ໜອງບົກພັດທະນາຂົງເຂດວັດທະນະທໍາ-ສັງຄົມ

ໜອງບົກພັດທະນາຂົງເຂດວັດທະນະທໍາ-ສັງຄົມຢ່າງຕັ້ງໜ້າ

ໜອງບົກພັດທະນາຂົງເຂດວັດທະນະທໍາ-ສັງຄົມຢ່າງຕັ້ງໜ້າ
ໂດຍ:ວັນໄຊ ຕະວິນຍານ ເຖິງວ່າໃນໄລຍະຜ່ານມາເມືອງໜອງບົກ ແຂວງຄໍາມ່ວນ ຈະມີຜົນກະທົບຈາກສະພາບພາຍໃນ ແລະ ພາຍນອກ ມີຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ປັດໄຈອື່ນໆປານໃດກໍຕາມ.

 

 ເມືອງຍັງຕັ້ງໜ້າບຸກບືນ ພັດທະນາສົ່ງເສີມວຽກງານສຶກສາທິການ ແລະກິລາພາຍໃນເມືອງໃຫ້ບັນລຸຕາມຕົວຊີ້ວັດທີ່ໄດ້ກໍານົດອອກ.

ຕະຫຼອດ 5 ປີ ຜ່ານມາ(2020-2024) ເມືອງໄດ້ສະໜອງທຶນຮອນປັບປຸງກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ ດ້ວຍທຶນຂອງລັດ, ທຶນຊ່ວຍເຫຼືອ ແລະ ການປະກອບສ່ວນຂອງປະຊາຊົນ; ສໍາເລັດການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ; ຕັ້ງໜ້າປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ສາມາດບັດລຸໄດ້ 11 ຕົວຊີ້ບອກ, ສ່ວນຕົວຊີ້ວັດທີ່ເຫຼືອແມ່ນຢູ່ໃນທ່າອ່ຽງດີຂຶ້ນ; ເມືອງໄດ້ເອົາໃຈໃສ່ຄຸ້ມຄອງບໍລິຫານການຮຽນ-ການສອນ ຖືກຕ້ອງຕາມຫຼັກສູດໂຄງການທີ່ກະຊວງສຶກສາທິການ ແລະ ກິລາວາງອອກ. ການສ້າງຄູປະສົບການ, ການສ້າງໂຮງຮຽນຕົວແບບມີລັກສະນະເພີ່ມຂຶ້ນ; ດ້ານກິລາ-ກາຍຍະກໍາໄດ້ຊຸກຍູ້ສົ່ງເສີມນັກກິລາທີ່ມີພອນສະຫວັນ ໄດ້ເຂົ້າຮ່ວມການແຂ່ງຂັນລະດັບເມືອງ, ແຂວງ ແລະ ລະດັບຊາດ ສາມາດຍາດໄດ້ 5 ຫຼຽນຄໍາ, 1 ຫຼຽນເງິນ ແລະ 4 ຫຼຽນທອງ ອັນໄດ້ນໍາເອົາກຽດຊື່ສຽງມາສູ່ປະຊາຊົນຊາວເມືອງໜອງບົກ.

ວຽກງານສາທາລະນະສຸກກໍໄດ້ຮັບການປັບປຸງ ແລະ ຍົກລະດັບການບໍລິການ ພ້ອມທັງຕອບສະໜອງອຸປະກອນການແພດ ແລະ ຢາທີ່ຈໍາເປັນໃຫ້ໂຮງໝໍນ້ອຍ; ຖືເອົາວຽກງານໂຄສະນາສຸຂະສຶກສາປ້ອງກັນ ເປັນຕົ້ນຕໍ ແລະ ປິ່ນປົວເປັນສໍາຄັນ; ພະນັກງານແພດໝໍໄດ້ຍົກລະດັບວິຊາສະເພາະ, ຈັນຍາບັນ- ຈັນຍາທໍາ ສູງຂຶ້ນ; ໄດ້ສຸມທຸກກໍາລັງເພື່ອປຸກລະດົມທົ່ວສັງຄົມເຂົ້າຮ່ວມຕ້ານ, ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19, ພະຍາດລະບາດຕາມລະດູການ ແລະ ສາມາດສັກຢາວັກຊິນໃຫ້ປະຊາຊົນ ໃນກຸ່ມເປົ້າໝາຍບັນລຸຕາມແຜນ; ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ບັນລຸໄດ້ 10 ຕົວຊີ້ບອກ ແລະ ສໍາເລັດການປະກາດຮັບຮອງເມືອງໜອງບົກເປັນເມືອງຢຸດຕິການຖ່າຍຊະຊາຍ.

5 ປີ ຜ່ານມາ, ວຽກງານຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານ ແລະ ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຜ່ານທາງວິທະຍຸກະຈາຍສຽງຂອງເມືອງ, ໂທລະໂຄ່ງປະຈໍາບ້ານ ແລະ ສື່ສັງຄົມອອນລາຍ ຢ່າງແຂງແຮງທົ່ວເຖິງ; ຮີດຄອງປະເພນີ ວັດທະນະທໍາອັນດີງາມ ໄດ້ຮັບການອະນຸລັກສົ່ງເສີມ; ຄອບຄົວວັດທະນະທໍາໄດ້ມີການຮັບຮອງເພີ່ມຂຶ້ນ, ບ້ານວັດທະນະທໍາ ໄດ້ຮັບການປະເມີນຢ່າງຕໍ່ເນື່ອງ; ໄດ້ຄຸ້ມຄອງ-ຕິດຕາມ ຜູ້ປະກອບການທ່ອງທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງ ສອດຄ່ອງຕາມລະບຽບກົດໝາຍ.

ໄປພ້ອມກັນນັ້ນ,ເມືອງຍັງໄດ້ເພີ່ມຄວາມເອົາໃຈໃສ່ວຽກງານແຮງງານ ແລະສະຫວັດດີການ-ສັງຄົມ: ໄດ້ຊຸກຍູ້ການຝຶກອົບຮົມວິຊາຊີບ, ພັດທະນາ ຍົກລະດັບສີມືແຮງງານໄດ້ລື່ນຄາດໝາຍ; ສົ່ງເສີມຈັດຫາວຽກເຮັດງານທໍາ, ຄຸ້ມຄອງ-ຕິດຕາມ ກວດກາ ແຮງງານພາຍໃນ ແລະ ຕ່າງປະເທດທີ່ມາເຄື່ອນໄຫວອອກແຮງງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ໄດ້ຄົ້ນຄວ້າ ແລະ ນໍາສະເໜີການປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບປະຕິວັດ, ຜູ້ທີ່ມີຄຸນງາມຄວາມດີ, ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວ-ບຸກຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ປະເທດຊາດ; ເຄື່ອນໄຫວປຸກລະດົມຮັບບໍລິຈາກເລືອດຢ່າງເປັນປົກກະຕິ.

ໃນ 5 ປີຕໍ່ໜ້ານີ້,ເມືອງໜອງບົກຈະຕັ້ງໜ້າລົງທຶນພັດທະນາວຽກງານສຶກສາທິການ ແລະກິລາ ສູ້ຊົນປະຕິບັດຄາດໝາຍການພັດທະນາແບບຍືນຍົງໃນຂົງເຂດການສຶກສາໃຫ້ບັນລຸ 100%; ປັບປຸງພື້ນຖານໂຄງລ່າງດ້ານສຶກສາໃຫ້ມີຄຸນນະພາບດີ; ສ້າງຄວາມເຂັ້ມແຂງໃຫ້ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາຂັ້ນບ້ານ ໃນການເຄື່ອນໄຫວຕາມພາລະບົດບາດຂອງຕົນ; ສ້າງຄູສອນດີ, ນັກຮຽນເກັ່ງ, ສ້າງໂຮງຮຽນຕົວແບບ ແລະສ້າງຄູປະສົບການທີ່ມີຄຸນນະພາບ ໃຫ້ບັນລຸຕາມແຜນທີ່ວາງໄວ້; ປຸກລະດົມໃຫ້ຊຸມຊົນສ້າງ ແລະ ປັບປຸງສະໝາມກິລາ, ສະຖານທີ່ອອກກໍາລັງກາຍ, ຊຸກຍູ້ສ້າງຂະບວນການເຄື່ອນໄຫວການແຂ່ງຂັນກິລາປະຈໍາປີ, ຂະບວນການແຂ່ງຂັນກິລາຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຢ່າງ ເປັນປົກກະຕິ ເພື່ອສ້າງນັກກິລາທີ່ມີພອນສະຫວັນ ກາຍເປັນນັກກິລາທີມຊາດ-ທີມແຂວງໃຫ້ຫຼາຍຂຶ້ນ; ຊຸກຍູ້ປຸກລະດົມມວນຊົນໃຫ້ອອກກໍາລັງກາຍ ແລະ ຫຼິ້ນກິລາເພີ່ມຂຶ້ນໄດ້ຕາມແຜນທີ່ວາງໄວ້. ປັບປຸງພື້ນຖານໂຄງລ່າງດ້ານສາທາລະນະສຸກໃຫ້ດີຂຶ້ນ,ໂຄສະນາສຸຂະສຶກສາ, ປ້ອງກັນພະຍາດເປັນຕົ້ນຕໍ, ການບໍລິການ-ການປິ່ນປົວເປັນສໍາຄັນ, ຕ້ານ ແລະ ສະກັດການແຜ່ລະບາດຂອງພະຍາດຕາມລະດູການ; ສູ້ຊົນປະຕິບັດຄາດໝາຍການພັດທະນາແບບຍືນຍົງ ໃນຂົງເຂດສາທາລະນະສຸກໃຫ້ບັນລຸ 100%; ສູ້ຊົນໃຫ້ໂຮງໝໍເມືອງເປັນໂຮງໝໍປະເພດ (ກ) ສາມາຜ່າຕັດຂະໜາດກາງໄດ້; ສ້າງໂຮງໝໍນ້ອຍຕົວແບບໃນການບໍລິການ,ປະຕິບັດ 5 ດີ 1 ພໍໃຈ ໃຫ້ມີຄຸນນະພາບ; ຮັບປະກັນໃຫ້ປະຊາຊົນມີອາຍຸຍືນສະເລ່ຍ 63 ປີຂຶ້ນໄປ; ຂະຫຍາຍບ້ານແບບຢ່າງສາທາລະນະສຸກໃຫ້ເພີ່ມຂຶ້ນ ແລະ ຕິດຕາມປະເມີນ ແລະເຜີຍແຜ່ຮັກສານາມມະຍົດບ້ານແບບຢ່າງສາທາລະນະສຸກທີ່ມີແລ້ວໃຫ້ຍືນຍົງ.

ຕັ້ງໜ້າລົງເຄື່ອນໄຫວ ເກັບກໍາຂ່າວ, ຂຽນຂ່າວ, ລາຍງານຂ່າວ ເຫດການຕ່າງໆ,ການພັດທະນາສ້າງສາພັດທະນາເມືອງ,ຄອບຄົວຕົວແບບ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະທັນເຫດການ; ສືບຕໍ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງ ພັກ-ລັດ, ຜ່ານທາງສະຖານີວິທະຍຸກະຈາຍສຽງຂອງເມືອງໂທລະໂຄ່ງປະຈໍາບ້ານ, ສື່ສັງຄົມອອນລາຍ; ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າໃຫ້ຍືນຍົງ; ຊຸກຍູ້ສົ່ງເສີມການປະດິດຄິດແຕ່ງ, ບົດເພງ, ການຂັບລໍາ, ບົດຟ້ອນ ທີ່ເປັນມູນເຊື້ອ ໃຫ້ເປັນຂະບວນການຟົດຟື້ນ; ສ້າງຫໍພິພິທະພັນຂອງເມືອງໃຫ້ໄດ້ 1 ແຫ່ງ; ປະເມີນຄືນ ແລະຂະຫຍາຍຄອບຄົວ ແລະບ້ານວັດທະນະທໍາໃຫ້ໄດ້ 100%; ສ້າງສູນວັດທະນະທໍາເດັກໃຫ້ໄດ້ 1 ແຫ່ງ; ປັບປຸງຍົກລະດັບພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຄຸ້ມຄອງກິດຈະການທ່ອງທ່ຽວໃຫ້ຜູ້ປະກອບການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ; ພັດທະນາສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດວັດທະນະທໍາ ແລະ ດ້ານກະສິກໍາ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ. ເມືອງຈະສືບຕໍ່ຊຸກຍູ້ການພັດທະນາສີມືແຮງງານໃຫ້ບັນລຸ 80 ຄົນ, ຈັດຫາວຽກເຮັດງານທໍາໃຫ້ຜູ້ທີ່ວ່າງງານໃຫ້ບັນລຸ 200 ຄົນ, ຄຸ້ມຄອງແຮງງານພາຍໃນ ແລະຕ່າງປະເທດ ທີ່ມາເຄື່ອນໄຫວອອກແຮງງານພາຍໃນເມືອງໃຫ້ຖືກຕາມລະບຽບກົດໝາຍ; ປະຕິບັດລະບອບປະກັນສັງຄົມ ສໍາລັບພະນັກງານ-ລັດຖະກອນ, ໃນລັດວິສາຫະກິດ ແລະວຽກສັງຄົມສົງເຄາະໃຫ້ກວ້າງຂວາງ; ປະຕິບັດນະໂຍບາຍ ແລະສະຫວັດດີການຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ພະນັກງານອາວຸໂສບໍານານຕາມລະບຽບການ; ກະກຽມຄວາມພ້ອມປ້ອງກັນ ແລະຕອບໂຕ້ໄພພິບັດທີ່ອາດຈະເກີດຂຶ້ນ, ສ້າງສູນຫຼົບໄພ ຈາກອຸທົກກະໄພ; ສ້າງຄອບຄົວ, ບ້ານພັດທະນາທາງດ້ານແຮງງານ ແລະສະຫວັດດີການ-ສັງຄົມ ໃຫ້ໄດ້ 15 ບ້ານ ເຄື່ອນໄຫວປຸກລະດົມຂົນຂວາຍຮັບບໍລິຈາກເລືອດໃຫ້ໄດ້ 1,350 ຖົງ ແລະ ສ້າງໜ່ວຍງານກູ້ຊີບກູ້ໄພໃຫ້ໄດ້ 1 ຫົວໜ່ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ