![]() |
ທ່ານ ນາງ ກິດສະໜາ ຈັນທະຄຸນ ຫົວໜ້າຫ້ອງວ່າການເມືອງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 27/ຄປມ, ລົງວັນທີ 13 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານຂອງເມືອງລົງເກັບກຳຂໍ້ມູນສະຖິຕິພົນລະເມືອງ ຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ຢູ່ເມືອງໄຊຍະບູລີ, ແນະນໍາເອກະສານກ່ຽວກັບການລົງເກັບກຳຂໍ້ມູນຜູ້ມີສິດເລືອກຕັ້ງ, ຊຶ່ງການລົງເກັບກຳຂໍ້ມູນສະຖິຕິໃນຄັ້ງນີ້ ແຕ່ລະທ່ານມີໜ້າທີ່ຄວາມຮັບຜິດຊອບລົງສົມທົບກັບອົງການປົກຄອງບ້ານ ເພື່ອເກັບກໍາຂໍ້ມູນສະຖິຕິພົນລະເມືອງ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ຈາກນັ້ນ, ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ.
(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)

ຄໍາເຫັນ