ກອງປະຊຸມການຮັບມື ແລະ ການແກ້ໄຂໄພນໍ້າຖ້ວມ

ນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື ແລະ ການແກ້ໄຂໄພນໍ້າຖ້ວມ

ນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື ແລະ ການແກ້ໄຂໄພນໍ້າຖ້ວມ
ໃນວັນທີ 16 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມລາຍງານຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍເຫຼືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ


 ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາທ່ານລັດຖະມົນຕີ,ຮອງລັດຖະມົນຕີ,ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI), ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫຼັງ, ເນື້ອທີ່ການຜະລິດເສຍຫາຍ ¬13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ, ປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບຂໍ້ມູນຄວາມເສຍຫາຍ ໃຫ້ລະອຽດ ເພື່ອເປັນຂໍ້ມູນໃນການກຳນົດແຜນຊ່ວຍເຫຼືອ ແລະ ຟື້ນຟູ; ໃນນີ້ສະເພາະຜົນກະທົບຈາກພາຍຸ ຢາກິ (YAKI) ມາຮອດປັດຈຸບັນມີທັງໝົດ 8 ແຂວງ ຊຶ່ງແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ.ນອກຈາກນັ້ນ ຍັງຮັບຟັງການລາຍງານ ກ່ຽວກັບແຜນການຮັບມື, ການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ເປັນຕົ້ນສະພາບຜົນກະທົບໄພນໍ້າຖ້ວມທີ່ເກີດຂຶ້ນ ໂດຍສະເພາະຢູ່ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ; ການຊ່ວຍເຫຼືອຕອບໂຕ້ສຸກເສີນ; ການລະດົມການຊ່ວຍເຫຼືອ; ແຜນການຈຸດສຸມໃນຕໍ່ໜ້າ ແລະ ຄວາມພ້ອມດ້ານຕ່າງໆ ທີ່ຈະສາມາດຮອງຮັບການແກ້ໄຂສຸກເສີນ ໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມ.ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບຜົນກະທົບໄພນໍ້າຖ້ວມຕົວຈິງ ຈາກຂະແໜງການກ່ຽວຂ້ອງ ຕື່ມອີກ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງຄະນະຄຸ້ມຄອງໄພພິບັດທຸກຂັ້ນ (ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ); ອົງການປົກຄອງທ້ອງຖິ່ນ ລວມທັງ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ຢ່າງທັນການ; ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ຄະນະຄຸ້ມຄອງໄພພິບັດທຸກຂັ້ນ ສືບຕໍ່ຈັດຕັ້ງປະຕິບັດຕາມກົນໄກການເຮັດວຽກຂອງຄະນະຄຸ້ມຄອງໄພພິບັດ; ໃຫ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ກໍຄືຜູ້ໄດ້ຮັບຜົນກະທົບ, ຕິດຕາມໃຫ້ການຊ່ວຍເຫຼືອເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງຜູ້ປະສົບໄພໃຫ້ດີ; ຮີບຮ້ອນປັບປຸງພື້ນຖານໂຄງລ່າງຕ່າງໆ ທີ່ໄດ້ຮັບຜົນກະທົບເສຍຫາຍ ໃຫ້ນໍາໃຊ້ໂດຍໄວ ເພື່ອເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ຕິດຕາມສະພາບດິນຟ້າອາກາດເພື່ອສືບຕໍ່ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນອີກ ໃນຕໍ່ໜ້າ ໃຫ້ກໍານົດແຜນລະອຽດ ເພື່ອກະກຽມຄວາມພ້ອມການຊ່ວຍເຫຼືອທາງດ້ານກໍາລັງ, ເຄື່ອງອຸປະກອນຊ່ວຍເຫຼືອ ແລະ ເຄື່ອງຊ່ວຍເຫຼືອອຸປະໂພກ, ບໍລິໂພກຕ່າງໆ ຕ້ອງຮອດເປົ້າໝາຍ ຜູ້ປະສົບໄພ ຢ່າງວ່ອງໄວທັນການ; ເອົາໃຈໃສ່ຍົກຍ້າຍປະຊາຊົນ ທີ່ມີຄວາມສ່ຽງ ແລະ ວັດຖຸສິ່ງຂອງທີ່ຈຳເປັນໄປຢູ່ບ່ອນທີ່ປອດໄພ;ການແກ້ໄຂໄພພິບັດຕ້ອງເຝົ້າຕິດຕາມລະວັງ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດກາ ຢ່າງເປັນປົກກະຕິ,ເມື່ອພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາປະຊາສຳພັນ ແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງ, ຕິດຕາມຂ່າວສານຢ່າງທົ່ວເຖິງ ກ່ຽວກັບການປ່ຽນແປງຂອງສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ, ການໂຄສະນາເຜີຍແຜ່ກະຈາຍຂ່າວຢ່າງກວ້າງຂວາງ ໂດຍສະເພາະການສະໜັບສະໜູນປະກອບສ່ວນ ຂອງທຸກພາກສ່ວນໃນສັງຄົມ ລວມທັງການລົງຕິດຕາມບັນຊາແກ້ໄຂບັນຫາຢູ່ພື້ນທີ່ຕົວຈິງ ຂອງການນໍາທຸກຂັ້ນເພື່ອອອກຂ່າວໃຫ້ຖືກຕ້ອງກັບຄວາມຈິງ ທັງເປັນການຕ້ານຫາງສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກໍຄືການສ້າງຄວາມປັ່ນປ່ວນຕ່າງໆ;ການບໍລິຫານຈັດການນໍ້າຂອງເຂື່ອນຕ່າງໆ ຕ້ອງຮັບປະກັນຄວາມປອດໄພ ແລະ ລະບາຍນໍ້າອອກ ຕ້ອງມີການປະສານງານກັນຄັກແນ່; ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ; ມອບໃຫ້ຄະນະກໍາມະການຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ຕິດຕາມ, ກວດກາ, ເກັບກໍາສັງລວມບັນດາຂໍ້ມູນ ຜູ້ທີ່ໄດ້ຮັບຜົນກະທົບທັງໝົດ ໂດຍສະເພາະແຜນຄວາມຕ້ອງການຕົວຈິງຕ່າງໆໃນສະເພາະໜ້າ ແລະ ຍາວນານ ສິ່ງສໍາຄັນ ແມ່ນຫຼີກລ່ຽງ ການຂຶ້ນແຜນທີ່ຊໍ້າຊ້ອນ ເພື່ອເປັນການສວຍໂອກາດ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ