ຂ່າວລະບຸວ່າ: ໃນ 7 ເດືອນຕົ້ນປີນີ້, ຍອດມູນຄ່າການສົ່ງອອກຜະລິດຕະພັນກົນຈັກ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເອເລັກໂຕຣນິກຂອງຈີນຕໍ່ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ເພີ່ມຂຶ້ນ 15.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຜະລິດຕະພັນກົນຈັກ ແລະ ເຄື່ອງໃຊ້ໄຟຟ້າຂອງຈີນ ຄື: ອາໄຫຼ່ລົດຍົນ, ກົນຈັກດ້ານວິສະວະກຳ ແລະ ອຸປະກອນໄຟຟ້າເປັນຕົ້ນ ຖືກນຳໃຊ້ຢ່າງກວ້າງຂວາງໃນຂົງເຂດຕ່າງໆຢູ່ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ສຳລັບການຍົກລະດັບພື້ນຖານໂຄງລ່າງ, ປັບປຸງການຄົມມະນາຄົມໃຫ້ສົມບູນຂຶ້ນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ຈີນໄດ້ສືບຕໍ່ເປີດກວ້າງການນຳເຂົ້າຜະລິດຕະພັນກະສິກຳທີ່ເປັນເອກະລັກພິເສດຈາກປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ເພື່ອເຮັດໃຫ້ຕະຫຼາດພາຍໃນມີຄວາມອຸດົມສົມບູນກວ່າເກົ່າ.
6 ເດືອນຕົ້ນປີ ປະລິມານການຄ້າຂາຍຂອງຕະຫຼາດເງິນຕາຕ່າງປະເທດຈີນ ເພີ່ມຂຶ້ນຢ່າງໝັ້ນທ່ຽງ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງບໍ່ດົນມານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ໄດ້ປະກາດ “ບົດລາຍງານລາຍຮັບ ແລະ ລາຍຈ່າຍສາກົນຈີນໃນ 6 ເດືອນຕົ້ນປີ 2026” ໂດຍສະແດງໃຫ້ເຫັນວ່າ:
ຄໍາເຫັນ