ພິທີປະກາດຮັບຮອງເອົາເມືອງຮຸນເປັນເມືອງຢຸດຕິການຖ່າຍຊະຊາຍ

ເມືອງຮຸນ ຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍ

ເມືອງຮຸນ ຮັບຮອງເປັນເມືອງຢຸດຕິການຖ່າຍຊະຊາຍ
ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີປະກາດຮັບຮອງເອົາເມືອງຮຸນເປັນເມືອງຢຸດຕິການຖ່າຍຊະຊາຍ ຂຶ້ນໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ,

ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ, ມີພາກສ່ວນກ່ຽວຂ້ອງຈາກບັນດາຫ້ອງການອ້ອມຂ້າງເມືອງຮຸນເຂົ້າຮ່ວມ.
ໃນພິທີຄັ້ງນີ້, ທ່ານ ກິສອນ ແສນປັນຍາ ຮອງເຈົ້າເມືອງໆຮຸນ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳສັງຄົມ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ຂອງເມືອງເລີ່ມແຕ່ປີ 2014-2024, ຕິດພັນກັບ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ສາທາລະນະສຸກ, ຊຶ່ງໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງ (ສະຖານທີ່ບໍລິການສາທາລະນະສຸກ) ມີໂຮງໝໍເມືອງ 1 ແຫ່ງ, ໂຮງໝໍກອງພົນທີສາມ 1 ແຫ່ງ, ໂຮງໝໍນ້ອຍ 10 ແຫ່ງ, ມີອາສາສະໝັກຂັ້ນບ້ານ (ອສບ) 159 ຄົນ ຍິງ 67 ຄົນ. ເມືອງຮຸນ ປະກອບມີ 93 ບ້ານ, ປະຊາກອນທັງໝົດ 76.985 ຄົນ, ມີ 13.006 ຫຼັງຄາ, ຈຳນວນຫຼັງຄາເຮືອນທີ່ມີວິດຖ່າຍ 9.295ຫຼັງຄາ, ອັດຕາການຊົມໃຊ້ທົ່ວເມືອງ 71% ແລະ ຫຼັງການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ) ປີ 2024 ປະຊາກອນມີ 88.232 ຄົນ, ມີ 17.013 ຫຼັງຄາ, ຈຳນວນທີ່ມີວິດຖ່າຍ 16.908 ຫຼັງຄາ, ປັດຈຸບັນ ທົ່ວເມືອງມີ 92 ບ້ານ ລວມອັດຕາການຊົມໃຊ້ວິດຖ່າຍແມ່ນກວມ 100%
ໃນພິທີໄດ້ມອບໃບຍ້ອງຍໍ ຂອງທ່ນເຈົ້າແຂວງ ໃຫ້ບຸກຄົນຈຳນວນ 27 ທ່ານ, 23 ກົມກອງ, 93 ບ້ານ ແລະ ມອບໃບຢັ້ງຢືນຮັບຮອງເມືອງຮຸນ ເປັນເມືອງຢຸດຕິການຖ່າຍຊະຊາຍ ພ້ອມດ້ວຍຮ່ວມຕັດແຖບຜ້າ ເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການຮັບຮອງເມືອງຮຸນ ເປັນເມືອງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ.
(ຂ່າວ: ອໍາຄາສຸລິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຂື່ອນໄຟຟ້ານ້ຳກົງ 1 ຈັດກິດຈະກຳເປີດກວ້າງໃຫ້ມວນຊົນເຂົ້າຢ້ຽມຊົມ  ພາຍໃຕ້ຫົວຂໍ້: “”ຫ້ອງຮຽນສີຂຽວ ແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ຂໍ່ານັບຊົມເຊີຍບຸນຄຸນແມ່”

ເຂື່ອນໄຟຟ້ານ້ຳກົງ 1 ຈັດກິດຈະກຳເປີດກວ້າງໃຫ້ມວນຊົນເຂົ້າຢ້ຽມຊົມ ພາຍໃຕ້ຫົວຂໍ້: “”ຫ້ອງຮຽນສີຂຽວ ແມ່ນ້ຳຂອງ-ແມ່ນ້ຳລ້າງຊ້າງ ຂໍ່ານັບຊົມເຊີຍບຸນຄຸນແມ່”

ເພື່ອເພີ່ມທະວີການພົວພັນແລກປ່ຽນກັບຊຸມຊົນອ້ອມຂ້າງ ແລະ ສ້າງຈິດສຳນຶກໃຫ້ແກ່ປະຊາຊົນທ້ອງຖິ່ນກ່ຽວກັບໂຄງການພະລັງງານສະອາດ, ເຂື່ອນໄຟຟ້ານ້ຳກົງ 1 ໄດ້ຈັດກິດຈະກຳເປີດກວ້າງໃຫ້ມວນຊົນເຂົ້າຢ້ຽມຊົມ ພາຍໃຕ້ຫົວຂໍ້: “ນ້ຳກົງມີນັດຮ່ວມລະນຶກຄວາມຮັກ ແລະ ຄວາມກະຕັນຍູຕໍ່ແມ່” ໃນໂອກາດວັນແມ່ທີ່ກຳລັງຈະມາເຖິງ. ໃນກິດຈະກຳຄັ້ງນີ້, ມີຄະນະຄູອາຈານ, ນັກຮຽນ ແລະ ຕົວແທນຜູ້ເປັນແມ່ຈາກບ້ານວຽງໄຊ, ເມືອງພູວົງເຂົ້າມາທັດສະນະສຶກສາ ແລະ ຮ່ວມກິດຈະກຳກັບພະນັກງານປະຈຳເຂື່ອນຢ່າງເບີກບານມ່ວນຊື່ນ.
ມອບອຸປະກອນຮັບໃຊ້ຫ້ອງການໃຫ້ 53 ຕາແສງ ທົ່ວແຂວງຫົວພັນ

ມອບອຸປະກອນຮັບໃຊ້ຫ້ອງການໃຫ້ 53 ຕາແສງ ທົ່ວແຂວງຫົວພັນ

ໃນວັນທີ 11 ພຶດສະພານີ້, ຢູ່ທີ່ຫໍສະພາ ແຂວງຫົວພັນ, ບໍລິສັດ PSL Group Lak, ບໍລິສັດ ກຸ່ມບຸນທະວີຊັບ ຈຳກັດ ແລະ ບໍລິສັດ ແສງທອງກໍ່ສ້າງເຄຫາສະຖານ ຂົວທາງ ແລະ ຊົນລະປະທານ ໄດ້ມອບເຄື່ອງອຸປະກອນຮັບໃຊ້ຫ້ອງການ ໃຫ້ແກ່ 53 ຕາແສງ ທົ່ວແຂວງຫົວພັນ ໂດຍການກ່າວມອບຂອງທ່ານ ອັງຄານສະດາ ມ່ວງຄຳ ຮອງປະທານບໍລິສັດ PSL Group ແລະ ຕາງໜ້າກ່າວຮັບຂອງທ່ານ ພອນສຸກ ອິນທະວົງ ປະທານປົກຄອງແຂວງ.
ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ໃນວັນທີ 7 ພຶດສະພານີ້, ຢູ່ທີ່ກອງຮ້ອຍທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ, ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໂດຍສະຫາຍ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ. ກ່າວຮັບໂດຍສະຫາຍ ພັນຕີ ວົງໄຊ ເຮືອງລິດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 158, ມີສະຫາຍ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ, ພ້ອມດ້ວຍຄະນະຕິດຕາມຈາກແຂວງ, ເມືອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ພິທີປະກາດສ້າງຕັ້ງ 5 ຕາແສງຂອງເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 7 ພຶດສະພານີ້, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ, ທ່ານ ຄໍາໜັ້ນ ສໍປະເສີດ ເລຂາຄະນະບໍລິຫານງານພັກເມືອງທ່າແຂກ, ພ້ອມດ້ວຍບັນດາການນໍາແຂວງ, ເມືອງ, ເລຂາພັກບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ພິທີເຊັນສັນຍາ ໂຄງການກໍ່ສ້າງ ເສັ້ນທາງເບຕົງເສີມເຫຼັກ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ພຶດສະພາ 2026 ທີ່ໂຮງແຮມ ສຸພັດຕາ ວຽງຈັນ.
ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ທ່ານ ດາວອນ ວົງລໍຄໍາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫົວພັນ ໄດ້ໃຫ້ສໍາພາດກ່ຽວກັບການປັບປຸງພັດທະນາເສັ້ນທາງພາຍໃນເທດສະບານເມືອງຊໍາເໜືອ ແຂວງຫົວພັນ ໃນໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ພຶດສະພາ ນີ້
ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນໃຫຍ່ເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳ ເພື່ອປົກປ້ອງການໃຊ້ແຮງງານເດັກ, ການສົ່ງຕໍ່ກໍລະນີ ໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ ຫົວໜ່ວຍທຸລະກິດເອກະຊົນ ແລະ ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ຢູ່ເມືອງນ້ຳບາກ, ໂດຍເປັນປະທານ ຂອງ ທ່ານ ອາຄົມ ສັນຕິສຸກ ຮອງປະທານຄະນະກຳມະການປົກຄອງເມືອງນ້ຳບາກ, ມີຜູ້ຕາງໜ້າພະແນກການຂັ້ນແຂວງ, ຫ້ອງການທີ່ກ້ຽວຂ້ອງ, ພະນັກງານ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ແລະ ຫົວໜ່ວຍ ທຸລະກິດ ເອກະຊົນ, ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ເຂົ້າຮ່ວມ.
ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ລາຍງານໃຫ້ຮູ້ໃນວັນທີ 6 ພຶດສະພານີ້ວ່າ: ໃນໄລຍະຜ່ານມາ, ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດເກັບກໍາຂໍ້ມູນດ້ານລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງເຮັດໃຫ້ໃນໄລຍະ 4 ເດືອນຕົ້ນປີ 2026 ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 76.69 ຕື້ກີບ, ທຽບໃສ່ແຜນເທົ່າກັບ 29.75% (ແຜນ 257.81 ຕື້ກີບ) ແລະ ທຽບໃສ່ໄລຍະດຽວປີຜ່ານມາເທົ່າກັບ 135.02%. ການຄຸ້ມຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງມີທັງໝົດ 1,418 ຫົວໜ່ວຍ.
ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

​ໃນວັນທີ 5 ພຶດສະພາຜ່ານມາ, ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງໂພນທາດ ຊຶ່ງເປັນຕາແສງທຳອິດຂອງເມືອງ ແລະ ເປັນຕາແສງທີ 2 ຂອງແຂວງສະຫວັນນະເຂດ ຈາກທັງໝົດ 67 ຕາແສງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຈາກພະແນກການຕ່າງໆ, ປະທານຄະນະກຳມະການປົກຄອງເມືອງ 13 ເມືອງ ແລະ 1 ນະຄອນ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ
ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ໃນວັນທີ 6 ພຶດສະພານີ້, ຄະນະພັກ-ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ນຳເອົາເງິນ 15.000.000 ກີບ ໄປມອບສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ບ້ານຫາດຊາຍຄູນ ເພື່ອຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ໂດຍການເຂົ້າຮ່ວມ ແລະ ມອບຂອງ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍບັນດາທ່ານກຳມະການພັກເມືອງ; ຕາງໜ້າຮັບເງິນໂດຍ ທ່ານ ວັນນາ ອ່ອນຄຳໄພ ນາຍບ້ານຫາດຊາຍຄູນ ພ້ອມດ້ວຍຄະນະຈັດຕັ້ງບ້ານ.
ເພີ່ມເຕີມ