ສະຫາຍ ໄພທອງ ຈັນດາຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 69 ແລະ 70/ຄພຂ, ລົງວັນທີ 23 ກຸມພາ 2026 ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງກໍາມະການພັກເມືອງແກ່ນທ້າວ ຊຶ່ງປະກອບມີສະຫາຍ ພັທ ອຸ່ນເຮືອນ ກັນທະວົງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ ເປັນກໍາມະການພັກເມືອງ ແລະ ສະຫາຍ ບຸນຕຽນ ໄພບຸນ ຫົວໜ້າຫ້ອງການຍຸຕິທໍາເມືອງແກ່ນທ້າວ ເປັນກໍາມະການພັກເມືອງ.
(ແຫຼ່ງຂ່າວ: ເມືອງແກ່ນທ້າວ)
ຄໍາເຫັນ