![]() |
ໂດຍການເປັນປະທານຂອງສະຫາຍ ສາທິດ ປັດສາພັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເພັງ ຊາວພູວົງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ກ່າວວ່າ: ການອົບຮົມຄັ້ງນີ້, ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບຂອງກຳລັງ ປກຊ-ປກສ ບ້ານ ໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ປັບປຸງຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວ ສາມາດນຳໃຊ້ວິຊາສະ ເພາະ ແລະ ອາວຸດທີ່ມີເຂົ້າໃນການປະຕິບັດໜ້າທີ່ຕົວຈິງຢ່າງມີປະສິດທິຜົນ.
![]() |
ເນື້ອໃນທີ່ນໍາມາອົບຮົມຄັ້ງນີ້, ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ພາກການເມືອງ ແລະ ວຽກງານ ປກຊ-ປກສ: ສຶກສາອົບຮົມແນວທາງ, ມະຕິ, ຄໍາສັ່ງ ແລະ ເອກະສານວຽກງານ ປກຊ-ປກສ.
ພາກສິນລະປະຍຸດ-ຍຸດທະວິທີ: ການນຳໃຊ້, ການມ້າງ ແລະ ການປະກອບອາວຸດປືນສັ້ນ, ປືນ AK, CKC, ລວມທັງຍຸດທະວິທີການເຄື່ອນທັບ, ວິທີການສູ້ຮົບ ແລະ ການປ້ອງກັນຕົວ. ຊຸດອົບຮົມຈະດໍາເນີນໄປຈົນເຖິງວັນທີ 27 ມິຖຸນາ 2026. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


ຄໍາເຫັນ