ໂດຍ: ສ.ສຸວັນ
ທ່ານ ທະວີສັກ ວິພົງໄຊ (ກິມບວບ)ຈາກນັກຮ້ອງອິດສະຫຼະກາຍເປັນຜູ້ບໍລິຫານຫາດສາມຄອນຣີສອດ ໄດ້ເລົ່າສູ່ຟັງວ່າ: ເລີ່ມທໍາອິດເຮັດທຸລະກິດຍັງບໍ່ທັນມີໃຜຮູ້ຈັກເມືອງເຟືອງຫຼາຍປານໃດ ຂ້າພະເຈົ້າເອງແມ່ນໄດ້ລິເລີ່ມເຮັດຮ້ານອາຫານຕາມແຄມແມ່ນ້ຳລີກພາຍໃນດອນນີ້ກ່ອນໝູ່ແລ້ວຈຶ່ງໄດ້ຂະຫຍາຍອອກມາເປັນທີ່ພັກ ແລະ ເຮືອນແພແຄມນໍ້າລີກ.
ໃນຕອນທີ່ເລີ່ມເຮັດທຸລະກິດນີ້ແມ່ນກ່ອນພະຍາດໂຄວິດ-19 ລະບາດໜຶ່ງປີ, ຫຼັງຈາກນັ້ນແມ່ນພໍ້ກັບພະຍາດໂຄວິດລະບາດ ຄືດັ່ງທີ່ຫຼາຍຄົນຮູ້ວ່າຕ້ອງໄດ້ປິດປະເທດນັກທ່ອງທ່ຽວກໍບໍ່ສາມາດເຂົ້າມາໄດ້ ເຮັດໃຫ້ທຸລະກິດພົບທາງຕັນ ເມື່ອພະຍາດໂຄວິດຈາງຫາຍ ແລະ ລັດຖະບານໄດ້ປະກາດເປີດປະເທດໃນຕົ້ນປີ 2022 ມີຄວາມຮູ້ສຶກວ່າຊີວິດປຽບເໜືອນເກີດໃໝ່ອີກຄັ້ງ ແລະ ຮູ້ສຶກດີໃຈຫຼາຍເພາະວ່າມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງເຟືອງຫຼາຍຂຶ້ນກວ່າເກົ່າໂດຍນັກທ່ອງທ່ຽວໄດ້ເພີ່ມຂຶ້ນຈາກເດີມ 70-80%ທຽບກັບນັກທ່ອງທ່ຽວທີ່ເຄີຍເຂົ້າມາກ່ອນໂຄວິດຊຶ່ງໄດ້ຫຼັ່ງໄຫຼເຂົ້າມາບໍ່ຂາດສາຍ. ນອກນັ້ນ, ຍັງມີຕ່າງປະເທດຂ້ອນຂ້າງຫຼາຍພໍສົມຄວນ ແລະ ໃນປີ 2024 ທາງຫາດສາມຄອນໄດ້ມີການວາງແຜນໄວ້ເປັນປີທອງທີ່ຈະກະກຽມຕ້ອນຮັບປີທ່ອງທ່ຽວລາວ2024 ຄື: 1. ປັບປຸງສະຖານທີ່ໃຫ້ກວ້າງຂວາງສາມາດຮັບແຂກໄດ້ຫຼາຍຂຶ້ນກວ່າເກົ່າ ແລະ ສ້າງທີ່ພັກຂຶ້ນໃຫ້ໄດ້ຫຼາຍຂຶ້ນອີກຕື່ມ ໂດຍສະເພາະເຮືອນພັກຂອງພວກເຮົາຍັງບໍ່ພຽງພໍກັບຄວາມຕ້ອງການທີ່ນັກທ່ອງທ່ຽວເຂົ້າມາພັກແຮມຄືນ. ປັດຈຸບັນພວກເຮົາມີພຽງ 16 ຫ້ອງພັກ, ໃນອະນາຄົດຕາມແຜນຈະຂະຫຍາຍຫ້ອງພັກໃຫ້ໄດ້30 ຫ້ອງໃນປີ 2024 ເພື່ອຮອງຮັບນັກທ່ອງທ່ຽວ.
ທ່ານ ກິມບວບກ່າວຕື່ມອີກວ່າ: ພວກເຮົາໄດ້ວາງລາຄາຫ້ອງນອນແຮມຄືນລະຫວ່າງຄົນລາວກັບຄົນຕ່າງປະເທດແມ່ນຄືກັນ ແລະ ບໍ່ໄດ້ເກັບແພງເພາະໃຫ້ສອດຄ່ອງກັບເສດຖະກິດຍຸກເຂົ້າຍາກໝາກແພງໃນນີ້ລາຄາຫ້ອງພັກເລີ່ມຕົ້ນ 400.000-800.000 ກີບ ກີບຂຶ້ນໄປເປັນຫ້ອງແອທີ່ມີຫ້ອງນ້ຳໃນໂຕແລ້ວແຕ່ທີ່ພັກ ແລະ ຄວາມສະດວກສະບາຍວິວທີ່ພັກທີ່ແຕກຕ່າງກັນ. ສະເພາະເຮືອແພຂອງຫາດສາມຄອນຕິດແຄມນໍ້າລີກແມ່ນ 500.000 ກີບຫ້ອງແອ ແລະ ສິ່ງອໍານວຍຄວາມສະດວກ, ສ່ວນແຂກຈະເຂົ້າມາພັກສອງມື້ຂຶ້ນໄປຈະມີສ່ວນຫຼຸດລາລາໃຫ້ 10% ສຳລັບຈອງສອງມື້ຂຶ້ນໄປ, ສຳລັບຈອງໜຶ່ງອາທິດຈະມີສ່ວນຫຼຸດຕື່ມຂຶ້ນອີກແລ້ວແຕ່ວ່າຈະຢູ່ໜ້ອຍຫຼາຍປານໃດຫຼັກໆກໍປະມານ20%.
ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ປະເພດອາຫານມີ ປີ້ງໄກ່ລາດທາປາແດກເປັນສູດຫຼັກຂອງທາງຮ້ານ ເປັນສູດຂອງແມ່ເຖົ້າເພີ່ນເຮັດຖ້າວ່າໃຜມາເມືອງເຟືອງແລ້ວຕ້ອງໄດ້ມາລອງຊິມປີ້ງໄກ່ທາປາແດກທາງຮ້ານເຮົາເດີ້ ລົດຊາດມີຄວາມແຕກຕ່າງກັບປີ້ງໄກ່ບ່ອນອື່ນແນ່ນອນ ນອກຈາກນັ້ນຍັງມີອາຫານພື້ນບ້ານ ແລະ ອາຫານຕາມສັ່ງຫຼາຍລາຍການໄວ້ຄອຍບໍລິການທ່ານ. ສິ່ງສໍາຄັນທາງຮ້ານໄດ້ເນັ້ນການຮັກສາຄວາມສະອາດທາງທຳມະຊາດ, ຮັກສາສະພາບແວດລ້ອມບໍ່ວ່າຈະເປັນມົນລະພິດທາງສຽງ ທາງນ້ຳ ແມ່ນຫ້າມຖິ່ມຂີ້ເຫຍື້ອລົງນ້ຳເດັດຂາດ ໂດຍສະເພາະເສດອາຫານ ທາງຮ້ານຫ້າມເອົາຕູ້ລຳໂພງຂະໜາດໃຫຍ່ມາເປີດເດັດຂາດ ຖ້າຫາກວ່ານັກທ່ອງທ່ຽວມີລຳໂພງຂະໜາດນ້ອຍແມ່ນໄດ້ ແລະ ຈະເປີດໄດ້ສະເພາະຫ້າມເປີດສຽງດັງລົບກວນຜູ້ມາໃຊ້ບໍລິການນຳກັນ, ທາງຮ້ານກຳນົດເວລາປະມານ 10.30 ກາງຄືນຕ້ອງໄດ້ປິດ ເພາະມັນເປັນກົດລະບຽບກຸ່ມຂອງສະມາຄົມເຮືອແພເມືອງເຟືອງໂດຍສະເພາະ. ນອກນັ້ນ, ຍັງໄດ້ເນັ້ນເຖິງຄວາມປອດໄພຂອງນັກທ່ອງທ່ຽວທີ່ຈະລົງຫຼິ້ນນ້ຳແມ່ນໃຫ້ລະມັດລະວັງ, ມີສະຕິໃນການຫຼິ້ນ ຖ້ານໍ້າເລິກຕ້ອງໄດ້ໃສ່ເສື້ອຊູຊີບຕ້ອງບໍ່ຜ່າຝືນກົດລະບຽບທາງຮ້ານທີ່ວາງໄວ້.
ດັ່ງນັ້ນ, ໃນໄລຍະນັບຖອຍຫຼັງສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ສາກົນ2024 ນີ້ທີ່ຈະມາເຖິງນີ້ທາງຮ້ານພວກເຮົາຍັງມີບໍລິການໃຫ້ນັກທ່ອງທ່ຽວກາງເຕັ້ນນອນຕາມແຄມນໍ້າລີກ ຫຼືເຂດຣີສອດ ຊຶ່ງທ່ານສາມາດເອົາເຕັ້ນມາເອງຫຼືມາໃຊ້ບໍລິການທາງເຮົາກໍມີເຊັ່ນກັນມີເດີ່ນ, ມີແພໄວ້ນັ່ງຫຼິ້ນສາມາດໄປກາງເຕັ້ນໄດ້ໃນລາຄາເປັນກັນເອງ ຫຼືສອບຖາມໄດ້ເບີໂທ 02052907838.

ຄໍາເຫັນ