ນາຍົກລາວພົບປະກັບນາຍົກກູເວດ ໃນກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

ນາຍົກລາວພົບປະກັບນາຍົກກູເວດ ໃນກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

ນາຍົກລາວພົບປະກັບນາຍົກກູເວດ ໃນກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025
ໃນວັນທີ11ກຸມພາຜ່ານມານີ້ທີ່ ນະຄອນດູໄບສະຫະນະຄອນເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງສປປ ລາວ

ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025),ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ(Shaping Future Governments)”.

ໃນລະຫວ່າງການເຂົ້າຮ່ວມກອງປະຊຸມຄັ້ງນີ້ ພະນະທ່ານ ສອນໄຊສີພັນດອນນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ແລະ ຄະນະ ແລະ ການພົບປະກັນຄັ້ງນີ້, ສອງຝ່າຍ ສະແດງຄວາມປິຕິຍິນດີທີ່ມີໂອກາດພົບກັນແລະ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ ແລະລັດກູເວດ ທີ່ໄດ້ຮັບການພັດທະນາເປັນກ້າວໆ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊສີພັນດອນສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ ແລະ ປະຊາຊົນກູເວດ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດກູເວດ ຄົບຮອບ 75 ປີ (25/2/1950-25/22025) ແລະ ວັນປະກາດເອກະລາດ (Liberation Day) ຄົບຮອບ 34 ປີ (26/2/1991-26/2/2025) ທີ່ຈະມາເຖິງນີ້. ພ້ອມດຽວກັນນັ້ນ, ຍັງໄດ້ສະແດງຄວາມຍິນດີ ທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ລັດກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ລັດກູເວດ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫຼອດໄລຍະຫຼາຍປີຜ່ານ ແລະ ປີນີ້ກໍພໍດີຄົບຮອບ 17 ປີ ໃນການສ້າງຕັ້ງສາຍພົວພັນການທູດນໍາກັນ ແລະສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຂະແໜງການກະສິກຳ ແລະ ຂະແໜງພະລັງງານ ແລະ ສະເໜີຊຸກຍູ້ໃຫ້ ນັກທຸລະກິດ ຈາກລັດກູເວດ ເຂົ້າມາຊອກຮູ້ກາລະໂອກາດດ້ານການລົງທຶນຕ່າງໆ ທີ່ ສປປ ລາວ ເພາະມີທ່າແຮງຫຼາຍດ້ານເຊັ່ນ: ດ້ານພະລັງງານສະອາດ, ອຸດສາຫະກໍາ, ກະສິກໍາ,ການບໍລິການ ແລະ ການທ່ອງທ່ຽວ ແລະ ອື່ນໆ.ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມຂະຫຍາຍການພົວພັນທາງດ້ານເສດຖະກິດ ແລະ ການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືດ້ານການຄ້າ-ການລົງທຶນແລະ ອື່ນໆລະຫວ່າງສອງປະເທດ.

ໃນໂອກາດນີ້,ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນສົມເດັດ ເຊກຄ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເດີນທາງຢ້ຽມຢາມສປປ ລາວ ຢ່າງເປັນ ທາງການໃນໂອກາດທີ່ສະດວກ ແລະ ເໝາະສົມ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ຕ້ອນຮັບ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ (SCO), ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ.
ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ປະທານປະເທດ ເດີນທາງເຖິງນະຄອນຫຼວງບິສະເກັກ ສ ກຽກກິດສະຖານ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນຕອນທ່ຽງຂອງວັນທີ 31 ສິງຫານີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງຫາ -1 ກັນຍາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນ ມານາສ (Manas) ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ອາດືລເບກ ກາຊືມາລີເຢັບ ປະທານຄະນະລັດຖະມົນຕີ ຂອງ ສ ກຽກກີສະຖານ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ແລະ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງການຕ່າງປະເທດ​ ແຫ່ງ ສ ກຽກກິດສະຖານ ພ້ອມດ້ວຍຄະນະ ລວມທັງເອກອັກຄະລັດຖະທູດລາວ ແລະ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງສອງຝ່າຍ ໃຫ້ການຕ້ອນຮັບ.
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026

ໃນຕອນແລງວັນທີ 25 ສິງຫາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.
ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນສິງຫາ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ2026.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ແຂວງບໍ່ແກ້ວ

ໃນວັນທີ 19 ສິງຫານີ້, ທີ່ສະໂມສອນໃຫຍ່ຂອງແຂວງບໍ່ແກ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະກໍາມະການປົກຄອງແຂວງ ຊຶ່ງທ່ານປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ:
ເພີ່ມເຕີມ