![]() |
ໃນພິທີ, ທ່ານ ໄມ່ທຳດີ ທໍາມະວົງ ອາດີດວ່າການເຈົ້າເມືອງ ພະນັກງານອາວຸໂສບໍານານກ່າວວ່າ: ການຈັດງານຄັ້ງນີ້, ແມ່ນງານບຸນປະຈຳຊາດຂອງເຜົ່າໄຕລື້ ທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ ເປັນວັດທະ ນະທຳປະເພນີບູຮານໄຕລື້ໄດ້ສ້າງໄວ້ ທັງເປັນມໍຣະດົກອັນລໍ້າຄ່າທາງດ້ານວັດທະນະທຳ ປະເພນີປະຈຳຊົນເຜົ່າໄຕລື້ ພວກເຮົາເປັນລູກຫຼານຂອງຊາວເຜົ່າໄຕລື້ຍຸກປັດຈຸບັນ, ຈະສືບຕໍ່ບູລະນະ ແລະ ປົກປັກຮັກສາບຸນດັ່ງກ່າວນີ້ໄວ້.
![]() |
ໃນທຸກໆປີພາຍຫຼັງຈາກບຸນສົງການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແລ້ວ ເຜົ່າໄຕລື້ຈະຫ້າງຫາກະກຽມວັດຖຸອຸປະກອນເຮັດບັ້ງໄຟ ເພື່ອຈູດບູຊາເທວະດາຂໍຟ້າແຖນ ເອົານໍ້າຟ້າສາຍຝົນເທລົງມາ ເພື່ອຫົດພື້ນທີ່ທຳການຜະລິດຂອງປະຊາຊົນຊາວເມືອງສິງ ເຮັດໃຫ້ຜົນລະປູກງອກງາມໃຫ້ໄດ້ຮັບໝາກຜົນດີ. ພ້ອມນີ້ໄດ້ຮັບຊົມການສະແດງສິລະປະຂອງເຜົ່າໄຕລື້ຕື່ມອີກ.
![]() |
ຂ່າວ: ນາງ ອຳພອນ ນວນລະວົງ


ຄໍາເຫັນ