ງານມະຫະກໍາໜັງສືຈະເປີດຂຶ້ນທ້າຍເດືອນມີນານີ້

ງານມະຫະກໍາໜັງສືຈະເປີດຂຶ້ນທ້າຍເດືອນມີນານີ້
ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ບັນລຸຕາມເປົ້າໝາຍ ຕາມແຜນຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດໃຫ້ທົ່ວປວງຊົນໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງ ໝົດພາຍໃນປີ 2025.
ທ່ານສົມໝາຍ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໃນນາມຄະນະຈັດງານໄດ້ໃຫ້ກຽດຖະແຫຼງຂ່າວໃນວັນທີ 2 ມີນານີ້ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ(ມຊ) ວ່າ: ການຈັດງານບຸນປື້ມປະຈໍາປີ 2024 ພາຍໃຕ້ຫົວຂໍ້: ງານມະຫະກຳໜັງສືມະຫາວິທະຍາໄລແຫ່ງຊາດ ຄັ້ງທີ IV (Book Festival IV2024)ຈະຈັດຂຶ້ນໃນລະຫວ່າງວັນທີ 27-31 ມີນາ 2024 ເລີ່ມແຕ່ເວລາ 9:00-17:00 ລວມໄລຍະ 5 ວັນ ທີ່ສະໂມສອນໃຫຍ່ ມຊ ໂດຍຈະມີຫຼາຍກວ່າ 40 ຮ້ານເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າເປັນຕົ້ນ: ຮ້ານປຶ້ມ, ໂຮງພິມ, ສຳນັກພິມ, ວິຈິດສິນ, ຫັດຖະກຳ, ຮ້ານຂາຍເຄື່ອງທົ່ວໄປ, ກະແລ່ມ, ເຂົ້າໜົມ, ຊາ, ກາເຟ, ອາຫານ ແລະ ເຄື່ອງດື່ມ. ດັ່ງນັ້ນຂໍເຊື້ອເຊີນບັນດາທ່ານ, ນັກອ່ານ, ນັກຂຽນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ສົນໃຈເຂົ້າໄປທ່ຽວຊົມ ພາຍໃນງານດັ່ງກ່າວທ່ານຈະໄດ້ພົບກັບປຶ້ມລາວອອກໃໝ່ຫຼາຍກວ່າ 10 ເຫຼັ້ມ, ປຶ້ມອ່ານທົ່ວໄປທັງພາຍໃນ ແລະ ຕ່າງປະເທດນັບໝື່ນເຫຼັ້ມ ໂດຍສະເພາະປຶ້ມໝວດແຮງບັນດານໃຈ, ທຸລະກິດ, ຊີວິດ ແລະ ຜົນງານ, ປະຫວັດສາດ, ວັນນະກຳ, ນິທານ, ວິຊາການຕ່າງໆ. ພິເສດທ່ານໃດມີປຶ້ມເກົ່າທີ່ເຊົາອ່ານແລ້ວ ສາມາດນໍາມາແລກເອົາປຶ້ມໃໝ່ໃນງານໄດ້ເລີຍພາຍໃຕ້ໂຄງການແລກປື້ມກັນອ່ານ ເພາະເກົ່າຂອງທ່ານອາດຈະເປັນປຶ້ມໃໝ່ຂອງຫຼາຍໆຄົນ.
ນອກຈາກນີ້, ພາຍໃນງານຍັງຈະມີການບັນຍາຍ ເສວະນາຈາກວິທະຍາກອນຊື່ດັງທີ່ປະສົບຜົນສໍາເລັດມາຫຼາກຫຼາຍດ້ານ ແຕກຕ່າງກັນ ທີ່ຈະມາແບ່ງປັນປະສົບການ, ເບື້ອງຫຼັງຂອງຄວາມສໍາເລັດ, ຖ່າຍທອດຄວາມຮູ້ ໃຫ້ແກ່ທຸກທ່ານທີ່ເຂົ້າຮ່ວມງານ. ຄຽງຄູ່ກັບການສະແດງສິລະປະ-ວັນນະຄະດີ, ໂຕ້ວາທີ, ເດີນແບບປື້ມ, ປະກວດສູນທອນພົດ, ກິດຈະກຳແຈກຂອງລາງວັນຈາກຜູ້ຮ່ວມສະໜັບສະໜູນຢ່າງຫຼາກຫຼາຍຕະຫຼອດທັງ 5 ວັນ ຄາດຄະເນວ່າຈະມີຄົນເຂົ້າຮ່ວມງານເຖິງ 10.000ຄົນ.
ຈຸດປະສົງເພື່ອເປັນການສົ່ງເສີມວັດທະນະທໍາການອ່ານໃຫ້ນັກອ່ານຫຼາຍຂຶ້ນ, ນັກຂຽນໃຫ້ເພີ່ມຂຶ້ນ ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃຫ້ເທົ່າທັນ ແລະ ທຽບເທົ່າກັບສາກົນ, ພ້ອມດຽວກັນນີ້ເພື່ອເປັນການສະເຫຼີມສະຫຼອງວັນກະວີໂລກ (World Poetry Day) 21 ມີນາ ຄົບຮອບ 25 ປີ, ວັນແມ່ຍິງສາກົນ (International Women's Day) 8 ມີນາ ຄົບຮອບ 114 ປີ ແລະ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 69 ປີທີ່ຈະມາເຖິງນີ້. ດັ່ງນັ້ນ, ຂໍເຊີນຊວນທຸກທ່ານເຂົ້າຮ່ວມຢ້ຽມຊົມງານມະຫະກຳໜັງສືໃນຄັ້ງນີ້ພາຍໃຕ້ຄໍາຂວັນອ່ານປ່ຽນຊີວິດ.
ການຈັດງານເທສະການປື້ມອ່ານ Book Festival 1, 2021 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດໃນລະຫວ່າງວັນທີ 4-6 ມີນາ 2021; ງານສະຫຼອງປຶ້ມໃໝ່ (Book Fair II, 2022) ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງວັນທີ 10-12 ມີນາ 2022 ແລະ ບຸນມະໂຫລານ ກອງປຶ້ມໃຫຍ່ Book Festival III, 2023 ທີ່ຜ່ານມາ ກໍຄົບຮອບວາລະຂອງການຈັດງານບຸນປຶ້ມ ຊຶ່ງໃນປີ (2024)ຈັດຂຶ້ນພາຍໃຕ້ຫົວຂໍ້: “ງານມະຫະກຳໜັງສືມະຫາວິທະຍາໄລແຫ່ງຊາດ ຄັ້ງທີ IV” (Book Festival IV, 2024).
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ