ວັນບຸນອອກພັນສາປະວໍລະນາປະຈໍາປີ 2023 ກົງກັບວັນທີ 31 ຕຸລາ 2023 ໄດ້ຈັດງານຊ່ວງເຮືອທີ່ທ່ານໍ້າທາເຂດສວນວັດທະນະທໍາບັນດາເຜົ່າແຂວງ ບ້ານທົ່ງອົ້ມ ເມືອງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມມີທ່ານ ຈັນທອງ ແກ້ວປະສີດ ຮອງເລຂາພັກແຂວງ, ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ, ມີການນໍາຂອງແຂວງ, ເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ອາວຸໂສຜູ້ຊົງຄຸນວຸດທິ, ບໍລິສັດ, ລັດວິສາຫະກິດ ຕະຫຼອດຮອດນັກສີພາຍຍິງ - ຊາຍ ແລະ ມວນຊົນຊາວຫຼວງນໍ້າທາເຂົ້າຮ່ວມດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.
ທ່ານ ຫຼ້າປະເສີດ ສີປະເສີດ ໄດ້ກ່າວເປີດງານຊ່ວງເຮືອໃນວັນບຸນອອກພັນສາປະວໍລະນາ ຊຶ່ງແມ່ນບຸນປະເພນີຂອງຊາວພຸດກໍຄືຊາວລາວທີ່ໄດ້ສືບທອດກັນມາແຕ່ບູຮານນະການພາຍຫຼັງຈໍາພັນສາປະຕິບັດທໍາຂອງພະສົງສໍາມະເນນ ການຊ່ວງເຮືອປີນີ້ມີຈໍານວນເຮຶອເຂົ້າຮ່ວມທັງໜົດ 18 ລໍາ, ໃນນີ້ເຮືອຍາວຊາຍ 30 ສີພາຍ 6 ລໍາ, ເຮືອຍາວຍິງ 30 ສີພາຍ 5 ລໍາ, ເຮຶອສັ້ນຊາຍ 12 ສີພາຍ 7 ລໍາ. ຜ່ານການຊ່ວງເຮືອຂອງແຕ່ລະປະເພດມີດັ່ງນີ້: ເຮຶອຍາວທີ 1 ໄດ້ແກ່ບ້ານຂອນ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 15 ລ້ານກີບ, ທີ 2 ປກສ ແຂວງ ໄດ້ຮັບເງິນລາງວັນ 12 ລ້ານກີບ, ທີ 3 ບ້ານຫຼວງ 10 ລ້ານກີບ ແລະ ທີ 4 ບ້ານວຽງໃຕ້ໄດ້ຮັບເງິນລາງວັນ 6 ລ້ານກີບ, ເຮຶອຍາວຍິງທີ 1 ໄດ້ແກ່ບ້ານຂອນ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນລາງວັນ 15 ລ້ານກີບ, ທີ 2 ບ້ານວຽງເໜືອ 12 ລ້ານກີບ, ທີ 3 ບ້ານວຽງໃຕ້ 10 ລ້ານກີບ ແລະ ທີ 4 ໄດ້ແກ່ບ້ານຫຼວງໄດ້ຮັບເງິນລາງວັນ 6 ລ້ານກີບ, ສ່ວນເຮຶອສັ້ນທີ 1 ໄດ້ແກ່ອີໂວຕາດນໍ້າດີ ໄດ້ຮັບຂັນເງິນ 1 ໜ່ວຍພ້ອມເງິນລາງວັນ 10ລ້ານກີບ, ທີ 2 ຮ້ານອາຫານ 902 ໄດ້ຮັບເງິນ 8 ລ້ານກີບ, ທີ 3 ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຮັບເງິນລາງວັນ 6 ລ້ານກີບ ແລະ ທີ 4 ໄດ້ແກ່ບໍລິສັດແກັດຊັງລຽວ ໄດ້ຮັບເງິນລາງວັນ 4 ລ້ານກີບ ໃຫ້ກຽດມອບຂັນ ແລະ ເງິນລາງວັນຂອງ ທ່ານ ຫຼ້າປະເສີດ ສີປະເສີດ.
ໃນວັນບຸນອອກພັນສາປະວໍລະນາຢູ່ເມືອງຫຼວງນໍ້າທາຄັ້ງນີ້ ນອກຈາກການຊ່ວງເຮືອແລ້ວຢູ່ໃນງານຍັງໄດ້ມີການຄົບງັນຂອງວົງດົນຕີ,ຕະຫຼາດນັດຂາຍເສື້ອຜ້າ, ການວາງສະ
ແດງສິນຄ້າ, ຜະລິດຕະພັນຕ່າງໆ, ຕະຫຼອດຮອດເຄື່ອງຫຼິ້ນ, ເຄື່ອງກິນ - ດື່ມຕ່າງໆ ຄອຍບໍລິການໃຫ້ແກ່ຜູ້ໄປທ່ຽວງານບຸນ, ໃນເວລາຕອນຄໍ່າໄດ້ມີການວຽນທຽນ, ລອຍກະໂທງ, ໄຫຼເຮືອໄຟຕາມຮີດຄອງປະເພນີຕື່ມອີກ.
ຂ່າວ-ພາບ: ສົມພອນ ຂຸນດາວົງ

ຄໍາເຫັນ