ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາເຮືອຊ່ວງ ປະຈໍາປີ 2023 ຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ ຜ່ານມາຢູ່ບໍລິເວນແຄມນໍ້າເຫືອງ ທ່າວັດສີພູມ ເທດສະບານເມືອງ, ໂດຍການເປັນກຽດເຂົ້າຮ່ວມຊົມຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ພ້ອມດ້ວຍປະຊາຊົນ ແລະ ແຂກຖືກເຊີນຈາກປະເທດໄທເຂົ້າຮ່ວມ.
ທ່ານ ອາດ ສີວົງສາ ນາຍບ້ານນາບອນໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບການແຕ່ງຕັ້ງຈາກທ່ານເຈົ້າເມືອງ, ຄະນະຮັບຜິດຊອບໄດ້ມີການປະຊຸມຄົ້ນຄວ້າປຶກສາຫາລື ແບ່ງຄວາມຮັບຜິດຊອບວຽກໃນແຕ່ລະດ້ານ ໃຫ້ແຕ່ລະອະນຸກໍາມະການຮັບຜິດຊອບ ໃນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຮັດໃຫ້ການຈັດງານແຂ່ງຂັນຊ່ວງເຮືອໃນປີນີ້ ໄດ້ມີບັນຍາກາດເຕັມໄປດ້ວຍເນື້ອໃນເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ, ໃນການຈັດງານການແຂ່ງຂັນກິລາຊ່ວງເຮືອປີນີ້ ຈະເກີດຂຶ້ນໄດ້ແມ່ນຍ້ອນຫຼາຍປັດໄຈສຳຄັນ ເປັນຕົ້ນແມ່ນຄວາມເປັນເຈົ້າການ, ເອົາໃຈໃສ່ຂອງອົງການປົກຄອງບ້ານ ສົມທົບກັບ ອົງການປົກຄອງເມືອງ, ຄະນະຮັບຜິດຊອບຈັດງານແຂ່ງຂັນ ທີ່ໄດ້ພ້ອມກັນຫ້າງຫາກະກຽມນັບແຕ່ມື້ເລີ່ມຕົ້ນຈົນຮອດມື້ຈັດງານແຂ່ງຂັນ ແລະ ສິ່ງສໍາຄັນ ຍ້ອນການອຸປະຖໍາຊຸກຍູ້ທາງດ້ານວັດຖຸປັດໄຈ ຈາກບັນດາບໍລິສັດ, ຫ້າງຮ້ານ, ລັດວິສາຫະກິດ, ພໍ່ແມ່ປະຊາຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍນັບທັງພາຍໃນເມືອງ ແລະ ຕ່າງເມືອງໄດ້ເປັນຢ່າງດີ. ການຈັດງານແຂ່ງຂັນກິລາຊ່ວງເຮືອປີນີ້ ແມ່ນໄດ້ດໍາເນີນການແຂ່ງຂັນ ເປັນເວລາ 2 ວັນ ຄື: ວັນທີ 29 ກັນຍາ ແມ່ນເປັນການແຂ່ງຂັນຊ່ວງເຮືອເພດຍິງ ແລະ ວັນທີ 30 ກັນຍາ ແມ່ນມື້ຊ່ວງເຮືອປະເພດຊາຍ ຊຶ່ງເປັນມື້ເປີດງານຢ່າງເປັນທາງການ ໂດຍມີເຮືອເຂົ້າຮ່ວມການແຂ່ງຂັນປະເພດເຮືອຊາຍ ທັງໝົດ 9 ລໍາ ແລະ ເຮືອເພດຍິງ ຈໍານວນ 8 ລຳ.
ຈາກນັ້ນ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ກ່າວເປີດງານແຂ່ງຂັນກິລາຊ່ວງເຮືອ ປະຈຳປີ 2023 ວ່າ: ການແຂ່ງຂັນກິລາ ຊ່ວງເຮືອ ແມ່ນການແຂ່ງຂັນກິລາປະເພດໜຶ່ງ ທີ່ມີຄວາມສຳຄັນ ແລະ ໄດ້ສືບທອດກັນມາເປັນເວລາຍາວນານ ແລະ ເປັນກິລາທີ່ໄດ້ຮັບຄວາມນິຍົມຊົມຊອບນັບທັງພາຍໃນ ແລະ ຕ່າງປະເທດຊຶ່ງການຈັດການແຂ່ງຂັນຊ່ວງເຮືອໃນປີນີ້ ແມ່ນເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີຂອງຊາດ,ຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາເປັນເວລາຍາວນານ ແລະ ທັງເປັນການເສີມສ້າງຄວາມສາມັກຄີຮັກແພງລະຫວ່າງປະຊາຊົນຊັ້ນຄົນຕ່າງໆໃຫ້ເປັນປຶກແຜ່ນ, ອີກອັນໜຶ່ງ ເພື່ອເປັນການຊຸກຍູ້ສົ່ງເສີມດ້ານການທ່ອງທ່ຽວ ຢູ່ພາຍໃນເມືອງໃຫ້ໄດ້ຮັບການພັດທະນານັບມື້ນັບດີຂຶ້ນ.
ຜົນການແຂ່ງຂັນເຮືອຊ່ວງຊາຍ ທີ I ໄດ້ແກ່ທີມຂອງບ້ານທ້າວແກ່ນ (1), ທີ II ໄດ້ແກ່ບ້ານເມືອງໝໍ, ທີ III ໄດ້ແກ່ບ້ານຫາດແດງ ແລະ ທີ IVໄດ້ແກ່ບ້ານພວນ. ສ່ວນບ້ານຈອມແກ້ວ, ຈອມເພັດ, ເມືອງເກົ່າ, ບ້ານທ້າວແກ່ນ (2) ແລະ ບ້ານນາບອນ ໄດ້ຮັບລາງວັນຊົມເຊີຍ, ຜົນການແຂ່ງຂັນເຮືອຊ່ວງຍິງ ທີ I ໄດ້ແກ່ທີມຂອງບ້ານທ້າວແກ່ນ, ທີ II ໄດ້ແກ່ບ້ານພວນ, ທີ III ໄດ້ແກ່ບ້ານເມືອງໝໍ ແລະ ທີ IVໄດ້ແກ່ບ້ານຈອມເພັດ. ສ່ວນບ້ານຈອມແກ້ວ, ເມືອງເກົ່າ, ຫາດແດງ ແລະ ບ້ານນາບອນ ໄດ້ຮັບລາງວັນຊົມເຊີຍ.
ສະເພາະ ທີ I ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມດ້ວຍເງິນສົດ 10 ລ້ານກີບ, ທີ II ໄດ້ຮັບເງິນລາງວັນ 8 ລ້ານກີບ, ທີ III ໄດ້ຮັບ 6 ລ້ານກີບ ແລະ ທີ IV ໄດ້ຮັບ 3 ລ້ານກີບ ແລະ ລາງວັນຊົມເຊີຍ ໄດ້ຮັບ 5 ແສນກີບ.
ຂ່າວ-ພາບ: ແກ່ນທ້າວ.

ຄໍາເຫັນ