![]() |
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້,ສະຫາຍ ສີສູນໄທ ແກ້ວໂພໄຊ ຄະນະພັກເລຂາໜ່ວຍພັກກົມເລຂານຸການ-ການນໍາ ໄດ້ຂຶ້ນຜ່ານຮ່າງບົດສໍາຫຼວດການນໍາພາລວມ,ຮ່າງລາຍງານການເມືອງ, ແຜນພັດທະນາ ເພື່ອເປັນການສະຫຼຸບ ແລະ ການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ແຜນການໃນສະໄໝໜ້າ ຂອງໜ່ວຍພັກກົມເລຂານຸການ-ການນໍາ.ນອກນັ້ນ, ບັນດາສະຫາຍສະມາຊິກພັກ ພາຍໃນກົມເລຂານຸການ-ການນຳ ກໍ່ໄດ້ຜ່ານການປະເມີນ, ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຕົນຕາມລໍາດັບ ພ້ອມທັງປະກອບຄຳຄິດເຫັນ, ຕຳນິສົ່ງຂ່າວ ເພື່ອປັບປຸງກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ,ຖືກຕ້ອງຕາມຄວາມເປັນຈິງ ພາວະວິໄສ ແລະ ດໍາເນີນຖືກຕ້ອງຕາມຫຼັກການຂອງພັກ; ພ້ອມດຽວກັນນັ້ນ ກໍໄດ້ປ່ອນບັດທາບບຸກຄະລາກອນທີ II ຂອງໜ່ວຍພັກກົມເລຂານຸການ-ການນຳ.
ສະຫາຍ ຜາຄໍາ ອິນແສງ ໄດ້ຕາງໜ້າຄະນະບໍລິຫານງານພັກ ນຳເອົາຄວາມເປັນຫ່ວງເປັນໄຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງຄະນະໜ່ວຍພັກ ກໍຄື ຕໍ່ການພັດທະນາວຽກງານເປັນເສນາທິການໃຫ້ແກ່ການນຳ ເພື່ອສ້າງການຫັນປ່ຽນໃໝ່ໃຫ້ມີຄວາມທັນສະໄໝ, ພ້ອມທັງ ຮຽກຮ້ອງໃຫ້ໜ່ວຍພັກ ສືບຕໍ່ລົງເລິກ ແລະ ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ, ເອົາໃຈໃສ່ປັບປຸງທັດສະນະປະຕິວັດ ແລະ ທັດສະນະມະຫາຊົນຂອງພັກ ເຄື່ອນໄຫວໃຫ້ສອດຄ່ອງຕາມພາລະບົດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ, ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະສົ່ງຜົນກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມ ຕໍ່ພັກ-ລັດ ເຮົາ.

ຄໍາເຫັນ