ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ
ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ດີ່ງ ຕຽນ ຢຸງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 11 ມີນານີ້ ທີ່ຫ້ອງຮັບແຂກສໍານັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້  ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ສະໜິດສະໜົມ, ສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ, ລັດ ກໍຄືນະຄອນຫຼວງຮ່າໂນ້ຍ  ທີ່ມີຕໍ່ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນ ຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ກ້າວເຂົ້າສູ່ລວງເລິກຂຶ້ນເລື້ອຍໆ.
ຈາກນັ້ນ, ທ່ານ ດີ່ງ ຕຽນ ຢຸງ ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນຕໍ່ຄະນະໃນຄັ້ງນີ້ ແລະ ໂອກາດດັ່ງກ່າວ ກໍໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ສປປ ລາວ ໃຫ້ ທ່ານນາຍົກໄດ້ຮັບຊາບອີກດ້ວຍ. 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ສສຊ ປະກອບຄຳເຫັນຕໍ່ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດຢ່າງມີຈຸດສຸມ

ພາຍຫຼັງ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ

ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ

ອົງການກວດສອບແຫ່ງລັດ ຈະສູ້ຊົນດໍາເນີນການກວດສອບໃຫ້ບັນລຸ 620 ເທື່ອເປົ້າໝາຍ, ໃນຂະນະດຽວກັນລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບໃຫ້ກວມເອົາ 80% ຂອງຈໍານວນເປົ້າໝາຍ.
ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ອົງການກວດກາແຫ່ງລັດ ຈະສ້າງພະນັກງານໃຫ້ມີຄວາມເປັນມືອາຊີບ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ.
5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ຊີ້ແຈງຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອອປສ ຈະສ້າງພະນັກງານໄອຍະການກ້າວເປັນມືອາຊີບ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສ້າງຄວາມເຂັ້ມແຂງໃຫ້ພະນັກງານໄອຍະການປະຊາ ຊົນແຕ່ລະຂັ້ນໃຫ້ມີທັກສະ ແລະ ມີຄວາມຊໍານິຊໍານານ ໃນການຕິດຕາມກວດກາ ການດໍາເນີນຄະດີ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ໃນຂະນະດຽວກັນ ຈະສ້າງພະນັກງານໄອຍະການໃຫ້ເປັນຜູ້ຊໍານານງານ ແລະ ກ້າວເປັນມືອາຊີບ.
ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອໃຫ້ຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ສະພາແຫ່ງຊາດ ເປັນກຽດມອບໂດຍທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ,
ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ສສຊ ເຂດ 4 ແຂວງອຸດົມໄຊ ສະເໜີ 2 ອົງການເພີ່ມທະວີການໂຄສະນາຜ່ານສື່ໃຫ້ຫຼາຍຂຶ້ນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ສສຊ ແຂວງຈຳປາສັກ ສຸມໃສ່ປະກອບຄຳເຫັນເພື່ອໃຫ້ການດຳເນີນຄະດີມີຜົນສັກສິດ

ທ່ານນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໃນກອງປະ ຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ມາດຕະຖານເລືອກຕັ້ງເປັນສະມາຊິກສະພາຜູ້ພິພາກສາຂອງ ສປສສ

ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ. ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ອ່ານໜັງສືສະເໜີຂອງສານປະຊາຊົນສູງສຸດ (ສປສສ) ກ່ຽວກັບມາດຕະຖານເງື່ອນໄຂ ແລະ ເປົ້າໝາຍທີ່ຈະເລືອກຕັ້ງເປັນສະມາ ຊິກສະພາຜູ້ພິພາກສາຂອງ ສປສສ.
5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ