ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບຄວາມໄວ້ວາງໃຈຢ່າງສູງ ຈາກສະພາແຫ່ງຊາດ ແລະ ປະຊາຊົນລາວ ໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ, ພ້ອມທັງ ນຳເອົາສານອວຍພອນ ຈາກທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເຖິງທ່ານ ສະເຫຼີມໄຊ ກົມມະສິດ, ໂດຍໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດອັນສູງສົ່ງ ຂອງທ່ານ ນາຍົກລັດຖະມົນຕີ ຈະນຳພາການບໍລິຫານວຽກງານຂອງລັດຖະບານລາວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້, ຄຽງຄູ່ກັບການສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ແລະ ການເປັນຫຸ້ນສ່ວນຍຸດທະສາດ ເພື່ອການເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ-ໄທ ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄໍາອວຍພອນອັນຈົບງາມ ຈາກລັດຖະບານ ແລະ ປະຊາຊົນໄທ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງ ທີ່ມີຄວາມໃກ້ຊິດສະໜິດສະໜົມກັນມາຢ່າງຍາວນານ ໂດຍຢືນຢັນຄວາມໝາຍໝັ້ນຂອງລັດຖະບານລາວ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບຝ່າຍໄທ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ໂຄງການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດໂຄງລ່າງພື້ນຖານ, ການໄປມາຫາສູ່ເຊິ່ງກັນແລະກັນ ໃຫ້ປະກົດຜົນເປັນຮູບປະທຳຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ລາວ-ໄທ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນເຂດພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຜ່ານທ່ານ ເອກອັກຄະຣາຊະທູດ ໄປຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໂດຍສະແດງຄວາມຫວັງວ່າ ຈະໄດ້ພົບປະ ແລະ ຮ່ວມມືຢ່າງໃກ້ຊິດ ກັບທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໃນໂອກາດທີ່ເໝາະສົມ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
![]() |

ຄໍາເຫັນ