ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ
ໃນຕອນເຊົ້າວັນທີ 20 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ, ໃຫ້ການຕ້ອນຮັບໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ.
ນາຍກລດຖະມນຕ ເຄອນໄຫວຢຽມຢາມ ແລະ ຊກຍວຽກງານຢແຂວງບລຄຳໄຊ - image 1
 

ການຢ້ຽມຢາມແຂວງບໍລິຄຳໄຊ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະໂອລົມ ຄະນະນຳຂອງແຂວງ ຢູ່ທີ່ຫ້ອງວ່າການປົກຄອງແຂວງ ພ້ອມທັງຮັບຟັງການລາຍງານຜົນສໍາເລັດການຈັດຕັັ້ງປະຕິບັດວຽກງານຂອງແຂວງ 6 ເດືອນຕົ້ນປີ 2025 ຈາກທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄຳໄຊ ຕໍ່ກັບວຽກງານພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງແຂວງ ຊຶ່ງຂະຫຍາຍຕົວຢູ່ໃນລະດັບ 5.2%, ລວມຍອດຜະລິດຕະພັນພາຍໃນ GPP ປະຕິບັດໄດ້ 13,907 ຕື້ກີບ, ສະເລ່ຍລາຍຮັບ 1,950 ໂດລາຕໍ່ຄົນຕໍ່ປີ, ແຜນການຈັດເກັບລາຍຮັບ 1,684.1 ຕື້ກີບ (ພູດສູນກາງ 650 ຕື້ກີບ, ພູດທ້ອງຖິ່ນ 1,034.1 ຕື້ກີບ) ໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 77.71% ຂອງແຜນການປີ, ພູດສູນກາງ 72.57% ພູດທ້ອງຖິ່ນ 80.94%, ລາຍຈ່າຍງົບປະມານ ປະຕິບັດໄດ້ 45.36% ຂອງແຜນການປີ, ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ ມີຄວາມຍາວທັງໝົດ 24.32 ກມ, ປະຕິບັດໄດ້ 22.5%, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ V ປາກຊັນ-ບຶງການ ໄດ້ສຳເລັດການຈັດພິທີເທເບຕົງເຊື່ອມສອງແຜ່ນດິນເຂົ້າກັນ ແລະ ການກໍ່ສ້າງໃກ້ຈະສຳເລັດ 100%. ຄາດວ່າຈະໄດ້ເປີດນໍາໃຊ້ຂົວດັ່ງກ່າວໃນທ້າຍປີ 2025 ນີ້. ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງເລກ 8 (ເຂດພູໄຮ) ມາຮອດປັດຈຸບັນປະຕິບັດໄດ້ 53.49% ຄາດຄະເນໃຫ້ສໍາເລັດທ້າຍປີ 2025 ນີ້.

ນາຍກລດຖະມນຕ ເຄອນໄຫວຢຽມຢາມ ແລະ ຊກຍວຽກງານຢແຂວງບລຄຳໄຊ - image 2
 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໂອ້ລົມ ແລະ ມີຄໍາຖາມເຈາະຈີ້ມໃນວຽກງານການລົງທຶນທາງດ້ານແຮ່ທາດຢູ່ແຂວງບໍລິຄຳໄຊ, ວຽກງານການສຶກສາ (ຂາດຄູສອນ), ວຽກງານໂຍທາທິການ ແລະ ຂົນສົ່ງ ໃນໂຄງການກໍ່ສ້າງທາງເວັ້ນເມືອງ ແລະ ສ້ອມແປງທາງ, ວຽກງານອຸດສາຫະກຳ ແລະ ການຄ້າແຂວງ. ຫຼັງຈາກນັ້ນ, ພະແນກການທີ່ກ່ຽວຂ້ອງ ກໍໄດ້ມີຄຳເຫັນລາຍງານຕໍ່ທ່ານ ນາຍຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຮູ້.

(ຂ່າວ-ພາບ: ຄຳຟອງ)

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ເພີ່ມເຕີມ