![]() |
ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງປະທານຄະນະກໍາມະການປົກຄອງເມືອງ ໄດ້ປາຖະກະຖາວ່າ: ວັນສ້າງຕັ້ງກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ໂດຍປະທານໄກສອນພົມວິຫານ ເປັນຜູ້ບັນຊາໂດຍກົງພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາ ຊົນລາວໄດ້ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975 ກອງທັບປະຊາຊົນລາວກໍໄດ້ຕັ້ງໜ້າເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດີນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ.
![]() |
ກອງທັບປະຊາຊົນລາວ ຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນເພື່ອເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນລາວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສືບຕໍ່ເອົາໃຈໃສ່ສືກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ, ເປັນກຳລັງຈົ່ງຮັກພັກດີ ແລະ ເຄື່ອນໄຫວຢູ່ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ຕັ້ງໜ້າສືກສາອົບຮົມປຸກລະດົມທົ່ວພັກທົ່ວລັດ ແລະ ທົ່ວປວງຊົນເຂົ້າຮ່ວມວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານໃຫ້ເປັນຂະບວນການກ້ວາງຂ້ວາງ ແລະ ແຂງແຮງກວ່າເກົ່າ, ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນ, ສຸ່ມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງຫຼວງໃຫ້ມີກຳລັງແຮງສູ້ຮົບ, ເປັນຫຼັກແຫຼ່ງ ແລະ ສາມາດຕອບຕ້ານ, ແກ້ໄຂສະພາບການທີ່ເກີດຂຶ້ນໄດ້ຢ່າງມີປະສິດຕິພາບ.
(ແຫຼງຂ່າວ: ເມືອງຫຼວງນໍ້າທາ)


ຄໍາເຫັນ