ງານວາງສະແດງລົດນາໆຊາດວຽງຈັນ 2023 ໄດ້ຈັດຂຶ້ນໃນວັນທີ 16 ຕຸລານີ້ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານມະໂນທອງວົງໄຊຮອງລັດຖະມົນຕີກະຊວງອຸດສາຫະກໍາ - ການຄ້າ, ມີຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງແລະມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານພອນຈັນເພັງສຸວັນຜູ້ອໍານວຍການບໍລິສັດພີພີໄຊໂຍເອັນຕະເທນເມັນຈໍາກັດຜູ້ດຽວກ່າວວ່າ: ງານວາງສະແດງລົດນານາຊາດວຽງຈັນ2023(Vientiane International Motor Expo 2023)ຈັດຂຶ້ນເປັນຄັ້ງທີ7 ພາຍໃຕ້ແນວຄິດເຕັກໂນໂລຊີນະວັດຕະກຳລົດກ້າວສູ່ອະນາຄົດ,ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ14-22 ຕຸລາ2023ທີ່ສູນວາງສະແດງສິນຄ້າລາວ - ໄອເຕັກ,ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອເປັນການສົ່ງເສີມການຂາຍບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນ້ໍາມັນແລະລົດທີ່ໃຊ້ພະລັງງານໄຟຟ້າທີ່ມີທັງຄຸນນະພາບມາດຕະຖານແລະລາຄາທີ່ແຕກຕ່າງກັນໄປທັງເປັນການພັກດັນການແຂ່ງຂັນໃຫ້ວົງການການຂາຍລົດຫຼືຍານພາຫະນະໃນບ້ານເຮົາໄດ້ມີການເຕີບໂຕຂຶ້ນຕື່ມແລະເຫັນໄດ້ເຖິງຄວາມສຳຄັນລະຫວ່າງຄວາມຕ້ອງການຂອງຜູ້ຊື້ແລະການຕອບສະໜອງຂອງຜູ້ຂາຍ,ສະນັ້ນທາງບໍລິສັດພີພີໄຊໂຍເອັນຕະເທນເມັນຈຳກັດຜູ້ດຽວຈຶ່ງເຂົ້າມາມີບົດບາດເພື່ອເປັນພື້ນທີ່ສື່ກາງໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດໄດ້ມີການໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃໝ່ໆຂອງລົດໃຫ້ແກ່ກຸ່ມລູກຄ້າເປົ້າໝາຍເພື່ອເປັນຂໍ້ມູນໃນການຕັດສິນໃຈຊື້ລົດ.
ທ່ານກ່າວຕື່ມວ່າ: ກິດຈະກຳພາຍໃນງານປີນີ້ພິເສດແມ່ນມີກິດຈະກຳການແຂ່ງຂັນຄວາມສາມາດພິເສດ, ບໍ່ຈຳກັດເພດ, ບໍ່ຈຳກັດອາຍຸກໍຄືVientianeExpo Gottalentຊຶ່ງເປັນການຈັດຂຶ້ນໃນຄັ້ງທຳອິດຂອງງານ,ໃນນັ້ນຈະມີສິນລະປິນທີ່ກຳລັງຕິດກະແສນິຍົມພາຍໃນປະເທດເຮົາໃນປັດຈຸບັນທີ່ຈະມາມອບສຽງເພງມ່ວນໆເພື່ອສ້າງສີສັນໃນງານຂອງພວກເຮົາ.ນອກຈາກນີ້ກໍຍັງມີສ່ວນຫຼຸດໂປຣໂມຊັນຫຼາກຫຼາຍຈາກບັນດາຄ້າຍລົດທີ່ເຂົ້າມາຮ່ວມວາງສະແດງພາຍໃນງານແລະແຈກຂອງລາງວັນຫຼາກຫຼາຍຢ່າງບໍ່ວ່າຈະເປັນສາຍຄໍທອງຄໍາ,ໂທລະສັບມືຖື,ເສື້ອຢືດແລະອື່ນໆອີກຫຼາກຫຼາຍໃຫ້ແກ່ລູກຄ້າທີ່ເຂົ້າມາຈັບຈອງລົດພາຍໃນງານຂອງພວກເຮົາໃນນັ້ນສຳລັບກິດຈະກຳດ້ານນອກພາຍໃນງານຈະມີການທົດລອງຂັບລົດຫຼາກຫຼາຍລຸ້ນຫຼາຍຍີ່ຫໍ້ໃຫ້ຜູ້ມາທ່ຽວຊົມງານໄດ້ສໍາຜັດກັບນະວັດຕະກໍາລົດຍົນໃໝ່ໆແລະຍັງພົບກັບກິດຈະກໍາງານພົບປະຄົນຮັກລົດພ້ອມມີອາຫານຕ່າງໆແລະມ່ວນຊື່ນກັບສຽງເພງຈາກນັກດົນຕີແລະດີເຈຊື່ດັງຕື່ມອີກ.
ທ່ານໄຊສົມເພັດນໍລະສິງຫົວໜ້າກົມສົ່ງເສີມການຄ້າກ່າວເປີດງານຢ່າງເປັນທາງການວ່າ:ງານວາງສະແດງ Vientiane Motor Expo 2023 ໃນຄັ້ງນີ້ເປັນການຈັດງານຮ່ວມກັນລະຫວ່າງກົມສົ່ງເສີມການຄ້າກະຊວງອຸດສາຫະກຳແລະການຄ້າແລະບໍລິສັດພີພີໄຊໂຍເອັນເຕີເທັນເມັນແອນອີເວັນອໍກາໄນເຊີຈຳກັດຜູ້ດຽວ. ໂດຍມີເປົ້າໝາຍເພື່ອສ້າງໂອກາດໃຫ້ກັບຄ້າຍລົດຕ່າງໆໄດ້ເຮັດກິດຈະກຳໃນການສົ່ງເສີມການຂາຍໃຫ້ກັບຜູ້ປະກອບການແລະຊຸກຍູ້ສົ່ງເສີມການຄ້າພາຍໃນໃຫ້ດີຂຶ້ນຕາມລໍາດັບ.
ດັ່ງທີ່ຮູ້ກັນແລ້ວວ່າໃນປັດຈຸບັນພາຍໃນປະເທດໄດ້ມີການຈະເລີນເຕີບໂຕທາງດ້ານອຸດສາຫະກຳລົດຍົນນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນ, ພ້ອມດຽວກັນນີ້ການຈັດງານດັ່ງກ່າວກໍຍັງເປັນການກະຕຸ້ນການແຂ່ງຂັນທາງດ້ານການຄ້າ, ເສດຖະກິດຂອງຊາດໃຫ້ຄຶກຄື້ນສ້າງເງື່ອນໄຂໃຫ້ຄົນໃນສັງຄົມອອກມາໃຊ້ຈ່າຍເຮັດໃຫ້ເສດຖະກິດມີການໝູນວຽນ.
ການຈັດງານວາງສະແດງລົດນານາຊາດວຽງຈັນປະຈຳປີ 2023 ຖືໄດ້ວ່າເປັນງານທີ່ຍິ່ງໃຫຍ່ທີ່ໄດ້ຮັບຄວາມສົນໃຈຈາກສັງຄົມພາຍໃນແລະຕ່າງປະເທດຊຶ່ງພາຍໃນງານໄດ້ມີການວາງສະແດງຜະລິດຕະພັນຕ່າງໆທີ່ຕິດພັນກັບລົດທີ່ເປັນເຕັກໂນໂລຊີໃໝ່ໆເຊັ່ນ: ບັນດາບໍລິສັດແລະຕົວແທນໄດ້ນໍາເຂົ້າມາວາງສະແດງບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນໍ້າມັນແລະລົດທີ່ໃຊ້ພະລັງງານໄຟຟ້າທີ່ກຳລັງເປັນທີ່ນິຍົມນຳໃຊ້ເຂົ້າໃນຊີວິດປະຈຳວັນນັບມື້ສູງຂຶ້ນຕາມກົນໄກຂອງສະພາບການປ່ຽນແປງຂອງເສດຖະກິດໂລກໃນຍຸກທີ່ລາວແລະບັນດາປະເທດໃນອາຊຽນກໍາລັງປະເຊີນກັບສະພາບລາຄານໍ້າມັນມີການເໜັງຕີງຕະຫຼອດດເວລາ. ນີ້ກໍເປັນປັດໄຈໜຶ່ງທີ່ທາງຄະນະຮັບຜິດຊອບມີແຜນການຈັດງານນີ້ຂຶ້ນແລະອີກປັດໄຈໜຶ່ງການຈັດງານດັ່ງກ່າວນີ້ກໍຍັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວໃກ້ຈະມາເຖິງແລະລວມທັງການກະກຽມຕ້ອນຮັບທີ່ລາວຈະເປັນເຈົ້າພາບຈັດກອງປະຊຸມອາຊຽນຄັ້ງທີ10ປີ2024.ຕະຫຼອດໄລຍະຫຼາຍປີຜ່ານມາໃນນາມພາກລັດຂອງພວກເຮົາມີຄວາມຍິນດີໃນການ,ສະໜັບສະໜູນໃຫ້ມີການຈັດງານດັ່ງກ່າວນີ້ຂຶ້ນເພື່ອກະຕຸ້ນເສດຖະກິດ, ດຶງດູດການຄ້າແລະການລົງທຶນຂອງນັກທຸລະກິດຂອງລາວແລະຕ່າງປະເທດໃຫ້ນັບມື້ເຂັ້ມແຂງຕາມຍຸກເຊື່ອມໂຍງກັບສາກົນ, ທັງເປັນການສ້າງເວທີໃຫ້ມີການເຈລະຈາຊື້ແລະຂາຍກັນພາຍໃນງານແລະຫຼັງງານນັ້ນຄືຫົວໃຈຫຼັກທີ່ທາງຄະນະຈັດງານພວກເຮົາຢາກເຫັນໃນການສົ່ງເສີມພາກທຸລະກິດໃຫ້ເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າບໍ່ວ່າຈະເປັນຕະຫຼາດພາຍໃນແລະຕະຫຼາດສາກົນຕະຫຼອດມາ.
(ຂ່າວ:ສຳນານ,ພາບ:ພັດ)

ຄໍາເຫັນ