ງານມິດຕະພາບ ລາວ - ສ ເກົາຫຼີ 2023

ງານມິດຕະພາບ ລາວ - ສ ເກົາຫຼີ 2023
ງານມິດຕະພາບ ລາວ - ສ ເກົາຫຼີ 2023 ຈັດໂດຍສະຖານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ຫວ່າງບໍ່ດົນມານີ້ ທີ່ໂຮງແຮມຄຣາວພາຊາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ; ທ່ານ ຈອງຢອງຊູ (Jung Yung Soo) ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ; ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ ເກົາຫຼີ; ທ່ານຫົວໜ້າອົງການ KOICA ແລະ ອະດີດນັກສຶກສາລາວ ທີ່ຮັບທຶນຮຽນຢູ່ ສ ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງງານໃນຄັ້ງນີ້ ກໍເພື່ອເປັນການເສີມສ້າງການຮ່ວມມື ຂອງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ ໃຫ້ດີຍິ່ງຂຶ້ນກວ່າເກົ່າ ແລະ ທັງເປັນການພົບປະສ້າງສັນກັບບັນດາອະດີດນັກສຶກສາລາວ ທີ່ເຄີຍໄດ້ຮັບທຶນຮຽນຢູ່ ສ ເກົາຫຼີ ໃນໄລຍະຜ່ານມາ ເພື່ອຊຸກຍູ້ໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນການພົວພັນ ແລະ ຮ່ວມມື ໃຫ້ກາຍເປັນຂົວຕໍ່ ທີ່ສຳຄັນໃນການເສີມຂະຫຍາຍການຮ່ວມມື ຂອງສອງປະເທດ. 
ໃນໂອກາດນີ້, ທ່ານ ພຸດ ສີມມາລາວົງ ໄດ້ສະແດງຄວາມຮູ້ບຸນຄຸນ ມາຍັງສະຖານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ກໍຄືລັດຖະບານ ສ ເກົາຫຼີ ທີ່ຍາມໃດກໍໃຫ້ຄວາມສໍາຄັນ ຕໍ່ການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ໂດຍໄດ້ມອບທຶນການສຶກສາທັງໃນໄລຍະສັ້ນ, ໄລຍະຍາວ ແລະ ທຶນຝຶກອົບຮົມໃຫ້ແກ່ ພະນັກງານ-ລັດຖະກອນ ແລະ ນັກສຶກສາຂອງລາວ ໄດ້ມີໂອກາດໄປສຶກສາໃນລະດັບຕ່າງໆ ທີ່ ສ ເກົາຫຼີ ເປັນຈໍານວນຫຼວງຫຼາຍ ພ້ອມທັງໄດ້ສົ່ງຊ່ຽວຊານຂະແໜງການຕ່າງໆ ໂດຍຜ່ານອົງການ KOICA ເພື່ອປະກອບສ່ວນຊ່ວຍພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ; ສໍາລັບນັກສຶກສາ ກໍຄືພະນັກງານລາວ ທີ່ເຄີຍໄດ້ຮັບທຶນຈາກລັດຖະບານ ສ ເກົາຫຼີ ທີ່ຮຽນຈົບມາແລ້ວ ໄດ້ນຳໃຊ້ຄວາມຮູ້ ແລະ ທັກສະເຂົ້າໃນການພັດທະນາກົມກອງຂອງຕົນ; ພ້ອມທັງນຳເອົາແບບແຜນວິທີການເຮັດວຽກທີ່ທັນສະໄໝ ລວມທັງວັດທະນະທຳອັນດີງາມຂອງປະເທດເຈົ້າພາບ ມາໝູນໃຊ້ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ເປັນຂົວຕໍ່ເຊື່ອມໂຍງມິດຕະພາບອັນດີງາມ ແລະ ເສີມຂະ ຫຍາຍສາຍພົວພັນລະຫວ່າງສອງລັດຖະບານກໍຄືປະຊາຊົນທັງສອງຊາດໃຫ້ມີຄວາມເຂົ້າອົກເຂົ້າໃຈຍິ່ງຂຶ້ນ.
     ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຈອງຢອງຊູ ໄດ້ກ່າວວ່າ: ສຳລັບງານຄ່ຳຄືນນີ້ ຖືວ່າເປັນໜຶ່ງ ໃນກິດຈະກຳ ທີ່ຂ້າພະເຈົ້າຈັດຂຶ້ນ ພາຍຫຼັງມາຮັບຕຳແໜ່ງເປັນເອກອັກຄະລັດຖະທູດຢູ່ ສປປ ລາວ ໄດ້ 1 ປີ ກັບ 3 ອາທິດແລ້ວ ແລະ ຍ້ອນມີແນວຄວາມຄິດຢາກເສີມສ້າງການຮ່ວມມືຂອງສອງປະເທດ ສ ເກົາຫຼີ ແລະ ສປປ ລາວ ໃນອະນາຄົດ ໃຫ້ດີຂຶ້ນກວ່າເກົ່າ ເພາະວ່າອະນາຄົດ ເປັນປັດໄຈຕໍ່ເນື່ອງຈາກອະດີດ ແລະ ປັດຈຸບັນ ທັງເປັນໜໍ່ແໜງຂອງອະດີດ-ປັດຈຸບັນ. ເຖິງວ່າສາຍພົວພັນທາງການທູດຂອງສອງປະເທດ ສ ເກົາຫຼີ ແລະ ສປປ ລາວ ຫາກໍ່ສ້າງຂຶ້ນບໍ່ທັນໄດ້ 30 ປີກໍຕາມ, ແຕ່ການພົວພັນຮ່ວມມືຂອງສອງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ທຽບເທົ່າກັບບັນດາປະເທດ ອື່ນໆ; ຂ້າພະເຈົ້າເຫັນໄດ້ວ່າການພົວພັນ ແລະ ຮ່ວມມືຂອງສອງປະເທດ ນັບແຕ່ມີການສ້າງຕັ້ງສາຍພົວພັນການທູດ ເປັນຕົ້ນມາ, ມີຫຼາຍຂະແໜງການ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໂດຍໝາກຜົນດັ່ງກ່າວ ໄດ້ມາຈາກການຮ່ວມມືຂອງລັດຖະບານ, ວິສາຫະກິດ ແລະ ປະຊາຊົນຂອງສອງຊາດ.  ການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຈະຄົບຮອບ 30 ປີ ໃນປີ 2025, ໂດຍຫວັງວ່າເນື່ອງໃນໂອກາດດັ່ງກ່າວ, ສອງປະເທດ ຈະພ້ອມກັນທົບທວນຜົນງານ ການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກັນ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນີ້, ພວກເຮົາ ກໍຍັງມີຄວາມມຸ່ງຫວັງ ຢາກຍົກລະດັບສາຍພົວພັນຂອງສອງປະເທດ ຈາກປັດຈຸບັນໄປເປັນ “ສາຍພົວພັນຄູ່ຮ່ວມມືຮອບດ້ານ” ຫຼື “ສາຍພົວພັນຄູ່ຮ່ວມຍຸດທະສາດ”. ໂດຍສະ ເພາະໃນວາລະ ທີ່ ສ ເກົາຫຼີ ແລະ ອາຊຽນ ສ້າງຕັ້ງສາຍພົວພັນຄູ່ຮ່ວມເຈລະຈາ ຄົບຮອບ 35 ປີ ໃນປີໜ້ານີ້, ພວກເຮົາ ໄດ້ມີແຜນຈະຍົກລະດັບສາຍພົວພັນຂອງສອງປະເທດ ເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍຫວັງວ່າ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານດັ່ງກ່າວ ຈະກາຍເປັນພື້ນ ຖານ ທີ່ດີແຫ່ງການຮ່ວມມືໃນອະນາຄົດ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ. 
ການລົງທຶນຂອງ ສ ເກົາຫຼີ ຢູ່ໃນ ສປປ ລາວ ກຳລັງຫັນປ່ຽນ ຈາກຂະແໜງການເງິນ ແລະ ການບໍລິການໄປສູ່ການລົງທຶນເຂົ້າໃນຂະແໜງອຸດສາຫະກຳປຸງແຕ່ງທີ່ສາມາດສ້າງວຽກເຮັດງານທໍາເປັນຈຳນວນຫຼາຍໃຫ້ແກ່ຊາວໜຸ່ມລາວ; ຂ້າພະເຈົ້າເອງ ກໍເຄີຍສະເໜີ ຕໍ່ລັດຖະບານລາວວ່າ: ຄວນຊຸກຍູ້ການລົງທຶນຂອງ ສ ເກົາຫຼີ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະດຶງດູດບໍລິສັດຂະໜາດໃຫຍ່ຂອງ ສ ເກົາຫຼີ ເຂົ້າມາລົງທຶນໃນລາວໃຫ້ຫຼາຍ ສ້າງວຽກເຮັດງານທຳແກ່ຄົນລາວ, ເພີ່ມລາຍຮັບດ້ານພາສີອາກອນແກ່ລັດ ຖະບານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ. ຂ້າພະເຈົ້າຫວັງວ່າ ລັດຖະບານ ແຫ່ງ ສປປ ລາວ ຈະເປີດກວ້າງການລົງທຶນແກ່ບັນດາວິສາຫະກິດຂອງ ສ ເກົາຫຼີ ໂດຍປັບປຸງສິ່ງແວດລ້ອມການລົງທຶນ ແລະ ສ້າງນະໂຍບາຍສົ່ງເສີມການລົງທຶນໃຫ້ດີຂຶ້ນກວ່າເກົ່າ.
(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ