![]() |
ກອງປະຊຸມທາບທາມຄັ້ງນີ້ຜູ້ແທນສົມບູນໄດ້ລົງເລິກໄດ້ຮັບຟັງອະນຸເນື້ອໃນຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການປີ 2025-2030 ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2025-2030 ຜ່ານຮ່າງບົດສຳຫຼວດການນຳພາລວມຂອງອົງຄະນະພັກນະຄອນຫຼວງວຽງຈັນໜຶ່ງສະໄໝຜ່ານມາ ໄດ້ຈັດແບ່ງເປັນຈຸສຳຫຼວດໂດຍແບ່ງເປັນ 3 ຈຸສຳຫຼວດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ໄດ້ກຳນົດຢູ່ໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ຄລສພ ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023.
![]() |
ກອງປະຊຸມທາບທາມຮອບທີ 3 ຖືວ່າເປັນຮອບສຸດທ້າຍຈະໄດ້ດຳເນີນການທາບທາມສະເພາະຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ເທົ່ານັ້ນ ແລະ ທາບທາມສະເພາະແຕ່ຄະນະພັກຊຸດທີ VII ກໍຄືຊຸດປັດຈຸບັນທີ່ຍັງມີໜ້າຕົວຈິງເປັນຮອບທີ່ມີຄວາມໝາຍສຳຄັນຫຼາຍເພື່ອຄວາມເປັນເອກະພາບກ່ຽວກັບເນື້ອໃນຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ບົດສຳຫຼວດນຳພາລວມ ທີ່ຈະນຳໄປຜ່ານໃນກອງປະຊຸມໃຫຍ່.
ແຫຼ່ງຂ່າວ: ນສພ ວຽງຈັນໃໝ່


ຄໍາເຫັນ