ພິທີປະກາດ, ແຕ່ງຕັ້ງພະນັກງານຫຼັກແຫຼ່ງຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜິວວັນນາ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ອົງການ, ກອງບັນຊາການທະຫານ, ຕໍາຫຼວດ, ພະນັກງານຫຼັກແຫຼ່ງ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ
ໃນພິທີ, ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງຫົງສາ ລົງວັນທີ 26 ກັນຍາ 2023 ວ່າດ້ວຍການຍົກຍ້າຍພະນັກງານໄປປະຈໍາການຢູ່ບ່ອນໃໝ່ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຫ້ອງການ ພາຍໃນເມືອງ ໃນນີ້, ແຕ່ງຕັ້ງທ່ານ ບຸນທະວີ ສີປະເສີດ ເປັນຫົວໜ້າຫ້ອງວ່າການເມືອງ, ທ່ານ ພູວົງ ກອງຊັບ ເປັນຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ທ່ານ ປ່ຽນ ຈິນດາ ເປັນຮອງປະທານແນວລາວສ້າງຊາດເມືອງ, ທ່ານ ນາງ ຄຳມີ ພົມມະຈັນ ເປັນຮອງຫົວໜ້າຫ້ອງວ່າການເມືອງ, ທ່ານ ບຸນຈັນ ພັນທຸອາມາດ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ນາງ ປີວ ທະວີວັນ ໄປປະຈຳການຢູ່ຫ້ອງການສະຫະພັນແມ່ຍິງເມືອງ, ແຕ່ງຕັ້ງທ່ານ ສາຍພອນ ສີວົງໄຊ ເປັນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທ່ານ ໂຟນີ ວົງປະເສີດ ເປັນຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ນາງ ດອນ ພອນສະຫວັດ ເປັນຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ແຕ່ງຕັ້ງທ່ານ ຊາຍນະສານ ຫານສຸວິ ເປັນຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ,ລົງວັນທີ 26 ກັນຍາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຮັກສາການເລຂາໜ່ວຍພັກ ແລະ ຮອງເລຂາໜ່ວຍພັກ,ຈຳນວນໜຶ່ງ.
ໃນໂອກາດດັ່ງກ່າວ, ທ່ານ ຄຳຫຼ້າ ຜິວວັນນາ ກໍໄດ້ເໜັ້ນໜັກໃຫ້ການນຳທຸກຂັ້ນ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບການຍົກຍ້າຍ - ແຕ່ງຕັ້ງຄັ້ງນີ້ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຊີ້ນໍາ - ນໍາພາ ສຶກສາອົບຮົມແນວຄິດຂອງສະມາຊິກພັກ - ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເພື່ອຮັບປະກັນບໍ່ໃຫ້ເກີດມີປະກົດການສວຍໂອກາດໃນໜ້າທີ່ໄປທາງທີ່ບໍ່ເໝາະສົມ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍຜົນສໍາເລັດທີ່ໄດ້ນໍາພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາໃຫ້ດີຂຶ້ນເລື້ອຍໆ, ສ່ວນອັນໃດທີ່ຍັງອ່ອນ ແລະ ເປັນຂໍ້ຄົງຄ້າງ ກໍໃຫ້ພ້ອມກັນເລັ່ງປັບປຸງແກ້ໄຂໃຫ້ໝົດໄປ, ພ້ອມດຽວກັນນັ້ນ, ກໍໃຫ້ເອົາໃຈໃສ່ຕັ້ງໜ້າຄົ້ນຄິດປະດິດສ້າງ ເພື່ອປັບປຸງວຽກງານທີ່ຮັບຜິດຊອບຕາມພາລະບົດບາດ ໜ້າທີ່ຂອງຂະແໜງການຕົນໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ຊາຍນະສານ ຫານສຸວິ.ພາບ: ບຸນປອນ ສຸກສົມບັດ

ຄໍາເຫັນ