![]() |
ການແຂ່ງຂັນຄັ້ງນີ້ ເພື່ອສ້າງເວທີ ແລະໂອກາດໃຫ້ນັກສຶກສາຈາກພາກເໜືອຂອງລາວ ໂດຍສະເພາະນັກສຶກສາສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະທັກສະດ້ານການເວົ້າພາສາຈີນ ຜ່ານເວທີ. ທ່ານ ວິລະ ອາໂນລັກ ກ່າວເປີດການແຂ່ງຂັນວ່າ: ກິດຈະກຳເວົ້າພາສາຈີນ ຄັ້ງນີ້ ເປັນອີກໜຶ່ງເວທີສຳຄັນ ເພື່ອໃຫ້ນັກຮຽນ-ນັກສຶກສາ ໄດ້ນຳໃຊ້ຄວາມຮູ້ດ້ານພາສາຈີນຢ່າງເປັນຈິງ ພ້ອມທັງເປັນການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ມີຄວາມຫ້າວຫັນຍິ່ງຂຶ້ນ, ຖືເປັນກິດຈະກຳທີ່ພິເສດ ແລະມີຄວາມໝາຍ ເນື່ອງຈາກເປັນເວທີໃຫ້ນັກຮຽນ-ນັກສຶກສາ ໄດ້ສະແດງຄວາມສາມາດຢ່າງເຕັມທີ່ ພ້ອມທັງຮຽນຮູ້ຈາກປະສົບການຂອງໝູ່ເພື່ອນ. ສຳລັບນັກຮຽນ-ນັກສຶກສາທີ່ບໍ່ທັນໄດ້ເຂົ້າຮ່ວມໃນຄັ້ງນີ້ ສາມາດຖອດຖອນບົດຮຽນ ແລະກຽມພ້ອມເຂົ້າຮ່ວມໃນກິດຈະກຳຄັ້ງຕໍ່ໄປ. ການແຂ່ງຂັນຄັ້ງນີ້ ມີນັກສຶກສາຈຳນວນ 15 ຄົນ ຈາກສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມແຂ່ງຂັນ ຄວາມສາມາດດ້ານການເວົ້າພາສາຈີນ ເພື່ອຄັດເລືອກຜູ້ຊະນະ, ພ້ອມນີ້, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ວາງແຜນຈັດກິດຈະກຳອີກຢ່າງຕໍ່ເນື່ອງ ຕາມບົດບັນທຶກສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຈັດກິດຈະກໍາ ທີ່ສ້າງແຮງຈູງໃຈ ແລະສົ່ງເສີມນັກຮຽນ-ນັກສຶກສາ ໃຫ້ພັດທະນາທັກສະພາສາຈີນຢ່າງຮອບດ້ານ. ຜ່ານການແຂ່ງຂັນໃນຄັ້ງນີ້ ສາມາດຄັດເລືອກຜູ້ທີ່ໄດ້ຮັບລາງວັນຊະນະເລີດທີ 1 ໄດ້ແກ່: ທ້າວຄໍາສິງ ສານຈະເລີນໄຊ, ທີ 2 ນາງ ເທວັນ ພິລາວົງ, ນາງ ຮົ່ວລີ ຊົ່ງລີ ແລະທີ 3 ທ້າວ ບຸນຫຼາຍ ສຸກສະຫວັນ, ທ້າວ ເຈຊົງ, ທ້າວ ສີສຸພັນ ທອງດາດີ. ໃນພິທີ ໄດ້ມີການມອບລາງວັນໃຫ້ນັກສຶກສາ ແລະມອບເຄື່ອງທີລະນຶກໃຫ້ເຊິ່ງກັນ ແລະກັນ ຕື່ມອີກ.ພາບ-ຂ່າວ: ທະນູສິນ ອິດທິພົນ

ຄໍາເຫັນ