![]() |
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ພົນເອກ ແຢ ວິນ ອູ ພ້ອມດ້ວຍຄະນະ ຊຶ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຂອງສອງຊາດ, ສອງກອງທັບ ລາວ-ມຽນ ໃຫ້ນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວຍິ່ງໆຂຶ້ນ, ທັງສະແດງຄວາມຍີນດີ ແລະ ຊົມເຊີຍ ຕໍ່ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບຕໍາ ແໜ່ງເປັນຜູ້ບັນຊາການທະຫານສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບ ລາວ-ມຽນມາ ສືບຕໍ່ປະສານສົມທົບກັນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະຄົມມະນາຄົມ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ລວມທັງການນຳໃຊ້ແຮງງານທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນ ລາວ-ມຽນມາ ໂດຍຜ່ານກົນໄກທີ່ສອງຝ່າຍມີຮ່ວມກັນ ໃຫ້ໄດ້ຮັບຜົນດີ.
ທ່ານ ພົນເອກ ແຢ ວິນ ອູ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ສະເໜີຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍຄືຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
(ຂ່າວ: ສນຍ; ພາບ: ສຳນານ)

ຄໍາເຫັນ