ເມືອງສາມັກຄີໄຊ ຈັດພິທີສັກຢາກັນພະຍາດສັດລ້ຽງ 

ເມືອງສາມັກຄີໄຊ ຈັດພິທີສັກຢາກັນພະຍາດສັດລ້ຽງ 
ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີສັກຢາກັນພະຍາດສັດລ້ຽງ ເນື່ອງໃນໂອກາດວັນສັກຢາກັນພະຍາດສັດລ້ຽງແຫ່ງຊາດ 11 ພະຈິກ 2023 ຢູ່ທີ່ບ້ານຈໍາປາວ ຂຶ້ນໃນວັນທີ 15 ກັນຍາ ຜ່ານມານີ້,ເຂົ້າຮ່ວມເປັນປະທານມີທ່ານ ເພັດມີໄຊ ຄໍາພັກດີ ເຈົ້າເມືອງສາມັກຄີໄຊ ມີບັນດາທ່ານຄະນະນໍາຂອງເມືອງ, ຄະນະພັກອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໃນພິທີທ່ານນາງ ລັດສະໄໝ ຄໍາພີລາວົງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສາມັກຄີໄຊ ໄດ້ລາຍງານສະພາບລວມກ່ຽວກັບສັດລ້ຽງ ແລະ ຕາໜ່າງສັດຕະວະແພດຂັ້ນບ້ານໃນທົ່ວເມືອງສາມັກຄີໄຊວ່າ: ໃນທົ່ວເມືອງ ປະກອບມີ 4 ກຸ່ມບ້ານ ແລະ 2 ບ້ານໃຫຍ່ ລວມທັງໝົດ 28 ບ້ານຊຶ່ງໃນແຕ່ລະບ້ານ ມີສັດຕະວະແພດຂັ້ນບ້ານ, ບ້ານລະ 2 ທ່ານ ທີ່ເຄື່ອນໄຫວຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທົ່ວເມືອງມີສັດລ້ຽງທັງໝົດ 133.891 ໂຕ, ໃນນັ້ນ ສັດປະເພດ: ຄວາຍ 5.690 ໂຕ, ງົວ 9.084 ໂຕ, ໝູ 4.973 ໂຕ, ແບ້ 3.219 ໂຕ ແລະ ສັດປີກ 108.772 ໂຕ, ໝາ 2.203 ໂຕ. ນອກນີ້ ຍັງມີຟາມໄກ່ພັນໄຂ່ 1 ຟາມ, ຟາມລ້ຽງສັດປີກ 1 ຟາມ, ຟາມລ້ຽງສັດໃຫຍ່ (ປະເພດງົວ, ຄວາມ, ແບ້) 2 ຟາມ, ຟາມໝູ 2 ຟາມ.
ສະພາບການລ້ຽງສັດຂອງປະຊາຊົນ ໂດຍທົ່ວໄປແລ້ວແມ່ນເປັນການລ້ຽງແບບຄອບຄົວ, ສ່ວນໃຫຍ່ ແມ່ນປະປ່ອຍສັດລ້ຽງຂອງຕົນ ຫາກິນຕາມທຳມະຊາດ ແລະ ເຄິ່ງວິທະຍາສາດ ໄປພ້ອມໆກັບການດູແລເບິ່ງແຍງດ້ວຍການສັກຢາປ້ອງກັນພະຍາດຕາມລະດູການ.
ການຮັກສາສຸຂະພາບສັດລ້ຽງຂອງປະຊາຊົນ ຜ່ານການເຄື່ອນໄຫວໃນແຕ່ລະໄລຍະເຫັນວ່າ ປະຊາຊົນໄດ້ເອົາໃຈໃສ່ດູແລສັດລ້ຽງຂອງຕົນຢ່າງໃກ້ຊິດ, ເອົາໃຈໃສ່ຕິດຕາມອາການ ຫຼື ພະຍາດອື່ນໆ ທີ່ອາດເກີດຂຶ້ນໃນແຕ່ລະລະດູການ. ພ້ອມນີ້ ທາງຫ້ອງການກະສິກໍາ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ໃນການລົງເຄື່ອນໄຫວສັກຢາປ້ອງກັນພະຍາດຕາມລະດູການໃຫ້ແກ່ສັດລ້ຽງໃນແຕ່ລະບ້ານຢ່າງທົ່ວເຖິງ, ຊຸກຍູ້ ສ້າງແຫຼ່ງອາຫານ ຕາມທ່າແຮງຂອງປະຊາຊົນ ດ້ວຍການປູກຫຍ້າເສີມ ແລະ ຮັກສາສວນຫຍ້າຈໍານວນໜຶ່ງຕາມເງື່ອນໄຂຂອງພື້ນທີ່, ເກັບຮັກສາເຟືອງແຫ້ງເພື່ອເປັນແຫຼ່ງສະສົມ ອາຫານໃຫ້ພຽງພໍ ແລະ ການເຮັດກ້ອນແຮ່ທາດ ຊຶ່ງທາງຫ້ອງການກະສິກຳ ແລະ ປ່າໄມ້ໄດ້ຈັດຊຸດ ຝຶກອົບຮົມຂຶ້ນໃນຫຼາຍໆເຂດທີ່ຜ່ານມາພາຍໃນເມືອງ.
ວຽກງານສັກຢາປ້ອງກັນພະຍາດສັດລ້ຽງໃນ 1 ປີ ຜ່ານມາກໍຄື ປີ 2022, ການສັກຢາກັນພະຍາດ ສັດລ້ຽງໃນທົ່ວເມືອງ ປະຕິບັດໄດ້ທັງໝົດ 81.076 ໂຕ, ໃນນັ້ນ ຄວາຍ 3.089 ໂຕ, ງົວ 4.992 ໂຕ, ໝູ 1.763 ໂຕ, ແບ້ 1.562 ໂຕ ແລະ ສັດປີກ 69.670 ໂຕ. ໄປພ້ອມໆກັບການໂຄສະນາໃນການເຝົ້າລະວັງການລະບາດຂອງພະຍາດສັດຢ່າງໃກ້ຊິດ. ສະນັ້ນ ໃນປີ 2023 ມັນໄດ້ກາຍເປັນຕົວຢ່າງ ແລະ ສາຍເຫດໜຶ່ງທີ່ເກີດຂຶ້ນ ເຊັ່ນ: ການເກີດພະຍາດສັດລ້ຽງ ໃນ 2 ບ້ານ ມີ: ບ້ານຮົມ ແລະ ບ້ານຮະລາງ ຊຶ່ງມີສັດລົ້ມຕາຍທັງໝົດ 15 ໂຕ ມີ 10 ຄອບຄົວ, ໃນນີ້ ງົວ 7 ໂຕ, ຄວາຍ 8 ໂຕ ການລົ້ມຕາຍ ຂອງສັດດັ່ງກ່າວແມ່ນເປັນການລົ້ມຕາຍ ຂອງພະຍາດສັດຕາມລະດູການ ແລະ ອັນໜຶ່ງກໍແມ່ນເກີດຈາກການຈັດການ (ການບົວລະບັດຮັກສາສຸຂະພາບສັດ) ຂອງເຈົ້າຂອງສັດລ້ຽງ ບໍ່ຖືກຕ້ອງຕາມເຕັກນິກວິຊາການ ເຊັ່ນ: ສັດບໍ່ໄດ້ຮັບການສັກຢາປ້ອງກັນພະຍາດ, ສະຖານທີ່ລ້ຽງສັດບໍ່ສະອາດ ແລະ ອື່ນໆ ຊຶ່ງອາການເບື້ອງຕົ້ນໄດ້ ສະແດງອອກໃນຮູບແບບ ພະຍາດເຕົ້າໂຮມເລືອດງົວ-ຄວາຍ. ຂະແໜງການພວກເຮົາ ໄດ້ຕິດຕາມ, ເຝົ້າລະວັງ ແລະ ແນະນຳໃຫ້ເຈົ້າຂອງສັດລ້ຽງ ຕິດຕາມຢ່າງໃກ້ຊິດຝູງສັດຂອງຕົນເອງ ໃນກໍລະນີເກີດ ມີສັດເຈັບປ່ວຍ ຫຼື ຕາຍ ແມ່ນແນະນໍາໃຫ້ເຈົ້າຂອງສັດ ລາຍງານໃຫ້ອໍານາດການປົກຄອງບ້ານ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ໂດຍໄວ ເພື່ອຫຼີກລ່ຽງການແຜ່ລະບາດ ຂອງພະຍາດສັດລ້ຽງກ້ວາງຂວາງອອກ.
    ໃນໂອກາດດຽວກັນ ຄະນະນໍາຂອງເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງພື້ນທີ່ເພື່ອຈັດຕັ້ງການສັກຢາສັດຕື່ມອີກ.
ຂ່າວ-ພາບ: ຊິບປະໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ