ້ອມປີ້ລົດໄຟຊັ້ນໜຶ່ງ ພາຍໃນປະເທດ ຈໍານວນ 3 ປິ້; ລາງວັນທີ 2 ມີ 2 ລາງວັນ ໄດ້ຮັບເງິນ 7.500.000 ກີບ ພ້ອມປີ້ລົດໄຟຊັ້ນໜຶ່ງ ພາຍໃນປະເທດຈໍານວນ 2 ປີ້; ລາງວັນທີ 3 ມີ 3 ລາງວັນ ໄດ້ຮັບເງິນ 2.500.000 ກີບ ພ້ອມປິ້ລົດໄຟຊັ້ນສອງ ຈໍານວນ 2 ປີ້ ແລະ ລາງວັນທີ 4 ມີ 15 ລາງວັນ ໄດ້ຮັບເງິນ 1.250.000 ກີບ ພ້ອມປີ້ລົດໄຟຊັ້ນສອງ ພາຍໃນປະເທດຈໍານວນ 2 ປີ້.  
ໃນຜົນງານທີ່ໄດ້ຮັບລາງວັນແມ່ນໄດ້ສະແດງໃຫ້ເຫັນວ່າໂຄງການທາງລົດໄຟລາວ-ຈີນ ໄດ້ຊ່ວຍພັດທະນາປະເທດລາວ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ; ໄດ້ຫັນປ່ຽນໂສມໜ້າໃໝ່ແກ່ການພັດທະນາເສດຖະກິດ-ສັງຄົມ; ປ່ຽນຄວາມຝັນແຫ່ງຄວາມຜາສຸກຂອງປະຊາຊົນຕາມແລວເສັ້ນທາງລົດໄຟໃຫ້ປະກົດເປັນຈິງ. 
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ເພີ່ມເຕີມ