ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ
ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.

 

ນາຍກລດຖະມນຕ ຕອນຮບການເຂາຢຽມຂານບຂອງລດຖະມນຕຕາງປະເທດ ສ ເບລາຣດຊ - image 1
 

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ຂອງທ່ານ ມາກຊິມ ຣືເຊັນກົບ ແລະ ຄະນະ ໃນຄັ້ງນີ້, ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ - ສ ເບລາຣຸດຊີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງ ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ທ່ານ ອາເລັກຊານເດີ ຕູຣຊິນ ນາຍົກລັດຖະມົນຕີ ແຫ່ງ ສ ເບລາຣຸດຊີ. ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ທີ່ນັບມື້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍເຫັນໄດ້ຈາກການແລກປ່ຽນ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ຫຼັງສຸດ ແມ່ນການພົບປະ ລະຫວ່າງ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບຣິກສ໌ ທີ່ເມືອງກາຊານ ສ ຣັດເຊຍ ໃນເດືອນຕຸລາ 2024 ທີ່ຜ່ານມາ. ໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍ ໄດ້ລົງນາມສັນຍາຍົກເວັ້ນວີຊາ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ລະຫວ່າງ ສປປ ລາວ - ສ ເບລາຣຸດຊີ ຊຶ່ງຈະກາຍເປັນສິ່ງອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດ. ພ້ອມທັງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທີ່ສອງຝ່າຍ ຈະຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ເພື່ອຊຸກຍູ້ໃຫ້ບັນດານັກທຸລະກິດຂອງສອງປະເທດ ສືບຕໍ່ປຶກສາຫາລື, ຊອກຫາຊ່ອງທາງໃນການຮ່ວມມືກັນທາງດ້ານເສດຖະກິດ ທີ່ສອງຝ່າຍມີທ່າແຮງ.

ໃນໂອກາດດຽວກັນນີ້, ທ່ານ ມາກຊິມ ຣືເຊັນກົບ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານໃຫ້ຊາບ ເຖິງຜົນຂອງການພົບປະສອງຝ່າຍ ກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ໃນຕອນທ້າຍ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ໄດ້ຢືນຢັນຄືນຄຳໝາຍໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ - ສ ເບລາຣຸດຊີ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

(ຂ່າວ: ກະຊວງຕ່າງປະເທດ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນວັນທີ 13 ພະຈິກນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.
ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ເພີ່ມເຕີມ