ພົບປະຜູ້ບໍລິຫານຂັ້ນສູງ ຂອງວິສາຫະກິດຍີ່ປຸ່ນ ທີ່ ນະຄອນໂຕກຽວ

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງ ຂອງວິສາຫະກິດຍີ່ປຸ່ນ ທີ່ ນະຄອນໂຕກຽວ

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງ ຂອງວິສາຫະກິດຍີ່ປຸ່ນ ທີ່ ນະຄອນໂຕກຽວ
ໃນວັນທີ 22 ມັງກອນ ນີ້, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສູນການຄ້າ ອາຊຽນ-ຍີ່ປຸ່ນ (AJC) ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO)

 

ໄດ້ຈັດກອງປະຊຸມພົບປະທຸລະກິດຂັ້ນສູງແບບໂຕະມົນ ລາວ-ຍີ່ປຸ່ນ ທີ່ ນະຄອນໂຕກຽວ, ປະເທດຍີ່ປຸ່ນ ໂດຍມີແຂກຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນ 100 ກວ່າທ່ານ. ກອງປະຊຸມພົບປະໄດ້ຮັບກຽດເປັນປະທານໂດຍ ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີເເຫ່ງ ສປປ ລາວ ເເລະ ເປັນກຽດເຂົ້າຮ່ວມຂອງບັນດາຜູ້ແທນຂັ້ນສູງ ແລະ ຜູ້ບໍລິຫານຂັ້ນສູງຂອງວິສາຫະກິດ ລາວ ແລະ ຍີ່ປຸ່ນ.

ກອງປະຊຸມພົບປະທຸລະກິດ ລາວ-ຍີ່ປຸ່ນ ໃນຄັ້ງນີ້ຈັດຂຶ້ນໃນບັນຍາກາດແຫ່ງການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ໄດ້ເປີດໂອກາດໃຫ້ຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນ ໄດ້ມີຂໍ້ສະເໜີ ແລະ ຄຳຄິດຄຳເຫັນຕໍ່ ການນຳຂັ້ນສູງຂອງລາວ ພ້ອມທັງໃຫ້ນັກທຸລະກິດລາວທີ່ມີທ່າແຮງ ສາມາດພົບປະ ແລະ ແລກປ່ຽນ ຮ່ວມກັບພາກທຸລະກິດຂອງຍີ່ປຸ່ນ ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດຂອງ 2 ປະເທດ ໄດ້ຮູ້ຈັກຊຶ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນແລະ ສືບຕໍ່ແລກປ່ຽນຄໍາຄິດເຫັນໃນການສົ່ງເສີມທາງດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ.

ພາຍໃນກອງປະຊຸມ, ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ການສະເຫຼີມສະຫຼອງ ສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຖືເປັນຂີດໝາຍ ແລະ ໝາກຜົນອັນສໍາຄັນ ພາຍຫຼັງ 2 ປະເທດໄດ້ປະກາດຍົກລະດັບ ສາຍພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ຈາກ “ຄູ່ຮ່ວມມືຍຸດທະສາດ” ເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ປະກອບສ່ວນຢ່າງຕັ້ງໜ້າຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງພົ້ນເດັ່ນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນເຖິງບັນດາທ່າແຮງທີ່ເປັນໂອກາດແກ່ການລົງທຶນ ຕາມທິດສີຂຽວຂອງ ສປປ ລາວ ຄືດັ່ງນີ້: ທາງດ້ານພະລັງງານສະອາດ, ການຊື້-ຂາຍສິນເຊື່ອກາກບອນ, ການຜະລິດ ແລະ ປຸງແຕ່ງສິນຄ້າກະສິກຳທີ່ມີຄຸນນະພາບສູງ ແລະອຸດສາຫະກຳປຸງແຕ່ງທີ່ນຳໃຊ້ພະລັງງານສະອາດ.

ໃນກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ໄດ້ລາຍງານຕໍ່ທີ່ປະຊຸມວ່າ: ການລົງທຶນຂອງປະເທດຍີ່ປຸນ, ນັບແຕ່ ສປປ ລາວ ເປີດຮັບເອົາການລົງທຶນຈາກຕ່າງປະເທດ ໃນປີ 1989 ມາຮອດປັດຈຸບັນ (ປີ 2024), ຍີ່ປຸ່ນ ໄດ້ເຂົ້າມາລົງທຶນໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມ ຊຶ່ງບັນລຸໄດ້ທັງໝົດ 93 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 157 ລ້ານກວ່າໂດລາຊຶ່ງການລົງທຶນຂອງປະເທດຍີ່ປຸ່ນແມ່ນຈັດຢູ່ອັນດັບ 14 ຈາກຈໍານວນ 53 ປະເທດທີ່ເຂົ້າມາລົງທຶນ ຢູ່ ສປປ ລາວ. ນອກນັ້ນ, ທ່ານ ຍັງໄດ້ຖືໂອກາດນີ້ ແຈ້ງຕໍ່ຝ່າຍຍີ່ປຸ່ນ ຕື່ມອີກວ່າ: ລັດຖະບານ ສປປ ລາວ ແມ່ນໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ທີ່ຮັບຮອງໂດຍ ສະພາແຫ່ງຊາດ ແລະ ໄດ້ປະກາດນຳໃຊ້ຢ່າງເປັນທາງການ ໃນທ້າຍປີ 2024 ເພື່ອສືບຕໍ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນ ໂດຍໄດ້ຕັດ ຂອດ-ຂັ້ນ ທີ່ບໍ່ຈຳເປັນອອກ ແລະ ປັບປຸງບັນດາກົນໄກ ແລະລະບຽບການໃຫ້ສະດວກ ແລະ ງ່າຍດາຍຂຶ້ນ ໂດຍແນໃສ່ຫຼຸດໄລຍະເວລາ ກໍຄືຕົ້ນທຶນໃນການດຳເນີນທຸລະກິດຢູ່ໃນສປປ ລາວ.

ພາຍໃນກອງປະຊຸມ, ທ່ານລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ສປປ ລາວ ຍັງໄດ້ນຳສະເໜີວ່າ: ມູນຄ່າການຄ້າ 2 ຝ່າຍໃນໄລຍະຜ່ານໆມາ ນັບແຕ່ປີ 2018 ເຖິງປັດຈຸບັນ ມີມູນຄ່າການຄ້າ ລວມຫຼາຍກວ່າ 1 ພັນລ້ານໂດລາ. ສະເພາະ ປີ 2024 ມູນຄ່າການຄ້າສອງຝ່າຍ ຫຼາຍກວ່າ 255 ລ້ານໂດລາ ຊຶ່ງເພີ່ມຂຶ້ນ ປະມານ 10.40% ທຽບກັບປີ 2023. ສິນຄ້າຫຼັກທີ່ມີການຊື້-ຂາຍຫຼາຍກວ່າໝູ່ ລະຫວ່າງ ລາວ ແລະ ຍີ່ປຸ່ນ ແມ່ນສິນຄ້າປະເພດເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ, ພາຫະນະທາງບົກ, ອຸປະກອນກົນຈັກ, ເສັ້ນໄຍສັງເຄາະ ແລະ ອື່ນໆ.

ໃນວາລະສຸດທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ເປີດໂອກາດໃຫ້ ບັນດາ ບໍລິສັດຊັ້ນນໍາຂອງ ຍີ່ປຸ່ນ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ເເລະ ຖືເອົາໂອກາດນີ້ໃຫ້ທິດຊີ້ນຳ ກ່ຽວກັບ ນະໂຍບາຍ ຂອງລັດຖະບານ ຕໍ່ກັບການລົງທຶນຂອງຕ່າງປະເທດ ຊຶ່ງໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ວິສາຫະກິດຍີ່ປຸ່ນໃນການຕັດສິນໃຈມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ