ງາມທໍາມະຊາດທີ່ສວຍສົດງົດງາມ

ງາມທໍາມະຊາດທີ່ສວຍສົດງົດງາມນໍ້າຕົກຕາດສຽງລື

ງາມທໍາມະຊາດທີ່ສວຍສົດງົດງາມນໍ້າຕົກຕາດສຽງລື
ໂດຍ: ວັນເພັງ ນໍ້າຕົກຕາດສຽງລື ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມ ນອນຢູ່ໃນເຂດປ່າປ້ອງກັນພູຫຼວງ-ພູເຂົານົກ ຕັ້ງຢູ່ລະຫວ່າງກາງຂອງບ້ານຫຍ້າແວດ, ບ້ານນາປຸ່ງເມືອງບົວລະພາ ແຂວງຄຳມ່ວນ.

 

 

ທ່ານ ອຳພອນບຸນຍາລາດ ຜູ້ອຳນວຍການບໍລິສັດສາຍພູຫຼວງຈໍາກັດຜູ້ດຽວ ຜູ້ສຳປະທານນໍ້າຕົກຕາດສຽງລື ເມືອງບົວລະພາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຍ້ອນເຫັນໄດ້ຄວາມອຸດົມສົມບູນທາງດ້ານທໍາມະຊາດ, ຊີວະນາໆພັນຢູ່ໃນເຂດປ່າປ້ອງກັນພູຫຼວງ-ພູເຂົານົກ ຈຶ່ງໄດ້ມີແນວຄິດຢາກພັດທະນາເຂດດັ່ງກ່າວນີ້ໃຫ້ເປັນສະຖານທີທ່ອງທ່ຽວທາງທໍາມະຊາດທີ່ມີຄວາມສວຍສົດງົດງາມບໍ່ແພ້ນໍ້າຕົກຕາດແຫ່ງອື່ນໆ ໂດຍຕິດພັນກັບການອະນຸລັກສັດປ່ານາໆພັນ. ນໍ້າຕົກຕາດສຽງລືມີຄວາມສູງຂອງນໍ້າຕົກປະມານ 70 ແມັດ, ບໍລິເວນນໍ້າຕົກມີອ່າງນໍ້າທີ່ໃສເຢັນ ແລະ ສວຍງາມເໝາະແກ່ການລົງຫຼິ້ນກິດຈະກຳອາບນໍ້າ, ລອຍນໍ້າເພື່ອສ້າງຄວາມເພີດເພີນແກ່ຜູ້ມາທ່ຽວຊົມ ແລະ ສອງຂ້າງອ່າງນໍ້າໃສເຢັນດັ່ງກ່າວປົກຄຸມດ້ວຍປ່າໄມ້ທີ່ຂຽວສະອຸ່ມທີ່ໜ້າປະທັບໃຈແກ່ຜູ້ມາພົບເຫັນ. ນອກນັ້ນ,ບໍລິເວນນໍ້າຕົກຍັງປະກອບດ້ວຍດອກໄມ້ສີຊົມພູ (ດອກທຽນ) ເບັ່ງບານເປັນຕາອອນຊອນ, ມີບ່ອນກາງເຕັ້ນນອນພັກແຮມຄືນ, ມີຮ້ານອາຫານ, ຈຸດຊົມວິວນໍ້າຕົກຕາດເພື່ອຖ່າຍພາບໆງາມໆໄວ້ເປັນທີ່ລະນຶກຊຶ່ງໄລຍະທາງຈາກບ່ອນຈອດລົດໄປຫາຈຸດຊົມວິວຂອງຕາດສູງສຸດ1,200 ແມັດ.ໃນປັດຈຸບັນນີ້, ໄດ້ຈັດສັນເປັນສະຖານທີ່ທ່ອງທ່ຽວ ແລະ ເນື້ອທີ່ໆຖືກຈັດສັນທັງໝົດມີ 5,587,028 ຕາແມັດ. ໃນນັ້ນ, ນອນຢູ່ໃນເຂດປ່າປ້ອງກັນພູຫຼວງ-ພູເຂົານົກມີເນື້ອທີ່ 40.489 ເຮັກຕາແລະ ໄດ້ເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວຊົມຢ່າງເປັນທາງການໃນວັນທີ 20 ທັນວາ 2024 ຜ່ານມາ.

ທ່ານ ອຳພອນ ບຸນຍາລາດ ຍັງໃຫ້ຮູ້ປະຫວັດຄວາມເປັນມາໃນເມື່ອກ່ອນນໍ້າຕົກຕາດແຫ່ງນີ້ເພິ່ນເອີ້ນວ່າ:"ຜາດຳຜາແດງ ຊຽງຈັນຊຽງລື ທຣຳຊີຍິງຕາລິງອາຍຣອຍ"ໝາຍຄວາມວ່າ: ທັງໝົດນີ້ແມ່ນສາຍພົວພັນດຽວກັນລະຫວ່າງໜອງຍາດ, ໜອງປາດ, ຕາດຊຽງລື ສາຍພູກຳພ້າ (ທຣຳຊີຍິງ), ນາກຳພ້າ (ຕາລິງອາຍລອຍ) ທີ່ຕັ້ງຢູ່ໃກ້ໆກັນນີ້ເອງ. ໃນເມື່ອກ່ອນສຽງນໍ້າຕົກດັງ"ຮຶງໆໆໆ" ສຽງດັ່ງກ່າວໄດ້ກ້ອງກັງວານໄປເຖິງບາງກອກປະເທດໄທ ແລະ ຢູ່ນໍ້າຕົກຊັ້ນເທິງຍັງມີຫີນກ້ອນໜຶ່ງເປັນລີ້ນອອກມາຄ້າຍຄືກັບລີ້ນຂອງສັດ ແຕ່ມັນມີຂະໜາດໃຫຍ່ຍ້ອນນໍ້າຕົກໃສ່ຫີນດັ່ງກ່າວຈຶ່ງເຮັດໃຫ້ເກີດມີສຽງດັງກ້ອງກັງວານຢ່າງມະຫັດສະຈັນ. ແຕ່ມາໃນປັດຈຸບັນລີ້ນທີ່ກໍ່ໃຫ້ເກີດສຽງດັ່ງກ່າວໄດ້ຖືກຖັບຫັກໄປແລ້ວ.ດັ່ງນັ້ນ, ຈຶ່ງເປັນສາເຫດເຮັດໃຫ້ສຽງກ້ອງກັງວານດັ່ງກ່າວຢຸດໄປ. ແຕ່ກໍຍັງໄດ້ຍິນສຽງດັງຄ່ອຍໆເປັນບາງຄັ້ງຄາວ ຫຼື ເວລາໄດ້ຍິນສຽງຮຶງໆຂຶ້ນ. ນອກນັ້ນ, ຍັງມີຮອຍຕີນຂອງຄົນໃຫຍ່ຢຽບຢູ່ພະລານຫີນທີ່ຕາດຊັ້ນເທິງຕໍ່ມາໃນສະໄໝປູ່ຍ່າ-ຕາຍາຍມັກເອີ້ນຊື່ນໍ້າຕົກຕາດນີ້ວ່າ: ນໍ້າຕົກຕາດສຽງລື ຫຼືຊຽງລືມາຮອດປັດຈຸບັນ. ນໍ້າຕົກຕາດດັ່ງກ່າວຫ່າງຈາກຕົວເມືອງບົວລະພາ 9 ກິໂລແມັດ ຊຶ່ງໄລຍະທີ່ເໝາະສົມແກ່ການທ່ອງທ່ຽວແມ່ນທ້າຍເດືອນມິຖຸນາ ຫາ ທ້າຍເດືອນຕຸລາຂອງທຸກໆປີ.

ທ່ານ ອຳພອນ ບຸນຍາລາດ ກ່າວຕື່ມວ່າ: ໃນຕໍ່ໜ້າສະຖານທີ່ທ່ອງທ່ຽວແຫ່ງນີ້ຈະຈັດໃຫ້ມີຫຼາຍກິດຈະກໍາຕື່ມອີກ ເປັນຕົ້ນກິດຈະກໍາຂີ່ສະລິງ,ເຮືອນຕົ້ນໄມ້, ທີ່ພັກໂຮມສະເຕ, ຈຸດປີນຜາ, ຂົວອູ່ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ