ເມື່ອບໍ່ດົນມານີ້, ພະແນກແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບ ເງິນອຸດໜູນນະໂຍບາຍຕໍ່ຜູ້ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຕາມດໍາລັດເລກທີ 272/ລບ ປະຈໍາປີ 2023ໂດຍການເປັນປະທານຂອງທ່ານນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກ ຮສສ ແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະລາ ແກ້ວມະນີໄຊ ຮອງຫົວໜ້າພະແນກ ຮສສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຮສສ ວ່າດ້ວຍການອະນຸມັດເງິນອຸດໜູນເທື່ອດຽວໃຫ້ຜູ້ຍັງມີຊີວິດໃນງວດທີ 3 ປະຈໍາປີ 2023 ໂດຍຕົກລົງ: ອະນຸມັດເງິນອຸດໜູນເທື່ອດຽວໃຫ້ຜູ້ຍັງມີຊີວິດໃນງວດທີ 3 ປະຈໍາປີ 2023 ໃຫ້ພະແນກ ຮສສ ແຂວງສະຫວັນນະເຂດຈໍານວນ 21 ທ່ານ ເປັນເງິນທັງໝົດ 417 ລ້ານກວ່າກີບ ທີ່ມາຈາກເມືອງທ່າປາງທອງ, ເມືອງພະລານໄຊ, ເມືອງພີນ, ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງອາດສະພອນ. ພ້ອມຂໍ້ຕົກລົງ ວ່າດ້ວຍການອະນຸມັດເງິນອຸດໜູນເສຍສະຫຼະຊີວິດໃນງວດ 3 ປະຈໍາປີ 2023 ໂດຍຕົກລົງອະນຸມັດເງິນອຸດໜູນເສຍສະຫຼະຊີວິດໃຫ້ຈໍານວນ 18 ທ່ານ ເປັນເງິນທັງໝົດ 372 ລ້ານກວ່າກີບຊຶ່ງມີເມືອງນອງ, ເມືອງພະລານໄຊ ແລະ ເມືອງທ່າປາງທອງໃຫ້ກຽດມອບໂດຍທ່ານນາງ ພາວັນ ບົວຫຼວງລາດ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ