ເມືອງໄຊຍະບູລີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ.

ເມືອງໄຊຍະບູລີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ.

ເມືອງໄຊຍະບູລີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ.
ໃນຕອນເຊົ້າວັນທີ 30 ພຶດສະພານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ (1 ມິຖຸນາ 1980 ຫາ 1 ມິຖຸນາ 2025); ທີ່ເດີ່ນສະໝາມຫຼວງ (ເດີ່ນຊ້າງນ້ອຍກັອບ), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເສນ ພັນລັກ ວ່າການເຈົ້າເມືອງ ໄຊຍະບູລີ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເສນ ພັນລັກ ໄດ້ກ່າວເປີດພິທີວ່າ: ໃນທົ່ວແຂວງ ໄຊຍະບູລີມີສວນກ້າເບ້ຍທັງໝົດ 60 ແຫ່ງ (ລັດ 12 ແຫ່ງ, ລວມໝູ່ (ປະຊາຊົນ) 34 ແຫ່ງ ແລະ ບໍລິສັດ 14 ແຫ່ງ). ໃນນີ້, ເກັບແກ່ນພັນໄມ້ ແຜນການ 1,920 ກິໂລ, ເກັບໄດ້ຕົວຈິງ 4.360 ກິໂລ ທຽບໃສ່ແຜນການປະຕິບັດໄດ້ 227%, ຜະລິດເບ້ຍໄມ້ ແຜນການ 2,400,000 ເບ້ຍ, ຜະລິດໄດ້ 2,712,597 ເບ້ຍ ທຽບໃສ່ແຜນປະຕິບັດໄດ້ 113.02%. ມາຮອດປັດຈຸບັນໄດ້ປູກໄມ້ ກ່ອນພິທີເປີດ ໃນວັນທີ 1 ມິຖຸນາ 2025, ມີເນື້ອທີ່ 845.31 ເຮັກຕາ, ເບ້ຍໄມ້ 900,467 ເບັ້ຍ, ມີ 976 ຕອນ, ວຽກງານກະກຽມການປູກໄມ້ ທົ່ວແຂວງໄຊຍະບູລີ ໃນປີ 2025 ອີງຕາມຕົວເລກແບ່ງປັນຂອງກະຊວງກະສິກໍາ ແລະ ປ່າໄມ້ ແມ່ນ 3,560 ຮຕ, (ໃນ 3 ປະເພດປ່າຄື: ປ່າປ້ອງກັນ 130 ຮຕ, ປ່າສະຫງວນ 159 ຮຕ ແລະ ປ່າຜະລິດ 3.220 ຮຕ) ແລະ ນອກ 3 ປະເພດປ່າແມ່ນ 51 ຮຕ.

ສໍາລັບໃນວັນປູກຕົ້ນໄມ້ແຫ່ງຊາດຄື: ວັນທີ່ 1 ມິຖຸນາ 2025 ທົ່ວແຂວງ ລວມມີ 11 ເມືອງ, ມີເນື້ອທີ່ຈະປູກ ທັງໝົດ 53.23 ເຮັກຕາ, 28,859 ເບ້ຍ, ມີຈໍານວນ 33 ຕອນ; ເພື່ອໃຫ້ບັນລຸຄາດໝາຍຕ້ອງສູ້ຊົນເຮັດໃຫ້ເນື້ອທີ່ຂອງປ່າໄມ້ປົກຫຸ້ມກວມເອົາ 70% ຂອງເນື້ອທີ່ປ່າໄມ້ທັງໝົດ. ດັ່ງນັ້ນ, ແຜນປີ 2025 ນີ້, ທາງເມືອງໄຊຍະບູລີຈະໄດ້ອອກແຮງສູ້ຊົນປູກໄມ້ 390 ເຮັກຕາ, ຂຶ້ນທະບຽນສວນປູກປ່າໃຫ້ໄດ້ 150 ເຮັກຕາ, ຟື້ນຟູປ່າໄມ້ໃຫ້ໄດ້ 3,127 ເຮັກຕາ ເຊັ່ນ: ປ່າປ້ອງກັນ 964 ເຮັກຕາ , ປ່າສະຫງວນ 350 ເຮັກຕາ, ປ່າຜະລິດ 1,714 ເຮັກຕາ ແລະ ນອກສາມປະເພດປ່າ 100 ເຮັກຕາ,ໂດຍຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຈະເປັນໃຈກາງປະສານງານນໍາບັນດາໂຄງການ ແລະ ຂະແໜງການສາຍຕັ້ງເພື່ອສະໜອງເບ້ຍໄມ້ໃຫ້ໄປປູກໃນແຕ່ລະບ້ານ, ແຕ່ລະເຂດຕາມແຜນການ, ຊຶ່ງໃນສົກປີນີ້, ທາງເມືອງກ້າເບ້ຍໄມ້ໄດ້ທັງໝົດ 55,771 ເບ້ຍ. ຈາກນັ້ນ, ການນໍາຂອງແຂວງ, ຂອງເມືອງ ແລະ ພະນັກງານ ກໍໄດ້ເຂົ້າຮ່ວມປູກຕົ້ນໄມ້ຢູ່ທີ່ອານຸສາວະລີຂອງແຂວງ, ເດີ່ນກັອບຊ້າງນ້ອຍ ແລະ ປູກຕາມຈຸດຕ່າງໆທີ່ທາງເມືອງກຳນົດໃຫ້.

(ຂ່າວ-ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ