ຢ້ຽມຢາມສໍານັກງານໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ

ນາຍົກລັດຖະມົນຕີການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ

ນາຍົກລັດຖະມົນຕີການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ
ທ່ານ ຈັດສຕິນ ທຣູໂດ, ນາຍົກລັດຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ ນະຄອນຫຼວງວຽງຈັນ,

ສປປ ລາວ ເມື່ອວັນທີ 11 ຕຸລາຜ່ານມາ ເຊິ່ງຖືວ່າເປັນຫົວຫນ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.

ການຢ້ຽມຢາມໃນຄັ້ງນີ້ ເນື່ອງໃນໂອກາດທີ່ ທ່ານ ນາຍົກລັດຖະມົນຕີການາດາ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ.

ການລົງຢ້ຽມຢາມ ສໍານັກງານໃຫຍ່ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງນີ້ ເນັ້ນຢ້ຳເຖິງຄໍາໝາຍໝັ້ນທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຂອງປະເທດ ການາດາ ຕໍ່ກັບການຄຸ້ມຄອງແມ່ນໍ້າຂອງແບບຍືນຍົງ ເຊິ່ງເປັນການສະໜັບສະໜູນການຫາລ້ຽງຊີບຂອງປະຊາຊົນຫຼາຍລ້ານຄົນໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນລະຫວ່າງການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ ໄດ້ລົງພົບປະກັບຊາວປະມົງ ແລະ ຊາວກະສິກອນໃນທ້ອງຖິ່ນທີ່ອາໄສແມ່ນ້ຳເພື່ອຫາລ້ຽງຊີບ ພ້ອມກັບທ່ານນາງ ແມຣີ ອິງ, ລັດຖະມົນຕີວ່າການກະຊວງສົ່ງເສີມການສົ່ງອອກ, ການຄ້າສາກົນ ແລະ ການພັດທະນາເສດຖະກິດ, ແລະ ທ່ານ ອານຸລັກ ກິດຕິຄຸນ, ຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ. ໃນການລົງຢ້ຽມຢາມ, ທ່ານນາຍົກລັດຖະມົນຕີການາດາ ໄດ້ພົບປະ, ສົນທະນາ ແລະ ແລກປ່ຽນໂດຍກົງກັບຊາວປະມົງ ແລະ ຊາວກະສິກອນ ພ້ອມທັງຮັບຟັງເລື່ອງລາວກ່ຽວກັບ ແມ່ນໍ້າຂອງທີ່ຫຼໍ່ລ້ຽງຊີວິດປະຈໍາວັນຂອງເຂົາເຈົ້າ. ທ່ານນາຍົກລັດຖະມົນຕີ ຮັບຊາບໂດຍກົງ ຈາກຊາວປະມົງ ແລະ ຊາວກະສິກອນ ກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າປະເຊີນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ ລວມທັງບັນຫາການຄຸ້ມຄອງນໍ້າຂ້າມຊາຍແດນ.

ທ່ານ ນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ ໄດ້ຍ້ອງຍໍບົດບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນການຊຸກຍູ້ການປະສານສົມທົບກັນລະຫວ່າງບັນດາປະເທດແມ່ນ້ຳຂອງ - ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ແລະ ຄວາມພະຍາຍາມຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ໃນການຮັບປະກັນໃຫ້ບັນດາຊຸມຊົນທີ່ດຳລົງຊີວິດຢູ່ລຽບຕາມແມ່ນ້ຳຂອງ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນທີ່ອຸດົມສົມບູນຂອງແມ່ນໍ້າຂອງ.

ທ່ານ ຈັດສຕິນ ທຣູໂດ ໄດ້ກ່າວວ່າ: “ການາດາ ຮັບຮູ້ເຖິງຄວາມສຳຄັນອັນຈໍາເປັນຂອງແມ່ນ້ຳຂອງ ເຊິ່ງບໍ່ເປັນພຽງແຕ່ເປັນແຫຼ່ງກໍາເນີດຂອງການພັດທະນາເທົ່ານັ້ນ, ແຕ່ຍັງເປັນເໝືອນສາຍເລືອດທີ່ຫຼໍ່ລ້ຽງຊີວິດຂອງປະຊາຊົນນັບລ້ານຄົນ,”. “ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍາລັງໄດ້ເຮັດວຽກງານທີ່ສຳຄັນ ໂດຍການເຕົ້າໂຮມເອົາບັນດາປະເທດຕ່າງໆ ເຂົ້າມາຮ່ວມກັນຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທີ່ໃຊ້ຮ່ວມກັນນີ້. ການາດາ ມີຄວາມຍິນດີສະໜັບສະໜູນພາລະກິດດັ່ງກ່າວ, ແລະ ພວກເຮົາພ້ອມທີ່ຈະສືບຕໍ່ຮ່ວມມືກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອປົກປັກຮັກສາແມ່ນ້ຳຂອງໃຫ້ແກ່ຄົນຮຸ່ນຫຼັງ.”

ໃນໄລຍະຜ່ານມາ ການາດາ ເປັນຄູ່ຮ່ວມມືພັດທະນາຢ່າງເປັນທາງການກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ, ໂດຍການປະກອບສ່ວນເປັນເງິນຈຳນວນ 2 ລ້ານໂດລາການາດາ (ປະມານ 1,5 ລ້ານໂດລາສະຫະລັດ) ໂດຍຜ່ານກະຊວງການຕ່າງປະເທດການາດາ, ເຊິ່ງເປັນກະຊວງທີ່ຮັບຜິດຊອບວຽກງານພົວພັນທາງການທູດ, ການຄ້າລະຫວ່າງປະເທດ ແລະ ການຊ່ວຍເຫຼືອເພື່ອການພັດທະນາ. ເງິນສະໜັບສະໜູນດັ່ງກ່າວ ມີເປົ້າໝາຍນໍາໃຊ້ກັບບັນດາຂໍ້ລິເລີ່ມທີ່ສຳຄັນຕ່າງໆຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ ລວມທັງການຄຸ້ມຄອງນ້ຳຜ່ານຊາຍແດນ, ການຕິດຕາມ ແລະ ການພະຍາກອນແມ່ນໍ້າ ໂດຍມີຈຸດສຸມພິເສດໃນການເພີ່ມທະວີຄວາມທົນທານຂອງຊຸມຊົນ ຕໍ່ກັບສິ່ງທ້າທາຍທີ່ກ່ຽວຂ້ອງກັບແມ່ນ້ຳ.

ທ່ານ ອານຸລັກ ກິດຕິຄຸນ, ຫົວຫນ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ກ່າວວ່າ: “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ, ເຊິ່ງເປັນປະຫວັດສາດໜ້າໃໝ່ໃນການຮ່ວມມືຂອງພວກເຮົາ ກັບ ການາດາ. “ການຊ່ວຍເຫຼືອຂອງການາດາ ເກີດຂຶ້ນໃນໄລຍະທີ່ພວກເຮົາເພີ່ມທະວີຄວາມພະຍາຍາມໃນການຄຸ້ມຄອງຊັບພະຍາກອນນ້ຳ ຂອງແມ່ນໍ້າຂອງ ເພື່ອຜົນປະໂຫຍດສູງສຸດ ຂອງປະຊາຊົນທັງໝົດໃນພາກພື້ນ. ພວກເຮົາຕັ້ງໜ້າສືບຕໍ່ການເປັນຄູ່ຮ່ວມມືທີ່ມີຄຸນຄ່າດັ່ງກ່າວນີ້ ໃນໄລຍະທີ່ພວກເຮົາພວມຮັບມືກັບສິ່ງທ້າທາຍໃນການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງຮ່ວມກັນ.”

ຄະນະກໍາມາທິການແມ່ນໍ້າຂອງສາກົນ ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ທີ່ສ້າງຕັ້ງຂຶ້ນໃນປີ 1995 ເພື່ອຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນພາກພື້ນໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ. ອີງຕາມສັນຍາແມ່ນ້ຳຂອງ ລະຫວ່າງກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ, ຄະນະກໍາມາທິການແມ່ນໍ້າຂອງສາກົນ ຖືເປັນທັງເວທີການທູດດ້ານນ້ຳຂອງພາກພື້ນ ແລະ ເປັນສູນລວມຂໍ້ມູນຄວາມຮູ້ຂອງພາກພື້ນ ເພື່ອຄຸ້ມຄອງຊັບພະຍາກອນນ້ຳ ແລະ ສະໜັບສະໜູນການພັດທະນາແບບຍືນຍົງຂອງພາກພື້ນ.

ຂ່າວ: MRC

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ