ການໃຫ້ຄຳປຶກສາແກ່ສູນກາງມີຜົນສຳເລັດໃໝ່ຫຼາຍດ້ານ

ໜຶ່ງປີສະພາທິດສະດີສູນກາງພັກ ສ້າງໄດ້ການຫັນປ່ຽນປະຕິບັດບົດບາດການໃຫ້ຄຳປຶກສາແກ່ສູນກາງມີຜົນສຳເລັດໃໝ່ຫຼາຍດ້ານ

ໜຶ່ງປີສະພາທິດສະດີສູນກາງພັກ ສ້າງໄດ້ການຫັນປ່ຽນປະຕິບັດບົດບາດການໃຫ້ຄຳປຶກສາແກ່ສູນກາງມີຜົນສຳເລັດໃໝ່ຫຼາຍດ້ານ
ໂດຍ: ແສງຈັນ 1 ປີຜ່ານມາ, ຄະນະປະຈຳສະພາທິດສະດີສູນກາງພັກ (ສທພ) ໄດ້ເອົາໃຈໃສ່ຕໍ່ການເພີ່ມທະວີການນຳພາວຽກງານແນວຄິດຕໍ່ກັບພະນັກງານ, ສະມາຊິກສະພາທິດສະດີສູນກາງພັກ ຕະຫຼອດເຖິງພະນັກງານ-ລັດຖະກອນພາຍໃນຫ້ອງການສະພາທິດສະດີສູນກາງພັກ

 

ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ສຸມໃສ່ການປຸກລະດົມສະຕິຕື່ນຕົວ ຂອງສະມາຊິກສະພາທິດສະດີສູນກາງພັກຢ່າງເຖິງຖອງ ຕິດພັນກັບການນຳພາການຈັດຕັ້ງເຊື່ອມຊຶມແນວທາງ ຂອງພັກ, ກົດໝາຍ ຂອງລັດ, ສາມາດຈັດຕັ້ງປະຕິບັດວຽກງານສຳເລັດຜົນໃນຫຼາຍດ້ານ ແລະ ສ້າງໄດ້ການຫັນປ່ຽນໃນການປະຕິບັດບົດບາດການໃຫ້ຄຳປຶກສາແກ່ສູນກາງທີ່ມີຜົນສຳເລັດໃໝ່ຫຼາຍດ້ານ.

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ລາຍງານຕໍ່ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2024 ທີ່ ສທພ ບາງເນື້ອໃນທີ່ສໍາຄັນ ວ່າ: ໃນໄລຍະ 1 ປີຜ່ານມາໄດ້ປັບປຸງ ແລະ ອອກນິຕິກຳໃໝ່ ຄື: ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນຳໃຊ້ງົບປະມານໂຄງການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງສະພາທິດສະດີສູນກາງພັກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານງົບປະມານໂຄງການ ແລະ ກົນໄກການຄຸ້ມຄອງການເງິນໂຄງການຄົ້ນຄວ້າທິດສະດີ-ພຶດຕິກຳ ຂອງສະພາທິດສະດີສູນກາງພັກ, ໄດ້ສ້າງຮ່າງແບບຟອມຕ່າງໆໃນການດຳເນີນໂຄງການຄົ້ນຄວ້າລະ ດັບຊາດ ເປັນຕົ້ນ ຮ່າງບົດວິພາກໂຄງການລະດັບຊາດ, ຮ່າງແບບຟອມການຂຽນບົດສະຫຼຸບໂຄງການ ແລະ ອື່ນໆ. ນອກນັ້ນ ຍັງໄດ້ເຮັດສຳເລັດຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງການສ້າງປຶ້ມ ຂອງສະພາທິດສະດີສູນກາງພັກ ເພື່ອເປັນບ່ອນອີງ ແລະ ສ້າງຄວາມເປັນເອກະພາບດ້ານຫຼັກການຄຸ້ມຄອງຈັດພິມປຶ້ມຕ່າງໆເພື່ອຮັບປະກັນຄຸນນະພາບ, ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ 4 ຫົວຂໍ້ຄົ້ນຄວ້າລະດັບຊາດທາງດ້ານທິດສະດີ-ພຶດຕິກຳ ຄື: ໜຶ່ງ, ຍຸດທະສາດການພັດທະນາເສດຖະກິດແບບຍືນຍົງເປັນມິດກັບສິ່ງແວດລ້ອມຢ່າງຍາວນານ ແນໃສ່ນຳພາປະເທດບໍ່ຕົກເຂົ້າໃນແຮ້ວ ຂອງປະເທດລາຍຮັບປານກາງ ໂດຍມອບໃຫ້ຄະນະກຳມະການດ້ານເສດຖະກິດ-ການເງິນ ເປັນຜູ້ຮັບຜິດຊອບ; ສອງ, ດຳເນີນນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນໂລກຫຼາຍຂົ້ວ ໂດຍມອບໃຫ້ຄະນະກຳມະການດ້ານການເມືອງ-ຄວາມໝັ້ນຄົງ ເປັນຜູ້ຮັບຜິດຊອບ; ສາມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳແຫ່ງຊາດສົມທົບກັບການຮັບເອົາຄວາມກ້າວໜ້າຈາກວັດທະນະທຳ ຂອງໂລກ ໂດຍມອບໃຫ້ຄະນະກຳມະການດ້ານວັດທະນະທຳ-ສັງຄົມ ເປັນຜູ້ຮັບຜິດຊອບ; ສີ່, ພັກນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານໂດຍມອບໃຫ້ຄະນະເລຂາທິການສະພາວິທະຍາສາດ ເປັນຜູ້ຮັບຜິດຊອບ. ປັດຈຸບັນ, ທັງ 4 ຫົວຂໍ້ກຳລັງກະກຽມສະເໜີຜ່ານ ແລະ ຮັບຮອງບົດວິພາກບັນດາໂຄງການດັ່ງກ່າວ, ໄດ້ຮັບຮອງເອົາຫົວຂໍ້ໃຫຍ່, ຫົວຂໍ້ຍ່ອຍ ຂອງກອງປະຊຸມສຳມະນາທິດສະດີ ສອງພັກລາວ-ຫວຽດນາມ ຄັ້ງທີ XI ທີ່ ສປປ ລາວ ເປັນເຈົ້າພາບພາຍໃຕ້ຫົວຂໍ້ ການພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ບົດຮຽນລາວ-ຫວຽດນາມແລະ ກຳນົດ 4 ຫົວຂໍ້ຍ່ອຍທີ່ຝ່າຍລາວຮັບຜິດຊອບ ຄື: ໜຶ່ງ, ປ່ຽນແປງໃໝ່ຈິນຕະນາການໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຢູ່ ສປປ ລາວ; ສອງ, ເພີ່ມທະວີຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ; ສາມ, ຍົກສູງກຳລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ສີ່, ປັບປຸງສະພາບແວດລ້ອມດຳເນີນທຸລະກິດສ້າງຄວາມໄວ້ເນື້ອເຊື່ອໃຈແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ໄດ້ຮັບຮອງຫົວຂໍ້ສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XII ທີ່ ສປ ຈີນ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ ປັບປຸງກົນໄກການພັດທະນາໃຫ້ສົມບູນແບບ ບົດຮຽນ ຂອງລາວ-ຈີນ ແລະ ກຳນົດ 3 ຫົວຂໍ້ຍ່ອຍທີ່ຝ່າຍລາວຮັບຜິດຊອບ ຄື: ໜຶ່ງ, ປັບປຸງກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ; ສອງ, ສ້າງການຫັນປ່ຽນດ້ານກົນໄກການລົງທຶນທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ; ສາມ, ປັບປຸງກົນໄກການເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ, ໄດ້ສຸມໃສ່ຕິດຕາມ, ຊຸກຍູ້ບັນດາໂຄງການຄົ້ນຄວ້າລະດັບຊາດ ເພື່ອສະຫຼຸບຕີລາຄາ ແລະ ນຳສະເໜີຜົນ ຂອງການຄົ້ນຄວ້າໂຄງການຕ່າງໆທີ່ໄດ້ອະນຸມັດ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 108/ຄລສພ ເພື່ອສະເໜີສະພາທິດສະດີສູນກາງພັກ ຮັບຮອງ ຊຶ່ງມາເຖິງປັດຈຸບັນມີຜົນສຳເລັດ ຄື: ໂຄງການທີ່ໄດ້ສໍາເລັດການຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າ ຂອງໂຄງການ ຈຳນວນ 4 ໂຄງການ ຄື: ໜຶ່ງ, ໂຄງການ “ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ”; ສອງ, ໂຄງການ “ກະສິກຳກັບການພັດທະນາຊົນນະບົດ”; ສາມ, ໂຄງການ “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ແລະ ສີ່, ໂຄງການ “ສ້າງພັກປະຊາຊົນລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ໃນນີ້ ໂຄງການ “ສ້າງພັກປະຊາຊົນລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ໄດ້ສຳເລັດການປັບປຸງ ແລະ ນໍາສະເໜີຜົນ ຂອງການປັບປຸງເນື້ອໃນ ຊຶ່ງລວມມີ 224 ໜ້າ ເພື່ອຂໍທິດຊີ້ນຳ ສທພ, ໄດ້ອອກແຈ້ງການເຖິງບັນດາໂຄງການທີ່ຮັບຮູ້ແຕ່ບໍ່ສາມາດຮັບຮອງເນື້ອໃນຜົນການຄົ້ນຄວ້າ ປະກອບມີ 2 ໂຄງການ ຄື: ໜຶ່ງ, ໂຄງການ “ວັດທະນະທໍາລາວ ແລະ ການພັດທະນາສັງຄົມ ຕາມທິດສັງຄົມນິຍົມ” ຊຶ່ງໂຄງການດັ່ງກ່າວໄດ້ສະຫຼຸບລາຍງານດ້ານງົບປະມານ ແລະ ການປະຕິບັດໂຄງການໃນໄລຍະຜ່ານມາ; ສອງ, ໂຄງການ “ປະຫວັດສາດລາວ ເຫຼັ້ມ 1 ສະໄໝບູຮານ” ແລະ ສາມ, ໂຄງການ“ ການພັດທະນາແບບຍືນຍົງຢູ່ ສປປ ລາວ” ຊຶ່ງສະພາທິດສະດີສູນກາງພັກຢືນຢັນຮັບຮູ້ເນື້ອໃນ ແຕ່ບໍ່ໄດ້ຮັບຮອງ ແລະ ຈະຮັກສາຂໍ້ມູນເນື້ອໃນຜົນການຄົ້ນຄວ້າດັ່ງກ່າວ ເພື່ອເປັນເອກະສານຮັບໃຊ້ການຄົ້ນຄວ້າ ຂອງ ສທພ. ຄຽງຄູ່ກັນນັ້ນ ໂຄງການທີ່ມອບໃຫ້ລັດຖະບານພິຈາລະນາ-ຮັບຮອງເອົາຜົນການຄົ້ນ ຄວ້າ ມີ 1 ໂຄງການ ຄື: ໂຄງການ “ພາສາລາວ: ຫຼັກການນຳໃຊ້ ແລະ ນະໂຍບາຍ”, ສໍາເລັດການອອກແບບ ແລະ ຈັດພິມປື້ມຜະລິດຕະພັນຜົນການຄົ້ນຄວ້າ ຄື: ປຶ້ມໂຄງການຄົ້ນຄວ້າ ສ້າງລັດທີ່ປົກຄອງດ້ວຍກົດໝາຍ; ປື້ມກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ; ປື້ມກອງປະຊຸມສຳມະນາ ສອງພັກ ລາວ-ຫວຽດນາມ ຄັ້ງທີ IX; ປຶ້ມກອງປະຊຸມສຳມະນາ ສອງພັກ ລາວ-ຈີນ ຄັ້ງທີ X; ປຶ້ມກອງປະຊຸມສຳມະນາ ສອງພັກ ລາວ-ກູບາ ຄັ້ງທີ I, ໄດ້ສືບຕໍ່ບັນນາທິການ-ຮຽບຮຽງໃນຂັ້ນຄະນະປະຈຳສະພາທິດສະດີສູນກາງພັກ ເພື່ອປັບປຸງດ້ານເນື້ອໃນຂັ້ນສຸດທ້າຍ ຊຶ່ງມີທັງໝົດ 163 ໜ້າ ແລະ ສະບັບສັງລວມຫຍໍ້ 61 ໜ້າ ແລະ ສຳເລັດການເຂົ້າມາແກັດ, ຈັດໜ້າຂະໜາດປຶ້ມ 15x21 cm ເພື່ອກະກຽມຈັດພິມເຜີຍແຜ່ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ, ໄດ້ປະຕິບັດສຳເລັດຕາມການຂັ້ນຕອນຕ່າງໆ, ນັບແຕ່ໂຄງຮ່າງ, ຮ່າງສະບັບທຳອິດ ແລະ ຈັດຕັ້ງດຳເນີນກອງປະຊຸມລະດົມຄຳຄິດເຫັນ ຢູ່ນະຄອນຫຼວງວຽງຈັນ ແລະ ຂັ້ນທ້ອງຖິ່ນ ຊຶ່ງດຳເນີນຢູ່ 3 ພາກ ຄື: ພາກເໜືອ (ແຂວງບໍ່ແກ້ວ); ພາກກາງ (ແຂວງວຽງຈັນ) ແລະ ພາກໃຕ້ (ແຂວງເຊກອງ); ສຳເລັດການສ້າງບົດລາຍງານຜົນການຈັດຕັ້ງດຳເນີນກອງປະຊຸມລະດົມຄຳຄິດເຫັນຢູ່ແຕ່ລະຈຸດ ແລະ ລາຍງານໃຫ້ກົມການເມືອງສູນກາງພັກຮັບຊາບ; ສຳເລັດການປັບປຸງໂຄງສ້າງດ້ານເນື້ອໃນ ແລະ ຜ່ານການລະດົມຄຳຄິດເຫັນພາຍໃນສະພາທິດສະດີສູນກາງພັກ. ປັດຈຸບັນໄດ້ປັບປຸງເປັນສະບັບທີ 7 ແລະ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ຊຶ່ງໄດ້ຮັບຮອງດ້ານຫຼັກການແລ້ວ.

ປັດຈຸບັນໄດ້ສຳເລັດການປັບປຸງຮ່າງໂຄງສ້າງ ແລະ ໄດ້ອອກບົດແນະນຳກ່ຽວກັບການຂຽນເນື້ອໃນສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ພ້ອມທັງໄດ້ເປີດກອງປະຊຸມເຜີຍແຜ່ວິທີວິທະຍາ 2 ຄັ້ງ, ໄດ້ສັງລວມເນື້ອໃນເອກະສານ, ນິຕິກຳຕ່າງໆ ແລະ ສົ່ງໃຫ້ແຕ່ລະອະນຸກຳມະການ ເພື່ອເປັນພື້ນຖານອ້າງອີງ ເປັນຕົ້ນ ນິຕິກຳກ່ຽວກັບວຽກງານ 40 ປີ; ປື້ມສັງລວມເນື້ອໃນບົດລາຍງານການເມືອງຂອງພັກ ແຕ່ສະໄໝທີ 1-11 ລວມມີ 600 ກວ່າໜ້າ, ໄດ້ສຸມໃສ່ການປະຕິບັດກົນໄກຂອດການປະສານງານກັບສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຢ່າງເປັນປົກກະຕິ ໃນປີ 2024 ໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຫົວຂໍ້ຄົ້ນຄວ້າກ່ຽວກັບແນວຄິດ ໄກສອນ ພົມວິຫານ ປະກອບມີ 4 ຫົວຂໍ້ ຄື: ໜຶ່ງ, ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1975-1992; ສອງ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ; ສາມ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາ ແລະ ສີ່, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ ແລະ ວຽກງານອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ