ເມືອງສອງຄອນ ເປີດລະດູການຜະລິດລະດູແລ້ງ ແລະ ຊົມເຊີຍ ເປັນເມືອງເຂັ້ມແຂງຮອບດ້ານ

ເມືອງສອງຄອນ ເປີດລະດູການຜະລິດລະດູແລ້ງ ແລະ ຊົມເຊີຍ ເປັນເມືອງເຂັ້ມແຂງຮອບດ້ານ
ເມື່ອບໍ່ດົນມານີ້ ທາງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຮ່ວມກັບເມືອງສອງຄອນ ໄດ້ຈັດງານວັນສັກຢາກັນພະຍາດສັດແຫ່ງຊາດ, ວັນຊົນລະປະທານແຫ່ງຊາດ, ວັນເປີດລະດູການຜະລິດລະດູແລ້ງ ແລະ ຊົມເຊີຍເມືອງສອງຄອນ ເປັນເມືອງເຂັ້ມແຂງຮອບດ້ານ (ງານປະກວດງົວງາມ ແລະ ວາງສະແດງສິນຄ້າກະສິກຳ-ຫັດຖະກຳ) ຊຶ່ງໄດ້ຈັດຂຶ້ນທີ່ເດີ່ນກິລາຂອງເມືອງສອງຄອນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ທ່ານ ຄຳຈັນ ສີດາວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງ, ຕາງໜ້າຈາກກະຊວງກະສິກຳ-ປ່າໄມ້, ການນຳຈາກພະແນກການ, ກົມກອງຂອງແຂວງ, ການນຳບັນດາເມືອງ, ແຂກທີ່ຖືກເຊີນ, ນັກທຸລະກິດ, ຊາວກະສິກອນຕະຫຼອດເຖິງອຳນາດການປົກຄອງບ້ານ ແລະ ພໍ່ແມ່ນປະຊາຊົນຊາວເມືອງສອງຄອນ ທີ່ໄດ້ນຳພາສັດລ້ຽງຂອງຕົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານເຈົ້າເມືອງສອງຄອນ ກໍໄດ້ກ່າວເປີດພິທີຢ່າງເປັນທາງການ ຊຶ່ງຍົກໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ ອັນທີ 1 ແມ່ນເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍຊົນລະປະທານ ທີ່ໄດ້ກຳນົດເອົາວັນທີ 3 ພະຈິກຂອງທຸກໆປີ ເປັນວັນຊົນນະລະປະທານແຫ່ງຊາດ ຊຶ່ງເພື່ອລະນຶກເຖິງວັນດັ່ງກ່າວ ໃນແຕ່ລະປີທົ່ວປະເທດ ຕ້ອງສ້າງຂະບວນການເປີດນ້ຳ, ອະນາໄມຄອງເໝືອງ, ກວດກາລະບົບຫົວງານຊົນລະປະທານຕ່າງໆ ໃຫ້ຮັບປະກັນ ແລະ ກຽມພ້ອມໃນການສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງໃນແຕ່ລະປີໃຫ້ທັນລະດູການ, ອັນທີ 2 ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການລ້ຽງສັດ ແລະ ສະຕະວະແພດ ທີ່ໄດ້ກຳນົດເອົາວັນທີ 11 ພະຈິກຂອງທຸກໆປີ ເປັນວັນສັກຢາກັນພະຍາດສັດແຫ່ງຊາດ ຊຶ່ງທົ່ວປະເທດ ຕ້ອງໄດ້ມີການສ້າງຂະບວນການໂຄສະນາ, ປຸກລະດົມບັນດາຊາວກະສິກອນ ໃຫ້ຮູ້ເຖິງຄວາມສຳຄັນຂອງການສັກຢາກັນພະຍາດສັດ ແນໃສ່ຫຼຸດຜ່ອນການຕາຍຂອງສັດລ້ຽງ, ເຮັດໃຫ້ສັດມີສຸຂະພາບດີ, ຈະເລີນເຕີບໂຕ ແລະ ແຜ່ຜັນດີ, ອັນທີ 3 ກໍເພື່ອເປີດລະດູການຜະລິດລະດູແລ້ງ ທີ່ຖືເອົາວັນທີ 15 ພະຈິກ ເປັນວັນເລີ່ມຕົກກ້ານາແຊງ ເພື່ອປູກຈິດສຳນຶກ ແລະ ປຸກລະດົມການສ້າງຂະບວນການຜະລິດລະດູແລ້ງໃຫ້ບັນລຸໂຕເລກຄາດໝາຍ ໂດຍສະເພາະເມືອງສອງຄອນ ຈະສູ້ຊົນປູກເຂົ້ານາແຊງໃຫ້ໄດ້ໃນເນື້ອທີ່ 4.000 ເຮັກຕາ, ສະມັດຖະພາບໃຫ້ໄດ້ 5,2 ໂຕນຕໍ່ເຮັກຕາ, ອັນທີ 4 ກໍເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດທີ່ເມືອງສອງຄອນ ຖືກຮັບຮອງເປັນເມືອງເຂັ້ມແຂງຮອບດ້ານ ຕາມທິດວຽກງານ 3 ສ້າງ ທີ່ລັດຖະບານໄດ້ວາງອອກ. ພ້ອມນີ້, ທ່ານ ເຈົ້າເມືອງຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງ, ພໍ່ແມ່ປະຊາຊົນ ກໍຄືຊາວກະສິກອນທັງຫຼາຍ ຈົ່ງຊ່ວຍກັນສືບຕໍ່ບຳລຸງ, ປົກປັກຮັກສາ ແລະ ປັບປຸງລະບົບຊົນລະປະທານເປັນຕົ້ນ: ເໝືອງ, ຝາຍ, ອ່າງເກັບນ້ຳ, ຈັກສູບນ້ຳ ໃຫ້ນຳໃຊ້ໄດ້ຍາວນານ ສາມາດຕອບສະໜອງນ້ຳໃຫ້ພຽງພໍເຂົ້າສູ່ການຜະລິດໄດ້ຢ່າງມີປະສິດທິຜົນດີ ແລະ ນຳໃຊ້ຢ່າງປະຢັດ ທັງຮຽກຮ້ອງໃຫ້ຊາວກະສິກອນນຳເອົາສັດຂອງຕົນໄປສັກຢາ ແລະ ຢອດຢາກັນພະຍາດແຕ່ລະຊະນິດໃຫ້ຄົບຖ້ວນ ແລະຖືກຕາມກຳນົດເວລາ ແລະ ໃຫ້ພ້ອມກັນເອົາໃຈໃສ່ໃນການຜະລິດລະດູແລ້ງໃຫ້ເປັນຂະບວນຟົດຟື້ນ.
ພາຍໃນງານ ກໍໄດ້ມີການປະກວດງົວງາມທີ່ມາຈາກຟາມລ້ຽງສັດ ແລະ ຄອບຄົວຕົວແບບລ້ຽງສັດ ພາຍໃນເມືອງສອງຄອນມີ 38 ໂຕ, ຄວາຍ 5 ໂຕ ແລະ ຈາກຕ່າງເມືອງ 2 ໂຕ, ລວມຈຳນວນທັງໝົດ 45 ໂຕ, ໃນນີ້ມີປະເພດງົວພື້ນເມືອງ 19 ໂຕ ແລະ ງົວພັນປັບປຸງ ຫຼື ພັນປະສົມ 21 ໂຕ. ພ້ອມນີ້, ກໍໄດ້ມີການມອບເງິນລາງວັນໃຫ້ແກ່ຜູ້ທີ່ຊະນະການປະກວດອັນດັບທີ 1-3 ທັງສອງປະເພດງົວ, ອັນດັບ 1 ໄດ້ຮັບ 3 ລ້ານກີບ, ອັນດັບ 2 ຈໍານວນ 2 ລ້ານກີບ ແລະ ອັນດັບ 3 ແມ່ນ 5 ແສນກີບ. ໂອກາດນີ້, ທາງໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານຮ່ວມກັບບໍລິສັດອິວຊຸງ-ດົງບຸ ຍັງໄດ້ມອບເງິນສົດ 20 ລ້ານກີບ ແລະ ແນວພັນເຂົ້າປູກ 2 ໂຕນ, ຝຸ່ນຊີວະພາບ 10 ໂຕນ ແລະ ຝຸ່ນເຄມີອີກ 5 ໂຕນໃຫ້ເມືອງສອງຄອນ.
ຫຼັງຈາກນັ້ນ, ຄະນະປະທານ ກໍໄດ້ຮ່ວມກັນສັກຢາ-ຢອດຢາກັນພະຍາດໃຫ້ສັດລ້ຽງຂອງປະຊາຊົນ, ທ່ຽວຊົມງົວງາມ-ຄວາຍງາມ, ຊົມການວາງສະແດງສິນຄ້າກະສິກຳ-ຫັດຖະກຳຂອງເມືອງ ແລະ ຍັງໄດ້ເດີນທາງໄປຮ່ວມເປີດນ້ຳຊົນລະປະທານ ທີ່ບ້ານທ່າຂາມລຽນນຳອີກ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ