ພິທີ່ມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນຖືກໄພນໍ້າຖ້ວມ

ເມືອງສິງ ມອບຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນຖືກໄພນໍ້າຖ້ວມ

ເມືອງສິງ ມອບຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນຖືກໄພນໍ້າຖ້ວມ
ພິທີ່ມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນຖືກໄພນໍ້າຖ້ວມ 7 ບ້ານ ພາຍໃນເມືອສິງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້,

ເປັນກຽດເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ຈັນພິພັກ ກອງຈຳປາ ເຈົ້າເມືອງໆສິງ, ມີພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂົ້າຮ່ວມ.

ໃນພິທີ່, ທ່ານ ນາງ ຫຼ້າມອນ ອ່ອນແສງສີ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຜົນກະທົບຈາກພະຍຸເຂດຮ້ອນ ຢາກິ ທີ່ໄດ້ພັດຜ່ານເຂົ້າເມືອງສິງ ວັນທີ 8-11/9/2024 ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະຊາຊົນຊາວເມືອງສິງໄດ້ຮັບຜົນກະທົບຈາກພະຍຸເຂດຮ້ອນ ຢາກິ ມີ 7 ບ້ານຄື: ບ້ານຈອມ, ນາໃໝ່, ຈຽງມູນ, ໜອງຄຳ, ນໍ້າແກ້ວຫຼວງ, ສີລີເຮືອງ ແລະ ບ້ານທົງຍົນ ເຮືອນຊານຖືກນໍ້າຖ້ວມເນື້ອທີ່ນາ, ສວນອ້ອຍ, ໜອງປາ, ຕົ້ນຢາງພາລາ, ດິນເຈື່ອນທັບຖົມເສັ້ນທາງເປ່ເພຫຼາຍຈຸດ ເຮັດໃຫ້ການສັນຈອນໄປ-ມາຖືກຕັດຂາດ 6 ວັນ, ໄຟຟ້າ 7 ວັນ, ນ້ຳປະປາໃຊ້ 10 ວັນ, ເຄື່ອງໃຊ້ຄົວເຮືອນເສຍຫາຍ ແລະ ສັນຍານໂທລະສັບຕິດຂັດເຮັດໃຫ້ການພົວພັນປະສານງານພົບຄວາມຫຍຸ້ງຍາກ.

ຄອບຄົວທີ່ຖືກຜົນກະທົບທັງໝົດ 208 ຄອບຄົວ, ມີ 1.063 ຄົນ, ຍິງ 527 ຄົນ, ເຂົ້າເປືອກເສຍຫາ 10,650 ກິໂລ, ເຂົ້າສານ 5,050 ກິໂລ, ພາຫະນະເປ່ເພ 182 ຄັນ, ເຄື່ອງໃຊ້ຄົວເຮືອນ (ຕູ້ໂຊ, ຕູ້ເຢັນ, ເຄື່ອງຈັກ 117 ເຄື່ອງ ແລະ ເຄື່ອງນຸ່ງຫົ່ມອີກຈຳນວນໜຶ່ງ), ກຸ່ມຊຽງແຂງ ໄດ້ຮັບຜົນກະທົບມີ 3 ບ້ານ ມີ 4 ຄອບຄົວ ເຮືອນຊານປະຊາຊົນໄດ້ຮັບຜົນກະທົບແມ່ນຫຼັງຄາເຮືອນເປີດອອກ ຢູ່ບ້ານໂລກູ 1 ຫຼັງຄາ, ບ້ານ ຜາແດງ 1 ຫຼັງຄາ, ບ້ານ ກໍເພນ 2 ຫຼັງຄາ, ຜົນເສຍຫາຍລວມ ມີສັງກະສີ 134 ແຜ່ນ, ສະເລ່ຍຜົນເສຍຫາຍ 13,700,000 ກີບ ແລະ ທະຫານກອງຮ້ອຍຜະລິດ 132 ຖືກນໍ້າຖ້ວມ ຫໍພັກພະນັກງານ ນໍ້າພັດໜີ 1 ຫຼັງຄາ ເປ່ເພ 2 ຫຼັງຄາ, ເຮືອນຄົວ 4 ຫຼັງຄາ ມູນຄ່າເສຍຫາຍ 85,000,000 ກີບ.

ເຄື່ອງອຸປະໂພກທີ່ນໍາມາມອບໃນຄັ້ງນີ້, ມີເຂົ້າສານ, ນໍ້າດື່ມ, ນໍ້າມັນພືດ ແລະ ເຄື່ອງໃຊ້ໃນຄົວເຮືອນຈໍານວນໜຶ່ງ ແລະ ອື່ນໆ. ພ້ອມດຽວກັນນີ້, ຫົວໜ້າພະແນກສຶກສາ ແລະ ກິລາ ແຂວງຫຼວງນໍ້າທາ ຍັງໄດ້ນໍາເອົາ ສັງກະສີ 100 ແຜ່ນມອບໃຫ້ບ້ານ ເພື່ອໄປສ້ອມແປງໂຮງຮຽນຕື່ມອີກ.

ຕອນທ້າຍພິທີ ທ່ານ ເຈົ້າແຂວງຫຼວງນໍ້າທາ ໄດ້ໂອ້ລົມພໍ່ແມ່ປະຊາຊົນ ແລະ ອົງການປົກຄອງບ້ານ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ກ່ອນອື່ນທ່ານ ໄດ້ສະແດງຄວາມເປັນຫ່ວງໄຍພໍ່ແມ່ປະຊາຊົນ ຈາກໄພນ້ຳຖ້ວມໃນຄັ້ງນີ້, ແມ່ນໜັກກວ່າທຸກໆຄັ້ງທີ່ຜ່ານມາ. ແຕ່ພໍ່ແມ່ປະຊາຊົນກໍສາມາດຜ່ານຜ່າໄດ້ ແລະ ກໍດີໃຈນໍາພໍ່ແມ່ປະຊາຊົນ ບໍ່ມີຜູ້ໃດໄດ້ຮັບບາດເຈັບ, ເປັນແນວໃດກະໃຫ້ພໍ່ແມ່ປະຊາຊົນ ສ້າງເສດຖະກິດ ໃຫ້ຄອບຄົວມີຢູ່ມີກິນ ແລະ ຮັ່ງມີຂຶ້ນໄປເລື້ອຍໆ.

(ຂ່າວ: ແສງອາລຸນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ