ເມືອງເງິນເປີດຕະຫຼາດນັດ ຊື້-ຂາຍສັດ ປະເພດ ງົວຄວາຍ

ເມືອງເງິນເປີດຕະຫຼາດນັດ ຊື້-ຂາຍສັດ ປະເພດ ງົວຄວາຍ
ວັນທີ 29 ກັນຍາຜ່ານມາທີ່ຕະຫຼາດບ້ານນາຍາງຄໍາ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີເປີດຕະຫຼາດນັດ ຊື້-ຂາຍສັດ ປະເພດ ງົວ, ຄວາຍຂຶ້ນຢ່າງເປັນທາງການ.  ເຂົ້າຮ່ວມເປັນກຽດ ມີທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ຂັ້ນເມືອງ, ມີທ່ານ ຄໍາລື ແສນບຸນມີ ນາຍບ້ານນາຍາງຄໍາ, ມີຫົວໜ້າຫ້ອງການ, ກົມກອງ, ຫົວໜ່ວຍທຸລະກິດ ຜູ້ປະກອບການຊື້-ຂາຍສັດ, ທ່ານນາຍບ້ານເທດສະບານເມືອງ ຕະຫຼອດຮອດປະຊາຊົນບ້ານນາຍາງຄໍາເຂົ້າຮ່ວມ.
    ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເລກທີ 366/ຈມ ມງ, ລົງວັນທີ 25 ກໍລະກົດ 2023 ວ່າດ້ວຍການອານຸມັດ ເປີດຕະຫຼາດນັດ ຊື້-ຂາຍສັດ ປະເພດ ງົວ-ຄວາຍ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຕະຫຼາດນັດ ຊື້-ຂາຍສັດ, ອີງຕາມ ກົດໜາຍ ວ່າດ້ວຍການປົກຄອງທ້ອງຖິ່ນແຫ່ງ ສປປລາວ ສະບັບປັບປຸງ ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ພາກທີ IV ມາດຕາ 40 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າເມືອງ, ອີງຕາມກົດໜາຍ ວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ສະບັບປັບປຸງ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016 ອີງຕາມ ດໍາລັດ ວ່າດ້ວຍການຄຸ້ມຄອງ, ເຄື່ອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ສະບັບເລກທີ 230/ລບ ລົງວັນທີ 4 ມິຖຸນາ 2012 ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານຕະຫຼາດນັດ ຊື້-ຂາຍສັດ ມີຄວາມສອດຄ່ອງ ຖືກຕ້ອງຕາມລະບຽບ, ກົດໝາຍ ຈໍາກັດການຊື້-ຂາຍສັດ ທີ່ບໍ່ຖືກຕ້ອງ ແບບຊະຊາຍ ແລະ ເປັນການປ້ອງກັນການແຜ່ລະບາດຂອງພະຍາດສັດ ທີ່ຈະສົ່ງຜົນກະທົບຕໍ່ຜູ້ລ້ຽງ ໃຫ້ໝົດໄປເທື່ອລະກ້າວ. 
     ຕອນທ້າຍ, ທ່ານ ທະວີສັກ ໄຊຍະວົງ ໄດ້ເປັນກຽດຂຶ້ນມີຄໍາເຫັນຊີ້ນໍາ ບາງຕອນກ່າວວ່າ: ການເປີດຕະຫຼາດນັດ ຊື້-ຂາຍສັດ ປະເພດ ງົວ-ຄວາຍ ຢູ່ບ້ານນາຍາງຄໍາໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ຜູ້ປະກອບການດ້ານການເກັບຊື້-ຂາຍສັດ ປະເພດ ງົວ-ຄວາຍ, ໃຫ້ເປັນຂະບວນການຟົດຟື້ນ ໂດຍຕິດພັນກັບການປູກ-ການລ້ຽງສັດຂອງປະຊາຊົນຢູ່ແຕ່ລະບ້ານ ໃຫ້ນັບມື້ເພີ່ມຂຶ້ນ ແລະ ໄດ້ມີບ່ອນຊື້-ຂາຍສັດ  ເພື່ອສະດວກໃນການຄຸ້ມຄອງການເຄື່ອນຍ້າຍສັດ ທັງເປັນການສ້າງລາຍຮັບໃຫ້ແກ່ບຸກຄົນ ຄອບຄົວ ບ້ານ ແລະ ເມືອງໃຫ້ມີລາຍຮັບສູງຂຶ້ນ,ໂອກາດດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ຂອງເມືອງໂດຍສະເພາະແມ່ນຫ້ອງການແຜນການ ແລະ ການລົງທຶນ, ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການໆເງິນ, ໜ່ວຍບໍລິການປະຕູດຽວ ແລະ ອົງການປົກຄອງບ້ານນາຍາງຄໍາ ຕ້ອງໄດ້ເປັນເຈົ້າການໃນການຊຸກຍູ້, ຕິດຕາມ, ກວດກາການເຄື່ອນຍ້າຍສັດອອກຕ່າງເມືອງ, ຕ່າງແຂວງ  ຕ້ອງໄດ້ປະກອບເອກະສານຄົບຖ້ວນ ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ທັງສອດຄ່ອງກັບແນວທາງຂອງພັກ-ນະໂຍບາຍ ຂອງລັດ,  ຕະຫຼາດຊື້-ຂາຍສັດ ປະເພດ ງົວ, ຄວາຍ ບ້ານນາຍາງຄໍາ ເປີດບໍລິການທຸກໆວັນສຸກຂອງແຕ່ລະອາທິດ (4 ຄັ້ງຕໍ່ເດືອນ) ນັບແຕ່ເວລາ 6 ໂມງ ຫາ 18 ໂມງ. 
(ຂ່າວ-ພາບ: ສຸລິຍາ ແສງເດືອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ