ຂ່າວລະບຸວ່າ: ໃນ 8 ເດືອນ, ນະຄອນໂຮ່ຈິມິນ ໄດ້ສະໜອງ 1,360 ກວ່າໂຄງການ FDI ດ້ວຍຍອດທຶນຈົດທະບຽນ 3.73 ຕື້ກວ່າໂດລາ. ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ມີ 467 ໂຄງການໃໝ່, ດ້ວຍຍອດເງິນຈົດທະບຽນ 599 ລ້ານກວ່າໂດລາ. ຢູ່ເຂດເຕັກໂນໂລຊີສູງ ນະຄອນໂຮ່ຈິມິນ, ລະບົບຊີວະພາບເຕັກໂລໂນຊີໄດ້ເຕົ້າໂຮມຫຼາຍກຸ່ມບໍລິສັດແຖວໜ້າຂອງໂລກ ຄື: Intel, Samsung, Jabil, BESI... ນີ້ແມ່ນໜຶ່ງໃນບັນດາສັນຍານທີ່ສະແດງໃຫ້ເຫັນໂຄງປະກອບເງິນລົງທຶນ ພວມຄ່ອຍໆຫັນປ່ຽນເຂົ້າບັນດາຂະແໜງເຕັກໂລໂນຊີ ແລະ ມູນຄ່າເພີ່ມສູງກວ່າເກົ່າ. ເມື່ອພິຈາລະນາຕາມຂະແໜງການ, ທຶນ FDI ຍັງສຸມໃສ່ເຂົ້າບັນດາຂົງເຂດຫຼັກແຫຼ່ງ. ທຸລະກິດອະສັງຫະລິມະຊັບກວມອັດຕາສ່ວນໃຫຍ່ດ້ວຍ 31.6%, ຖັດຈາກນັ້ນແມ່ນ ຂໍ້ມູນຂ່າວສານ ແລະ ການສື່ສານ; ຂາຍສົ່ງ, ຂາຍຍ່ອຍ; ອຸດສາຫະກຳປຸງແຕ່ງ ແລະ ການປະດິດ.
ບໍ່ພຽງແຕ່ເພີ່ມກ່ຽວກັບຍອດທຶນຈົດທະບຽນ, ທຶນ FDI ເຂົ້າເຂດການຜະລິດອຸດສາຫະກຳ ກໍໄດ້ຮັບຮູ້ຜົນງານຢ່າງຕັ້ງໜ້າ, ໃນຂະນະທີ່ຍອດເງິນລົງທຶນຈາກບັນດາເຂດປຸງແຕ່ງ, ເຂດອຸດສາຫະກຳ ໄດ້ລື່ນກາຍແຜນການຂອງປີ. ຕາມຄະນະຄຸ້ມຄອງບັນດາເຂດປຸງແຕ່ງ ແລະ ອຸດສາຫະກຳ ນະຄອນໂຮ່ຈິມິນ (HEPZA), ຮອດກາງເດືອນສິງຫາ 2026, ຍອດເງິນລົງທຶນສະໜອງໃໝ່ ແລະ ດັດປັບຢູ່ບັນດາເຂດປຸງແຕ່ງ, ເຂດອຸດສາຫະກຳ ບັນລຸ 5 ຕື້ກວ່າໂດລາ, ລື່ນກາຍກວ່າ 21% ແຜນການປີ. ໃນຈຳນວນນັ້ນ, ທຶນ FDI ບັນລຸ 4 ຕື້ກວ່າໂດລາ.
ຄໍາເຫັນ