ນາຍົກໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ຫສນຍ ຫ້ອງການກະຊວງ-ອົງການ ແລະ ຫ້ອງວ່າການທ້ອງຖິ່ນ

ນາຍົກໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ຫສນຍ ຫ້ອງການກະຊວງ-ອົງການ ແລະ ຫ້ອງວ່າການທ້ອງຖິ່ນ

ນາຍົກໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ຫສນຍ ຫ້ອງການກະຊວງ-ອົງການ ແລະ ຫ້ອງວ່າການທ້ອງຖິ່ນ
ໃນວັນທີ 23 ມິຖຸນາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ; ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະທານຄະນະກໍາມະການປົກຄອງທ້ອງຖິ່ນ, ຫົວໜ້າຫ້ອງວ່າການ-ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ໃນທົ່ວປະເທດ ພ້ອມດ້ວຍອະດີດການນຳ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

 

ນາຍກໂອລມຕກອງປະຊມສະຫບວຽກງານ ຫສນຍ ຫອງການກະຊວງ-ອງການ ແລະ ຫອງວາການທອງຖນ - image 1
 

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ, ທິດທາງ ແລະ ຄາດໝາຍລວມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍຄືບັນດາໜ້າວຽກຈຸດສຸມ ແລະ ຄາດໝາຍສູ້ຊົນຂອງລັດຖະບານ ຊຸດທີ X, ລວມທັງນະໂຍບາຍແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການແກ້ໄຂຂໍ້ຄົງຄ້າງຕ່າງໆ. ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນຄະນະພັກ-ຄະນະນຳ ຕ້ອງຖືເອົາການນໍາພາການເມືອງແນວຄິດຂອງພະນັກງານ-ລັດຖະກອນ ເປັນບັນຫາສໍາຄັນໂດຍຄຳນຶງເຖິງຜົນໄດ້-ຜົນເສຍ ຂອງການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກສັດຕູ; ມີແບບແຜນວິທີເຮັດວຽກ ໂດຍສະເພາະ ການຕິດຕາມຊຸກຍູ້ ແລະ ລາຍງານຜົນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ແຈ້ງການ ທິດຊີ້ນໍາຂອງຂັ້ນເທິງ ຢ່າງວ່ອງໄວ ແລະ ທັນການ; ສືບຕໍ່ເອົາໃຈໃສ່ການເປັນເສນາທິການຄົ້ນຄວ້າໃຫ້ຖືກກັບຄວາມເປັນຈິງເພື່ອເຮັດໃຫ້ການຊີ້ນຳ ແລະ ຕົກລົງບັນຫາຂອງການນຳຖືກຕ້ອງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້; ການຈໍລະຈອນ ແລະ ແກ້ໄຂເອກະສານຕ່າງໆ ຕ້ອງລະອຽດຊັດເຈນ, ວ່ອງໄວ ແລະ ທັນການ ໂດຍຫັນໄປສູ່ລະບົບທັນສະໄໝ;ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ຊ່ວຍວຽກການນໍາແຕ່ລະຂັ້ນເຄື່ອນໄຫວວຽກງານຢ່າງມີປະສິດທິ ພາບ, ປະສິດທິຜົນ; ສ້າງ ແລະ ນໍາໃຊ້ພະນັກງານຈາກພຶດຕິກຳ ແລະ ຄວາມສາມາດຕົວຈິງ ເພື່ອໃຫ້ກາຍເປັນຊ່ຽວຊານ ແລະ ຊໍານານສະເພາະດ້ານ, ມີນໍ້າໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ສຸຂຸມ, ຮອບຄອບ, ມີໄຫວພິບ, ບໍ່ອູ້ມວຽກ, ບໍ່ປະວຽກໃຫ້ຊັກຊ້າ ແລະ ບໍ່ຮຽກເອົາຜົນປະໂຫຍດສ່ວນຕົວ; ຕ້ອງຮັກສາຄວາມລັບ, ຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ການສະເໜີຕ້ອງພາວະວິໄສ, ໜ້າເຊື່ອຖື; ຕ້ອງມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ມີການແລກປ່ຽນບົດຮຽນ, ຕໍານິຕິຊົມຊຶ່ງກັນ ແລະ ກັນ; ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ພ້ອມທັງ ສັບຊ້ອນຈັດວາງ, ຍົກຍ້າຍພະ ນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດວິຊາສະ ເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກບາງວຽກງານຕໍ່ອົງການປົກຄອງທ້ອງຖິ່ນຄື: ໃຫ້ສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຕື່ມ ເປັນຕົ້ນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຄໍາສັ່ງ ເລກທີ 06/ນຍ, ຄໍາສັ່ງ 11/ນຍ, ຄໍາສັ່ງ 15/ນຍ, ຄໍາສັ່ງ 40/ນຍ, ມະຕິ 165/ສພຊ ແລະ ອື່ນໆ; ເອົາໃຈໃສ່ຕິດຕາມ, ຊຸກຍູ້, ມີແຜນການ ແລະ ມາດຕະການຕ່າງໆ ຊ່ວຍເຫຼືອປະຊາຊົນໃນທ້ອງຖິ່ນຂອງຕົນໃຫ້ທັນກັບເວລາ ເພື່ອຮັບມືກັບໄພພິບັດ ແລະ ບັນຫາອື່ນທີ່ຈະເກີດຂຶ້ນ ໃນໄລຍະລະດູຝົນ ກໍຄືລະດູແລ້ງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການຜະລິດສິນຄ້າ, ການຄົມມະນາຄົມ ແລະ ອື່ນໆ; ຕິດຕາມ, ກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນຢ່າງເປັນປົກກະຕິ, ພ້ອມທັງ ມີມາດຕະການເດັດຂາດ ຕໍ່ການລັກລອບຂຸດຄົ້ນຄຳຕົກຂ້ອນ, ລັກລອບຕັດໄມ້-ລ່າສັດ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ; ຄຸ້ມຄອງ ແລະ ຈັດເກັບລາຍຮັບຕ່າງໆ ໃຫ້ໄດ້ຕາມແຜນ, ຫັນການເກັບລາຍຮັບ ເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງງົບປະ ມານ; ປັບປຸງກົນໄກການປະສານງານກັບ ກະຊວງ-ອົງການ ຂອງສູນກາງ ທັງສາຍຕັ້ງ ແລະ ສາຍຂວາງ, ທັງມີລະບອບການລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ຢ່າງເປັນປົກກະຕິ.

(ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ເພີ່ມເຕີມ