ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົທ ເລືອງ ຕາມ ກວາງ

ນາຍົກລັດ​ຖະ​ມົນ​ຕີ ຕ້ອນຮັບ ລັດ​ຖະ​ມົນ​ຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

ນາຍົກລັດ​ຖະ​ມົນ​ຕີ ຕ້ອນຮັບ ລັດ​ຖະ​ມົນ​ຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ
ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົທ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ

 ພ້ອມດ້ວຍຄະນະ ໃນວັນທີ 27 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2024 ແລະ ກຳນົດທິດທາງແຜນການຮ່ວມມື ປະຈໍາປີ 2025.

ໂອກາດດັ່ງກ່າວ, ທ່ານ ນາຍົກ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ຄະນະນຳກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນການເຮັດວຽກຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນບາດກ້າວທີ່ສໍາຄັນໃນການຍົກສູງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ, ກວ້າງຂວາງ, ມີໝາກຜົນຍິ່ງໆຂຶ້ນ ທັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ທ່ານນາຍົກ ໄດ້ເນັ້ນໜັກໃຫ້ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອສະຫງ່າງາມ ໃຫ້ໝັ້ນຄົງຂະໜົງແກ່ນ, ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງ ກວ້າງຂວາງ ສຸມໃສ່ພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດໄປ-ມາຫາສູ່ກັນຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂື້ນ.

ທ່ານ ພົທ ເລືອງ ຕາມ ກວາງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃນຄັ້ງນີ້, ພ້ອມທັງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະມົນຕີຮັບຊາບ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G)ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025,
ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10ເມ​ສານີ້ ທີ່​ເຮືອນ​ພັກ​ຂອງ​ ສະ​ຫາຍຄໍ​າໄຕສີ​ພັນ​ດອນ ທີ່ບ້ານສະພານທອງເໜືອເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ການນໍາຂັ້ນສູງພັກ-ລັດ, ນໍາໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,
ຄໍາສະດຸດີ  ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ   ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະທານປະເທດ ແຫ່ງ ສປປ ລາວ

ຄໍາສະດຸດີ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ປະທານຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ທີ່ຈັດຂຶ້ນຢູ່ເດີນພະທາດຫຼວງນະຄອນຫຼວງວຽງຈັນ ວັນ​ທີ 7 ເມສາ 2025.
ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 7 ເມສານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.
ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 7 ເມສານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ ສະຫາຍ ຟ້າມ ມິງ ຈິງ ພ້ອມຄະນະ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກເຊິ່ງ ແລະ ຄວາມ​ອາໄລ​ຮັກ​ອັນ​ສຸດ​ຊຶ້ງ ເຖິງ​ສະຫາຍ ພົນ​ເອກ ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ
ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຄອບຄົວ ສີ​ພັນ​ດອນ ຂໍ​ແຈ້ງ​ຂ່າວ​ເສົ້າ​ສະຫຼົດ​ໃຈ​ອັນ​ສຸດ​ຊຶ້ງ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ,
ປະຫວັດຫຍໍ້  ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.
ເພີ່ມເຕີມ