![]() |
ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ໄດ້ກ່າວວ່າ:ຈຸດປະສົງເພື່ອສ້າງໂອກາດ ແລະສົ່ງເສີມຄວາມສາມາດຂອງໄວໝຸ່ມໃນການສ້າງສັນການສະແດງ ໃນນະຄອນຫຼວງວຽງຈັນ ທີ່ຈະໄດ້ມີການແຂ່ງຂັນຄັດເລືອກເອົາຕົວແທນຈາກໄວໜຸ່ມປະເທດລາວ ເຂົ້າຮ່ວມງານບຸນມະໂຫລານການສະແດງລະຄອນ ອາຊີໃນປີ 2026 ທີ່ປະເທດບູຣໄນ ເປັນເຈົ້າພາບ.
![]() |
ໃນງານບຸນການສະແດງລະຄອນໄວໜຸ່ມຄັ້ງນີ້ຈະເປັນງານທີີ່ສ້າງແນວຄວາມຄິດ ແລະ ແຮງບັນດານໃຈໃຫ້ແດ່ໄວໜຸ່ມທີ່ມີຄວາມສົນໃຈ ແລະ ມັກໃນການສະແດງ ພ້ອມທັງສ້າງກິດຈະກຳພາຍໃນໃຫ້ເປີດກວ້າງ ແລະ ສ້າງໂອກາດໃນການແລກປ່ຽນຜົນງານ ແລະ ໄດ້ນໍາສະເໜີຜົນງານການສະແດງທີ່ເປັນເອກະລັກຂອງຕົນກັບນັກສະແດງຕ່າງປະເທດທັງເຄິ່ງອາຊີບ ແລະ ມືອາຊີບ. ພ້ອມດຽວກັນນັ້ນ, ຍັງເປັນອີກກິດຈະກຳສ້າງສັນທາງສັງຄົມທີ່ເປີດສາທາລະນະໃຫ້ເຂົ້າຊົມ ຮັບຮູ້ເພີ່ມຕື່ມກ່ຽວກັບການບໍລິການທາງດ້ານການສະແດງໃນລາວ ໃຫ້ແກ່ຜູ້ທີ່ມາຮ່ວມງານ ແລະ ກໍເປັນການປະກອບສ່ວນເຂົ້າໃນວຽກງານການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງປະເທດລາວເຮົາອີກດ້ວຍ ແລະ ການສ້າງກິດຈະກໍາທາງສັງຄົມ ໂດຍສະເພາະແມ່ນກິດຈະກໍາສໍາລັບໄວໜຸ່ມ ໂດຍສະເພາະແມ່ນການຊຸກຍູ້ທາງດ້ານງົບປະມານ ເພື່ອສ້າງໃຫ້ບຸນການສະແດງນີ້ ໃຫ້ເກີດຂຶ້ນ ແລະ ໃຫ້ກາຍເປັນກິດຈະກຳງານການແຂ່ງຂັນປະຈຳປີ ແລະ ໂດຍໃຫ້ການສະໜັບສະໜູນງານບຸນການສະແດງລະຄອນໄວໜຸ່ມ ວຽງຈັນ 2025 ໃນຄັ້ງນີ້ມີ: ສະຖານທູດລຸກຊໍາບວກ, ສະຫະພາບຢູໂຣບ, ປະເທດ ສະວິດ, ອົງການແພນ ປະຈໍາປະເທດລາວ, ບໍລິສັດ ແອນນາ ການຄ້າ, ບໍລິສັດ ລາວໂທລະຄົມ, ບໍລິສັດ ເບຍລາວ, ທະນາຄານ ແຫ່ງ ສປປ ລາວ ແລະ ນໍ້າດື່ມ ວາລີ.
![]() |
ສໍາລັບຜົນການແຂ່ງຂັນປະກົດວ່າຊະນະເລີດອັນດັບໜຶ່ງແມ່ນທິມThe Sunshine ໄດ້ຮັບເງິນລາງວັນ 12,000,000 ກີບ;ທີສອງທີມ Youth Lanxangໄດ້ຮັບເງິນລາງວັນ 10,000,000 ກີບແລະ ທີສາມທີມ ALLOW FAM 8,000,000 ກີບ
ຂ່າວ, ພາບ: ບຸນອູ້ມ



ຄໍາເຫັນ