ນວ ຈະສືບຕໍ່ຕອບໂຕ້-ຟື້ນຟູ ຫຼັງໄພພິບັດພາຍຸໝາກເຫັບຕົກ

ນວ ຈະສືບຕໍ່ຕອບໂຕ້-ຟື້ນຟູ ຫຼັງໄພພິບັດພາຍຸໝາກເຫັບຕົກ

ນວ ຈະສືບຕໍ່ຕອບໂຕ້-ຟື້ນຟູ ຫຼັງໄພພິບັດພາຍຸໝາກເຫັບຕົກ
ພິທີຖະແຫຼງຂ່າວກ່ຽວກັບການ ຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດເຫດ ການພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງໃນ ວັນທີ 22 ມີນາ 2026 ໄດ້ຈັດຂຶ້ນໃນ ວັນທີ 8 ເມສານີ້ ທີ່ ນວ ໂດຍໃຫ້ກຽດຖະແຫຼງຂ່າວຂອງທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນວ ຮອງປະທານຜູ້ປະຈໍາ ການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ມີຕາງໜ້າຄະນະກໍາມະ ການປົກຄອງເມືອງສີໂຄດຕະບອງ, ເມືອງນາຊາຍທອງ, ລັດວິສາຫະກິດ ໄຟຟ້າລາວ, ນໍ້າປະປາ ນວ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ນວ ຈະສບຕຕອບໂຕ-ຟນຟ ຫງໄພພບດພາຍໝາກເຫບຕກ - image 1
 

ທ່ານ ສາລະພິດ ສູນວໍລະວົງ ໃຫ້ຮູ້ວ່າ: ໃນຕອນແລງວັນທີ 22 ມີນາ 2026 ຜ່ານມາ, ໄດ້ມີພາຍຸລະດູຮ້ອນເກີດຂຶ້ນ ຊຶ່ງເຮັດໃຫ້ເກີດມີລົມແຮງ, ຝົນຕົກໜັກ ແລະ ເກີດມີໝາກເຫັບ ຕົກໜັກຢູ່ສອງເມືອງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະ ຊັບສິນ ຂອງປະຊາຊົນທັງສອງເມືອງຈໍານວນ 18 ບ້ານ. ສະນັ້ນ, ການຈັດຕັ້ງປະຕິບັດການຕອບໂຕ້ ແລະ ການຟື້ນຟູຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ ແລະ ຂັ້ນເມືອງມາຮອດ ວັນທີ 8 ເມສາ 2026 ໄດ້ສຸມໃສ່ແກ້ໄຂຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ. ພາຍຫຼັງເກີດເຫດ, ຄະນະກໍາ ມະການຄຸ້ມຄອງໄພພິບັດຂັ້ນ ນວ ກໍ ໄດ້ຄົ້ນຄວ້າລົງສົມທົບກັບຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ອົງການປົກຄອງແຕ່ລະບ້ານ ໂດຍເລັ່ງໃສ່ເກັບກໍາຈໍານວນບ້ານ ແລະ ຫຼັງຄາເຮືອນທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນມີຈັກບັນຫາ ໂດຍເລັ່ງໃສ່ແກ້ ໄຂ 8 ບັນຫາເປັນອັນຮີບດ່ວນຄື: ແກ້ໄຂໄຟຟ້າ, ອິນເຕີເນັດ, ນໍ້າປະປາ, ນໍ້າໃຊ້ຄົວເຮືອນ, ຂີ້ເຫຍື້ອສິ່ງເສດ ເຫຼືອຂອງກະເບື້ອງ, ສັງກະສີ, ນໍ້າດື່ມ, ເຂົ້າກິນ, ອາຫານ, ເຄື່ອງໃຊ້ໃນຄົວເຮືອນທີ່ຈໍາເປັນ, ຊ່ວຍເຫຼືອທາງດ້ານແຮງງານຈາກກໍາລັງ ປກຊ-ປກສ, ກໍາລັງຈາກສູນກາງຊາວໜຸ່ມ ແລະ ຊາວ ໜຸ່ມຈາກຂະແໜງການອ້ອມຂ້າງ ນວ; ເລັ່ງສ້ອມແປງຫຼັງຄາເຮືອນ. ໃນນີ້, ໄດ້ ຈັດບຸລິມະສິດໃນການຊ່ວຍເຫຼືອເບື້ອງຕົ້ນ; ໄດ້ມອບໝາຍໃຫ້ສະຫາຍກໍາມະການພັກ ນວ 1 ສະຫາຍ ຮັບຜິດຊອບ 1 ບ້ານ ເພື່ອລົງບັນຊານໍາພາ-ຊີ້ນໍາ ວຽກຮອບດ້ານກັບທີ່ໂດຍກົງ ເປັນຕົ້ນ ການເກັບກໍາຂໍ້ມູນຫຼັງຄາເຮືອນທີ່ຖືກຜົນກະທົບ, ຄອບຄົວທຸກຍາກທີ່ຖືກຜົນກະທົບ, ວຽກປ້ອງກັນຄວາມສະ ຫງົບ ແລະ ວຽກອື່ນໆທີ່ກ່ຽວຂ້ອງໄພພິບັດຄັ້ງນີ້; ໄດ້ມອບໃຫ້ທຸກພະແນກການ, ອົງການ, ກົມກອງຂັ້ນ ນວ ສົມທົບກັບຂັ້ນເມືອງລົງຮັບຜິດຊອບແຕ່ລະບ້ານ ໂດຍປະຕິບັດໜ້າວຽກ ຂອງຂະແໜງຕົນເອງເປັນຫຼັກ, ໄດ້ຈັດຕັ້ງສູນບັນຊາຢູ່ແຕ່ລະຈຸດເພື່ອປະຈໍາການປົກກະຕິທັງກາງເວັນ ແລະ ກາງຄືນ ເພື່ອອໍານວຍຄວາມສະດວກໃນ ການບໍລິການຮັບໃຊ້ປະຊາຊົນເພື່ອ ຮັບຄໍາສະເໜີ, ແຈກຢາຍເຄື່ອງຊ່ວຍເຫຼືອ ແລະ ບັນຊາການແກ້ໄຂບັນຫາຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນແຕ່ລະກໍລະນີ ພ້ອມທັງເປັນຈຸດບໍລິການລົດເມບໍ່ເສຍຄ່າ; ກໍານົດເອົາຈຸດຫ້ອງການບ້ານຈັນສະຫວ່າງ ເມືອງສີໂຄດຕະບອງເປັນຈຸດບໍລິການ ເປັນຕົ້ນສູນບໍລິການໄຟຟ້າ, ນໍ້າປະປາ, ບໍລິການ ພື້ນຖານໂຄງລ່າງ, ບໍລິການເກັບມ້ຽນຂີ້ເຫຍື້ອ, ອິນເຕີເນັດ, ສາທາລະນະສຸກ, ກູ້ໄພກູ້ຊີບ, ການບໍລິການນໍ້າປະປາເຄື່ອນທີ່, ແຮງງານເພື່ອເຮັດອະນາໄມ ແລະ ມຸງຫຼັງຄາເຮືອນ ໂດຍມີການ ແບ່ງໜ້າທີ່ກັນຢ່າງລະອຽດ.

ນວ ຈະສບຕຕອບໂຕ-ຟນຟ ຫງໄພພບດພາຍໝາກເຫບຕກ - image 2
 

ທ່ານ ສາລະພິດ ສູນວໍລະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ນັບແຕ່ວັນທີ 22 ມີນາ ເຖິງວັນທີ 8 ເມສາ 2026 ຄະນະກຳມະການຄຸ້ມຄອງໄພພິບັດ ນວ ຂໍຢັ້ງຢືນການສ້ອມແປງຫຼັງຄາເຮືອນ, ການສ້ອມແປງໄຟຟ້າ, ການສ້ອມແປງນໍ້າປະປາຄົວເຮືອນ, ການບໍລິການນໍ້າປະປາເຄື່ອນທີ່, ການບໍລິການເກັບມ້ຽນຂີ້ເຫຍື້ອຄື: ເມືອງສີໂຄດຕະບອງ: ມີ 10 ບ້ານ ໄດ້ຮັບຜົນກະທົບ 6,386 ຫຼັງຄາເຮືອນ ແລະ ມາຮອດວັນທີ 8 ເມສາ 2026 ໄດ້ຮັບການສ້ອມແປງ ແລ້ວ 5,230 ຫຼັງຄາເຮືອນ ເທົ່າກັບ 82%; ກໍາລັງສ້ອມແປງ 1,060 ຫຼັງຄາເຮືອນ ເທົ່າກັບ 16.5% ແລະ ຍັງບໍ່ທັນໄດ້ຮັບການສ້ອມແປງ 96 ຫຼັງຄາເຮືອນ ເທົ່າກັບ 1.5%: (ສະ ເພາະຫຼັງຄາເຮືອນທີ່ຍັງບໍ່ທັນສ້ອມແປງ 96 ຫຼັງ. ໃນນີ້, ມີ 44 ຫຼັງ ແມ່ນຍ້ອນຍັງບໍ່ທັນມີເງິນຊື້ວັດຖຸ, 15 ຫຼັງເປັນເຮືອນທີ່ເຈົ້າຂອງເຮືອນຊື້ປະໄວ້ຍັງບໍ່ທັນມາຢູ່ ແລະ ອີກ 1 ຫຼັງ ມີວັດຖຸແລ້ວ ແຕ່ລໍຖ້ານາຍຊ່າງມາສ້ອມແປງ. ນອກຈາກນັ້ນ, ເປັນເຮືອນສວນທີ່ເຈົ້າຂອງຢູ່ໃນເມືອງຍັງບໍ່ທັນ ໄດ້ເຂົ້າໄປສ້ອມແປງ), ໂຮງຮຽນ 11 ແຫ່ງ ກໍາລັງສ້ອມແປງ 2 ແຫ່ງ, ວັດ 3 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາ ບ້ານ 1 ແຫ່ງ ແມ່ນກໍາລັງສ້ອມແປງ, ສ່ວນໂຮງງານຜະລິດຢາວັກຊິນ 1 ແຫ່ງ ທີ່ຍັງບໍ່ທັນສ້ອມແປງໄດ້ທັນກັບສະພາບນັ້ນ ຍ້ອນວ່າກໍາລັງສັ່ງຊື້ວັດສະດຸ. ສໍາລັັບຄ້າຍທະຫານກອງພັນ ໃຫຍ່ຈໍ 11 ທີ່ໄດ້ຮັບຜົນເສຍຫາຍ ຈໍານວນ 109 ຫຼັງຄາເຮືອນ ມາຮອດ ປັດຈຸບັນແມ່ນໄດ້ສໍາເລັດການສ້ອມແປງແລ້ວ 14 ຫຼັງ, ກໍາລັງສ້ອມແປງ 95 ຫຼັງ (ສາເຫດສ້ອມແປງຊັກຊ້າ ແມ່ນລໍຖ້າວັດຖຸ); ເມືອງນາຍຊາຍທອງ: ມີ 8 ບ້ານ ໄດ້ຮັບຜົນກະທົບ ຈໍານວນ 1,502 ຫຼັງຄາເຮືອນ, ສໍາເລັດການສ້ອມແປງແລ້ວ 100%.

ມາຮອດປັດຈຸບັນລວມຍອດລາຍຮັບທີ່ໄດ້ຈາກງົບປະມານ ແລະ ການປະ ກອບສ່ວນຊ່ວຍເຫຼືອຈາກທຸກພາກສ່ວນເປັນເງິນສົດທັງໝົດ 14 ຕື້ກວ່າກີບ ແລະ ໄດ້ເບີກຈ່າຍຮັບໃຊ້ເຂົ້າໃນວຽກງານແກ້ໄຂສຸກເສີນ ແລະ ມອບ ເງິນສົດໃຫ້ກັບຄອບຄົວຜູ້ປະສົບໄພທີ່ຫຍຸ້ງຍາກ ເພື່ອນໍາໄປຊື້ວັດຖຸອຸປະກອນທີ່ຈຳເປັນລວມຈຳນວນ 3 ຕື້ ກວ່າກີບ. ສ່ວນທີ່ຍັງເຫຼືອແມ່ນຍັງຈະໄດ້ສືບຕໍ່ເຂົ້າໃນການແກ້ໄຂຊ່ວຍເຫຼືອຄອບຄົວຜູ້ຖືກຜົນກະທົບເພື່ອ ການຟື້ນຟູຜົນເສຍຫາຍຕ່າງໆ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ