ໃນວັນທີ 26 ກັນຍາ ນີ້ ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມການຕິດຕາມກວດກາປະເມີນການຈັດຕັ້ັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ), ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກພະນັກງານ ໄດ້ໃຫ້ກຽດເຜີຍແຜ່ຮ່າງບົດລາຍງານການປະເມີນ ການຈັດຕັ້ັ້ງປະຕິບັດກົດໝາຍຈຳນວນ 3 ສະບັບຄື: ກົດໝາຍວ່າດ້ວຍການປ້ອງກັນ ຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງກົດໝາຍ, ການປັບປຸງແຕ່ລະຄັ້ງ, ກົດໝາຍທີ່ນຳໃຊ້ໃນປັດຈຸບັນ, ການໂຄສະນາເຜີຍແຜ່, ການຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ, ຕີລາຄາການຈັດຕັ້ງປະຕິບັດຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ-ດ້ານອ່ອນ, ທິດທາງ ແລະ ວິທີການແກ້ໄຂໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອຕິດຕາມກວດກາປະເມີນການຈັດຕັ້ັ້ງປະຕິບັດກົດໝາາຍດັ່ງກ່າວໃຫ້ມີຄວາມສົມບູນ, ຈະແຈ້ງ, ຮັດກຸມ, ຄົບຖ້ວນ.
ຂ່າວ: ອິນແປງ ແຫວນຄຳ
ຄໍາເຫັນ