ເຈົ້າໜ້າທີ່ອຸທິຍານເລັ່ງສືບຕໍ່ການອົບພະຍົບ ແລະ ກູ້ໄພຮ່ວມກັບກົມຄວາມປອດໄພສາທາລະນະຂອງລັດອາຣິໂຊນາ ແລະ ເລັ່ງຄົ້ນຫາ, ຕິດຕາມບຸກຄົນທີ່ຄາດວ່າຢູ່ໃນພື້ນທີ່ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ. ມາຮອດວັນທີ 30 ສິງຫາ ຜ່ານມາ, ມີປະຊາຊົນຖືກອົບພະຍົບ 62 ຄົນ ແລະ ມີການອົບພະຍົບເພີ່ມເຕີມທີ່ຍັງດຳເນີນຢູ່.
ນ້ຳຖ້ວມກະທັນຫັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ພື້ນຖານໂຄງລ່າງທົ່ວ Bright Angel Creek. ຂົວຄົນຍ່າງເກືອບທັງໝົດທີ່ຂ້າມ Bright Angel Creek ໄດ້ຖືກທຳລາຍ, ເຮັດໃຫ້ນັກປີນພູບໍ່ສາມາດຂ້າມນໍ້າໄດ້.
ບົດລາຍງານຊີ້ໃຫ້ເຫັນວ່າ: ບາງສ່ວນຂອງອຸທິຍານແຫ່ງຊາດ Grand Canyon, ລວມທັງເສັ້ນສັນຈອນໃນແມ່ນ້ຳ Colorado ໄດ້ຖືກປິດຈົນກວ່າຈະມີແຈ້ງການຕື່ມອີກ. ເນື່ອງຈາກໂຄງສ້າງໂລຫະ ແລະ ຊາກຫັກພັງໄຫຼລົງສູ່ແມ່ນໍ້າ.
ຄໍາເຫັນ