ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະ ຫັນເປັນແຜນງານ, ໂຄງການອັນລະອຽດ ນຳໄປປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ເຂົ້າຮ່ວມສຳມະນາວິທະຍາສາດຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ໄດ້ຄົ້ນຄວ້າຄັດເລືອກເອົາຄອບຄົວຕົວແບບ ທີ່ມີຄວາມພົ້ນເດັ່ນ ແນໃສ່ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ທີ່ຈະຈັດຂຶ້ນອີກບໍ່ດົນນີ້ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມນີ້, ກໍເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປາຖະກະຖາຫວນມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ເປັນຕົ້ນ: 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ແນໃສ່ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈຢ່າງເລີກເຊີ່ງຕໍ່ຂະບວນການທີ່ສຳຄັນຂອງພັກ ຂອງຊາດ.
ເມື່ອບໍ່ດົນມານີ້ ໄດ້ເປີດນຳໃຊ້ອະນຸສາວະລີນັກຮົມນິລະນາມ, ເປີດນໍາໃຊ້ອະນຸສອນສະຖານ ໄກສອນ ພົມວິຫານ. ນອກນນັ້ນ ຍັງໄດ້ຊຸກຍູ້ສ້າງຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ຕິດພັນກັບຈັດງານບຸນປະເພນີຕ່າງໆຂອງບັນດາ ເຜົ່າຕາມປະຕິທິນທ່ອງທ່ຽວຂອງແຂວງ. ນອກຈາກນັ້ນ, ໄດ້ເຄື່ອນໄຫວຊຸກຍູ້ພໍ່ແມ່ປະຊາຊົນ ສຸມໃສ່ໃນການເກັບກູ້ຜົນຜະລິດ, ການຄ້າຂາຍ ແລະ ກະກຽມເຂົ້າສູ່ການຜະລິດລະດູຝົນ. ເພີ່ມທະວີເອົາໃຈໃສ່ການປ້ອງເວນຍາມໃນສະຖານທີ່ສຳຄັນ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮ້ອຍພາຍໃນເມືອງ, ອອກແຮງງານອະນາໄມຕາມເສັ້ນທາງ, ແຈ້ງການເຖີງບັນດາບ້ານ ກໍຄືພໍ່ຄ້າຊາວຂາຍ, ປະຊາຊົນ ເອົາໃຈໃສ່ຮັກສາຄວາມສະອາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕິດປ້າຍຄຳຂວັນ, ຕິດທຸງພັກ, ທຸງຊາດ ແລະ ທຸງທີວຕາມຈຸດສະຖານທີ່ສຳຄັນຕ່າງໆ ໃຫ້ມີຄວາມສວຍງາມ ແລະ ເປັນຂະບວນຟົດຟື້ນ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ຄໍາເຫັນ