ໃນວັນທີ 18 ມີຖຸນານີ້ ຢູ່ທີ່ສະໂມສອນເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແພດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແພດລາວ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ.
ທ່ານ ຄຳພັນ ພັນທະວົງ ໄດ້ເລົ່າຄືນມູນເຊື້ອ ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງແພດລາວ ຄົບຮອບ 60 ປີ, ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ຂະບວນການຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໜ່ ສາມາດຜ່ານຜ່າຄວາມທຸກຍາກລຳບາກ, ມີຄວາມເສຍສະຫຼະ ເພື່ອເຮັດໜ້າທີປົກປັກຮັກສາ ແລະ ດູແລສຸຂະພາບໃຫ້ນັກຮົບໃນກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໃນແຕ່ລະໄລຍະ ເພື່ອເປັນການຈາລືກເຖິງຄຸນງາມຄວາມດີ ຂອງພະນັກງານແພດໜໍທຸກທົ່ວໜ້າ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັກສາສຸຂະພາບ ທັງເປັນການປຸກລະດົມມວນຊົນ ໃຫ້ເຫັນໄດ້ຄວາມໜາຍຄວາມສຳຄັນ, ທັງເປັນການປູກຈິດສຳນຶກ, ໃຫ້ພະນັກງານແພດໜໍຮຸ່ນສືບທອດ ໄດ້ຮໍ່າຮຽນເອົາແບບຢ່າງ ຄຸນງາມຄວາມດີ, ເພື່ອເປັນການຝຶກຝົນຕົນເອງ ໃຫ້ມີຄຸນສົມບັດ, ຈັນຍາບັນ ຈັນຍາທຳ ແລະ ວຽກວິຊາສະເພາະຂອງຕົນ. ເພື່ອເປັນການສຶກສາອົບຮົມ ທັງເປັນການຍົກບົດບາດກຽດສັກສີຂອງພະນັກງານແພດ ລາວໃຫ້ກ້າວຂຶ້ນໄປເລື້ອຍໆ. ຕອນທ້າຍພິທີ ກໍໄດ້ມອບໃບຊົມເຊີຍຂອງທ່ານເຈົ້າເມືອງໃຫ້ບຸກຄົນທີ່ປະກອບສ່ວນເຂົ້າໃນວຽກງານສາທາລະນະສຸກຕື່ມອີກ.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)
ຄໍາເຫັນ